ຢາກຮຽນຕັດຫຍິບຮີບສະໝັກເລີຍ 10 ທຶນເທົ່ານັ້ນ

35

ໂອກາດມາຮອດແລ້ວ ສຳລັບແມ່ຍິງທີ່ຂາດໂອກາດເຂົ້າເຖິງແຫຼ່ງທຶນ ແຕ່ມີຄວາມຕ້ອງການລິເລີ່ມຢາກເຮັດທຸລະກິດ ເພື່ອຫາລາຍໄດ້ເຂົ້າສູ່ຄອບຄົວ ສາມາດສະໝັກເອົາທຶນການຝຶກອົບຮົມວິຊາຊີບ ຈາກສູນຜູ້ປະກອບແມ່ຍິງໄດ້ ປັດຈຸບັນທາງສູນໄດ້ສະໝັບສະໜູນທຶນວິຊາຊີບຕັດຫຍິບເສື້ອຜ້າແມ່ຍິງ ຈຳນວນ 10 ທຶນ ເຊິ່ງເປີດຮັບສະໝັກຕັ້ງແຕ່ວັນທີ 7 ຫາ 14 ສິງຫາ ປີ 2019 ນີ້.

 

 

ສູນຜູ້ປະກອບການແມ່ຍິງ (WEC) ໄດ້ຖືກສ້າງຕັ້ງຂຶ້ນໃຫ້ເປັນສະຖານທີ່ຝຶກອົບຮົມໂດຍການຮ່ວມມືກັນລະຫວ່າງອົງການການສຶກສາໂລກ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເພື່ອຊຸກຍູ້ແນວຄວາມຄິດລິເລີ່ມທຸລະກິດໃໝ່ ແລະ ສະໜັບສະໜູນການຂະຫຍາຍໂຕຂອງທຸລະກິດທີ່ມີຢູ່ແລ້ວໂດຍສະເພາະແມ່ນທຸລະກິດຂອງຜູ້ປະກອບການແມ່ຍິງ.

 

 

ການເປີດໂອກາດໃນການໃຫ້ທຶນຄັ້ງນີ້ແມ່ນເພື່ອສະໜັບສະໜູນ ຜູ້ປະກອບການແມ່ຍິງທີ່ອາໄສຢູ່ໃນແລະ ນອກນະຄອນຫຼວງວຽງຈັນ, ໂດຍສະເພາະແມ່ຍິງທີ່ດ້ອຍໂອກາດ ເຊິ່ງເປັນຜູ້ທີ່ມີຄວາມຄິດກ່ຽວກັບທຸລະກິດ ແລະ ປາດຖະໜາຢາກເລີ່ມຕົ້ນທຸລະກິດຂອງຕົນເອງແຕ່ຍັງບໍ່ມີທຶນ ແລະ ໂອກາດໃນການເຂົ້າຮ່ວມການຝຶກອົບຮົມ ແລະ ຮຽນຮູ້ກ່ຽວກັບການເລີ່ມຕົ້ນທຸລະກິດ. ສຳລັບທຶນສະໜັບສະໜູນທຶນຝຶກອົບຮົມຄັ້ງນີ້ ແມ່ນທຶນທີ່ເຕັມຮູບແບບຈະລວມມີຄ່າອາຫານ, ທີ່ພັກ, ຄ່າເດີນທາງ ແລະ ການຝຶກອົບຮົມ. ທຶນການສຶກສາບາງສ່ວນ ຈະມອບໃຫ້ຜູ້ເຂົ້າຮ່ວມທີ່ສາມາດຮັບຜິດຊອບຄ່າໃຊ້ຈ່າຍໃດໜຶ່ງຕາມທີ່ກ່າວມາຂ້າງເທິງ.

 

 

ສຳລັບເງື່ອນໄຂຜູ້ສະໝັກຕ້ອງມີດັ່ງລຸ່ມນີ້: ແມ່ຍິງຜູ້ທີ່ມີແນວຄວາມຄິດຢາກເຮັດທຸລະກິດ ແຕ່ຂາດທັກສະ ແລະ ການສະໜັບສະໜູນໃນການປະກອບການທຸລະກິດຂັ້ນເລີ່ມຕົ້ນ; ແມ່ຍິງຜູ້ທີ່ມີຄວາມຕັ້ງໃຈ ແລະ ຕັດສິນໃຈຢາກເພີ່ມທັກສະຄວາມຮູ້ທີ່ມີໃຫ້ດີຂຶ້ນກວ່າເກົ່າ ແລະ ຮຽນຮູ້ທັກສະໃໝ່ເພື່ອເລີ່ມຕົ້ນທຸລະກິດຂອງຕົນເອງ ແລະ ແມ່ຍິງຜູ້ທີ່ມີຄວາມມຸ້ງໝັ້ນ ທີ່ຈະກັບໄປເຮັດທຸລະກິດຢູ່ບ້ານຂອງຕົນເອງ.

 

 

ສ່ວນຂັ້ນຕອນການສະໝັກ: ກະລຸນາຕື່ມແບບຟອມສະໝັກທາງອອນໄລ ຫຼື ຕິດຕໍ່ທາງສູນເພື່ອຂໍຄວາມຊ່ວຍເຫຼືອ; ສົ່ງໃບສະໝັກ ແລະ ບົດສະເໜີຂໍທຶນກ່ອນວັນທີ 9 ເດືອນ ສິງຫາ ປີ 2019 ເພື່ອພິຈາລະນາ; ຜູ້ທີ່ຖືກຄັດເລືອກເທົ່ານັ້ນຈະໄດ້ຮັບການຕິດຕໍ່ກັບຈາກທາງໂຄງການເພື່ອເຂົ້າສໍາພາດ

 

 

ໝາຍເຫດ: ຜູ້ສະໝັກແມ່ຍິງເທົ່ານັ້ນທີ່ຈະຖືກພິຈາລະນາ ແລະ ຮັບຮອງ. ແມ່ຍິງທີ່ມີຄວາມພິການກໍສະໝັກໄດ້.

ເປີດຮັບສະໝັກຕັ້ງແຕ່ວັນທີ 7 ຫາ 14 ສິງຫາ ປີ 2019, ຜູ້ທີ່ຖືກຄັດເລືອກເທົ່ານັ້ນຈະໄດ້ຮັບການຕິດຕໍ່. ສໍາລັບຜູ້ສະໝັກທີ່ມີຄວາມສົນໃຈ, ກະລຸນາສົ່ງແບບຟອມສະໝັກໃນເວລາທີ່ກຳນົດ. ຖ້າທ່ານມີຄໍາຖາມ ກະລຸນາສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ຫ້ອງການສູນຜູ້ປະກອບການແມ່ຍິງ, ບ້ານໜອງບອນ,ຮ່ອມ 12 ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ໂທ: 021 451669,

 

 

ຄິກໃສ່ລິ້ງນີ້ເພື່ອສະໝັກທາງອອນໄລນ໌