ໄຂ້ຍຸງລະບາດໜັກໃນບຸຣຸນດີ ເສຍຊີວິດແລ້ວນັບພັນຄົນ

50

ສໍານັກງານເພື່ອການປະສານງານດ້ານມະນຸດສະທໍາແຫ່ງອົງການສະຫະປະຊາຊາດ ຫຼື OCHA ແຈ້ງສະຖານະການໄຂ້ຍຸງລະບາດໜັກໃນປະເທດບຸຣຸນດີ ວ່າມີປະຊາຊົນເສຍຊີວິດໄປກວ່າ 1.800 ຄົນແລ້ວ ໃນປີນີ້ໃກ້ຄຽງກັບອີໂບລາລະບາດໜັກໃນປະເທດກົງໂກ.

ນັບຕັ້ງແຕ່ຕົ້ນປີຈົນເຖິງຂະນະນີ້ພົບຄົນເປັນໄຂ້ຍຸງໃນ ບຸຣຸນດີ 5,7 ລ້ານຄົນ ຫຼື ເກືອບເຄິ່ງໜຶ່ງຂອງປະຊາກອນທັງໝົດ 11,6 ລ້ານຄົນ ໂດຍໃນຈໍານວນນີ້ 1.801 ຄົນ ເສຍຊີວິດລະຫວ່າງວັນທີ 1 ເດືອນມັງກອນ – ວັນທີ 21 ເດືອນກໍລະກົດທີ່ຜ່ານມາ ແຕ່ບຸຣຸນດີ ຍັງບໍ່ປະກາດເປັນສະຖານະການສຸກເສີນລະດັບປະເທດ.

ທັງນີ້, ສະຖານະການດັ່ງກ່າວກາຍເສັ້ນລະບາດຕັ້ງແຕ່ເດືອນພຶດສະພາແລ້ວ, ແຜນການຮັບມືຂອງ     ບຸຣຸນດີ ຂະນະນີ້ສະແດງໃຫ້ເຫັນເຖິງການຂາດແຄນກໍາລັງຄົນ, ຊັບພະຍາກອນດ້ານຄົມມະນາຄົມ ແລະ ການເງິນທີ່ບໍ່ມີປະສິດທິພາບ.

ບຸຣຸນດີ ເຄີຍປະກາດໃຫ້ໄຂ້ຍຸງເປັນສະຖານະການສຸກເສີນລະດັບປະເທດເມື່ອເດືອນມີນາປີ 2017 ໂດຍໃນຄັ້ງນັ້ນມີຄົນເປັນໄຂ້ຍຸງ 1,8 ລ້ານຄົນ ເສຍຊີວິດ 700 ຄົນ ແຕ່ໃນຄັ້ງນີ້ມີຄົນເຈັບ ແລະ ເສຍຊີວິດຫຼາຍກວ່າແຕ່ກັບບໍ່ປະກາດ.

ປັດໄຈສໍາຄັນສ່ວນໜຶ່ງມາຈາກ ທ່ານ ປີແອ ອືນຄູຣຸນຊິຊາ ປະທານາທິບໍດີບຸຣຸນດີ ກໍາລັງປະເຊີນກັບບັນຫາຫຼາຍເລື່ອງບໍ່ຕ້ອງການຍອມຮັບວ່ານະໂຍບາຍສາທາລະນະສຸກລົ້ມເຫຼວກ່ອນທີ່ຈະມີການເລືອກຕັ້ງໃນປີໜ້າ.