ຊາວໜຸ່ມແບບຢ່າງ! ຮ່ວມແຮງອະນາໄມເກັບຂີ້ເຫຍື້ອທີ່ປາກນໍ້າຄານ

39

ຢາກເຮັດໃຫ້ສັງຄົມມີຄວາມສະອາດ, ປະເທດຊາດມີຄວາມເປັນລະບຽບຮຽບຮ້ອຍ ທຸກຄົນຕ້ອງເປັນເຈົ້າການຮັກສາຄວາມສະອາດຊ່ວຍກັນ ເພາະຖ້າຄົນໃນສັງຄົມບໍ່ມີຄວາມສາມັກຄີປອງດອງກັນແລ້ວ ເຮັດແນວໃດ, ສັງຄົມເຮົາຊິເປັນຕາໜ້າຢູ່. ເຊິ່ງໃນຄວາມເປັນຈິງແລ້ວການທຳຄວາມດີບໍ່ເປັນສິ່ງທີ່ໜ້າອາຍ ແຕ່ມັນກັບເປັນສິ່ງທີ່ສ້າງແຮງບັນດານໃຈ ແລະ ກະຕຸກຊຸກຍູ້ໃຫ້ຜູ້ອື່ນໆຢາກປະຕິບັດຕາມ ເປັນແບບຢ່າງທີ່ດີໃຫ້ແກ່ນ້ອງໆເຍົາວະຊົນ, ຊາວໜຸ່ມນຳໄປປະຕິບັດໃຫ້ເກີດດອກອອກຜົນ ດັ່ງເລື່ອງລາວທີ່ໜ້າຍົກຍ້ອງຢູ່ເມືອງຫຼວງພະບາງທີ່ຫາກໍ່ເກີດຂຶ້ນໝາດໆນີ້.

 

 

 

ໃນວັນທີ 5 ສິງຫາ 2019 ຜ່ານມານີ້, ທີມງານແທັຣສໄອດໍລ ຮ່ວມກັບ ຫ້ອງການພັດທະນາຕົວເມືອງ ແລະ ຊາວບ້ານຈຳນວນ 40 ຊີວິດ ໄດ້ຮ່ວມໃຈກັນເກັບຂີ້ເຫຍື້ອຢູ່ປາກຄານ ພາຍຫຼັງໄດ້ຮັບອິດພົນຈາກພາຍຸວິພາ ເມື່ອຕົ້ນເດືອນທີ່ຜ່ານມາ ສົ່ງຜົນເຮັດໃຫ້ເສດຂີ້ເຫຍື້ອພາຍໃນຄົວເຮືອນ ຫຼື ສະຖານທີ່ຕ່າງໆ ເມື່ອຖືກນໍ້າໄຫຼຊຸໄດ້ໄຫຼມາເຕົ້າໂຮມກັນຢູ່ປາກແມ່ນໍ້າຄານ ເຊິ່ງເປັນພາບທີ່ໜ້າຫົດຫູ່ໃຈ ເພາະຂີ້ເຫຍື້ອຈຳນວນດັ່ງກ່າວນີ້ ໄດ້ເຮັດໃຫ້ພາບລັກຂອງຕົວເມືອງປາກຄານ ກໍ່ຄືເມືອງຫຼວງພະບາງ ທີ່ຂຶ້ນຊື່ເມືອງມໍລະດົກໂລກບໍ່ສະອາດ ແລະ ບໍ່ປະທັບໃຈແກ່ຜູ້ພົບເຫັນ.

 

 

 

ຍ້ອນສະພາບການ ແລະ ເຫດຜົນດັ່ງກ່າວ ຈຶ່ງໄດ້ລະດົມຊາວໜຸ່ມລົງມືປະຕິບັດ ເພື່ອເຮັດໃຫ້ສະຖານທີ່ແຫ່ງນັ້ນກັບມາສວຍງາມອີກຄັ້ງ ເຊິ່ງຂີ້ເຫຍື້ອທີ່ເກັບມາໄດ້ທັງໝົດຈຳນວນ 148 ຖົງ ປະມານ 1.480 ກິໂລ ໃຊ້ເວລາ 3 ຊົ່ວໂມງ ເຊິ່ງໄດ້ມີການແບ່ງທີມອອກເປັນສອງກຸ່ມຄື: ກຸ່ມໜຶ່ງແມ່ນຢູ່ສະຖານທີ່ເກັບ, ກຸ່ມໜຶ່ງແມ່ນຢູ່ທ່າຊຽງທອງ ຂົນຂຶ້ນລົດ ເວລາຂົນຂຶ້ນຈາກທ່າຊຽງທອງ ຈາກຄວາມສາມັກຄີຂອງອ້າຍນ້ອງຈຶ່ງເຮັດໃຫ້ການປະຕິບັດງານດັ່ງກ່າວສຳເລັດຢ່າງຈົບງາມ ຕ້ອງຂໍຊົມເຊີຍຢ່າງສຸດໃຈ!!!