ຊົມເຊີຍ! ຢູ 14 ດີເຄ ຊະນະລວດ ຄວ້າແຊັມ ບານເຕະທີ່ ສປ ຈີນ ຄັບ 2019

71

ທີມນັກເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 14 ປີຂອງ ສະໂມສອນ ດີເຄ ເອັຟຊີ ໄລ່ຖະຫຼົ່ມເອົາຊະນະ ທີມເສີນໂຈ ບີ ໄປແບບຂາດຮອຍ 8-0 ປະຕູ ນັດສຸດທ້າຍຂອງຮອບ 4 ທີມ ເກັບໄຊະຊະນະ 3 ນັດຊ້ອນ ມີ 9 ຄະແນນເຕັມ ພິເສດ ໄດ້ສ້າງສະຖິຕິໃໝ່ສາມາດເອົາຊະນະທຸກທີມ ຈາກ 6 ນັດ ຄວ້າແຊັມການແຂ່ງຂັນບານເຕະ ຮຸ່ນເຍົາວະຊົນ ຢູ 14 ຊີງແຊັມ ສປ ຈີນ ທີ່ເມືອງຣີຈາວ ສປ ຈີນ ໄປຄອງ.

ໂດຍຜົນງານຂອງ ດີເຄ ຕາງໜ້າເຍົາວະຊົນລາວ ຖືກຈັດຢູ່ກຸ່ມ ເອ ຖະຫຼົ່ມເອົາຊະນະທີມເສີນໂຈ ເອ 10-0 ປະຕູ, ຖະຫຼົ່ມ ກວນເຊິນ 17-0 ປະຕູ ແລະ ຊະນະ ເຈົ້າພາບ ທີມຣີຈາວ 6-1 ປະຕູ ເກັບໄຊ 3 ນັດລວດ ມີ 9 ຄະແນນເຕັມ ເປັນອັນດັບທີ 1 ຂອງກຸ່ມ ເອ ຜ່ານເຂົ້າຮອບຮອງຊະນະເລີດ ທີ່ກຳນົດການແຂ່ງຂັນແບບພົບກັນໝົດ ແລະ ຢູ 14 ດີເຄ ກໍຍັງຮັກສາຟອມເກັ່ງສາມາດເອົາຊະນະ ທີມສົງສິ້ງ ວ້າຍກົວຢູເສ້ຍສ້ຽວ 9-0 ປະຕູ ແລະ ຊະນະ ທີມເສີນໂຈ (ທີມເອ) 7-0 ປະຕູ ມີ 6 ຄະແນນ ກ່ອນທີ່ນັດສຸດທ້າຍ ຊະນະ ທີມເສີນໂຈ ບີ 8-0 ປະຕູ.

ສໍາລັບ ການແຂ່ງຂັນລາຍການນີ້ ມີການຊີງໄຊກັນເຖິງ 7 ຮຸ່ນ ກໍຄື: ຢູ 7, ຢູ 8, ຢູ 9, ຢູ 10, ຢູ 11, ຢູ 12 ແລະ ຢູ 14 ຊີງແຊັມ ສປ ຈີນ ໂດຍມີ 81 ທີມເຂົ້າຮ່ວມ, ໃນນັ້ນ ສະໂມສອນ ດີເຄ ເອັຟຊີ ຕາງໜ້າ ສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ພຽງຮຸ່ນດຽວ ຮຸ່ນອາຍຸບໍ່ເກີນ 14 ປີ ໂດຍມີ 8 ພາກສ່ວນເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ ໂດຍ ດີເຄ ຖືກຈັດຢູ່ກຸ່ມ A ຮ່ວມກັບ ເຈີນໂຈວ ເອ, ກວນເຊິນ ແລະ ເຈົ້າພາບ ຣີຈາວ, ສ່ວນ ກຸ່ມ B ເຈີນໂຈວ ບີ, ຢື້ຈາວຊິນຍິງຈົງ, ຢື້ນຈາວຫຼຽນຕ້າ ແລະ ສົງສິ້ງວ້າຍກົວຢູເສ້ຍສ້ຽວ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ.