ທ່າອ່ຽງລາຄາຊີ້ນໝູ

78

ການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ນະຄອນຫຼວງວຽງຈັນ ເຮັດໃຫ້ຜູ້ບໍລິໂພກຊີ້ນໝູ ຈໍານວນ 5 – 10% ຂອງຜູ້ບໍລິໂພກທົ່ວ ນວ ຢຸດການກິນຊີ້ນໝູໄປໄລຍະໜຶ່ງ ສ່ວນຜູ້ລ້ຽງກໍຢຸດລ້ຽງໄປໃນໄລຍະໜຶ່ງເຊັ່ນກັນ ເຊິ່ງກະທົບຕໍ່ວົງຈອນສະໜອງໝູ ຄາດອາດຈະມີຜົນເລີ່ມແຕ່ເດືອນກັນຍານີ້ເປັນຕົ້ນໄປ ຫາ ຕຸລາທີ່ຈະມາເຖິງນີ້, ດ້ານມາດຕະການຮອງຮັບແມ່ນຊຸກຍູ້ຜູ້ປະກອບການເພີ່ມການສະໜອງສັດປີກ ແລະ ປາເພີ່ມຂຶ້ນ.

ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ສໍາພາດແກ່ທີມຂ່າວ ເສດຖະກິດ – ການຄ້າໃນວັນທີ 2 ສິງຫາ 2019 ກ່ຽວກັບ ຄວາມໝັ້ນໃຈບໍລິໂພກຊີ້ນໝູຂອງຊາວນະຄອນຫຼວງວຽງຈັນ ວ່າ: ຈາກກໍລະນີພະຍາດອະຫິວາໝູອາຟຣິກາລະບາດຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ຜູ້ບໍລິໂພກປະມານ 5 – 10% ຢຸດການກິນຊີ້ນໝູໄປໄລຍະໜຶ່ງ ແຕ່ມາຮອດປັດຈຸບັນການບໍລິໂພກຊີ້ນໝູແມ່ນເລີ່ມກັບເຂົ້າສູ່ສະພາບປົກກະຕິ ໂດຍສະເລ່ຍສະໜອງໝູເຂົ້າຕະຫຼາດ  400 ໂຕຕໍ່ມື້ ແຕ່ເນື່ອງຈາກວ່າໃນໄລຍະຜ່ານມາ ພະຍາດດັ່ງກ່າວເຮັດໃຫ້້ປະຊາຊົນຜູ້ລ້ຽງໝູມີ ຄວາມແຕກຕື່ນ ສົ່ງຜົນໃຫ້ເຂົາເຈົ້າຢຸດການນໍາໝູມາລ້ຽງ. ພ້ອມດຽວກັນນັ້ນ, ເພື່ອຫຼຸດຄວາມສ່ຽງຕໍ່ການຕິດເຊື້ອພະຍາດນີ້ ເຂົາເຈົ້າຈຶ່ງຍັງສືບຕໍ່ລ້ຽງໝູຊຸດເກົ່າເພື່ອລໍຖ້າຂາຍອອກເທົ່ານັ້ນ ເຊິ່ງອາດເຮັດໃຫ້ພົບບັນຫາຊີ້ນໝູຂາດຕະຫຼາດໃນໄລຍະເດືອນກັນຍາ ຫາ ຕຸລານີ້.

ດັ່ງນັ້ນ, ການແກ້ໄຂສະເພາະໜ້າແມ່ນຕ້ອງດຸນດ່ຽງການລ້ຽງ ແລະ ການບໍລິໂພກຊີ້ນໝູໃນນະຄອນຫຼວງ ຖ້າຫາກມີຄວາມຈໍາເປັນກໍຈະຕ້ອງຢຸດການສົ່ງໝູນ້ອຍ ແລະ ໝູຊີ້ນອອກຕ່າງແຂວງ. ພ້ອມນີ້, ກໍຈະເລັ່ງສົ່ງເສີມການລ້ຽງສັດປີກ ແລະ ປາ ເປັນທາດຊີ້ນທົດແທນໄປກ່ອນ. ສ່ວນການແກ້ໄຂໃນໄລຍະຍາວ ກໍຕ້ອງປັບປຸງຄືນການຄວບຄຸມລະບົບຕ່ອງໂສ້ການຜະລິດໝູໃຫ້ເຂັ້ມງວດ ແລະ ປັບປຸງມາດຕະຖານຟາມລ້ຽງ, ການລ້ຽງໝູຂອງປະຊາຊົນ ໂດຍເນັ້ນໃສ່ລະບົບການລ້ຽງທີ່ປອດໄພທາງດ້ານຊີວະ.

ເຖິງຢ່າງໃດກໍຕາມ, ຕໍ່ກັບສະພາບການດັ່ງກ່າວ ມັນຈະສົ່ງຜົນກະທົບຕໍ່ລາຄາຊີ້ນໝູໃນຕະຫຼາດ ຫຼື ບໍ່? ທ່ານ ຫຼ້າສາຍ ນວນທາສິງ ກ່າວວ່າ: ຈາກສະພາບການລະບາດຂອງພະຍາດດັ່ງກ່າວນີ້ຢູ່ນະຄອນຫຼວງວຽງຈັນ ໃນປັດຈຸບັນນີ້ມີພຽງບາງຈຸດທີ່ກ່າວມາຂ້າງເທິງ ເຊິ່ງໝູທີ່ຕາຍມີພຽງໜ້ອຍດຽວ ຖ້າທຽບກັບຈໍານວນໝູທີ່ຊາວກະສິກອນລ້ຽງ ຈຶ່ງເຮັດໃຫ້ລາຄາຊີ້ນໝູຍັງມີທ່າອ່ຽງປົກກະຕິ ໂດຍລາຄາຊີ້ນກ້ອນ 35 ພັນກີບຕໍ່ກິໂລ, ຊີ້ນຕິດໜັງ 28 ພັນກີບຕໍ່ກິໂລ, ຊີ້ນຕິດມັນ 25 ພັນກີບຕໍ່ກິໂລ, ສ່ວນລາຄາໝູໜ້າຟາມ ລາຄາປົກກະຕິກ່ອນພະຍາດລະບາດ 19.500 ຫາ 20.000 ກີບຕໍ່ກິໂລ, ເມື່ອພະຍາດລະບາດ ລາຄາ 18.000 ກີບຕໍ່ກິໂລເທົ່ານັ້ນ ແຕ່ກົງກັນຂ້າມລາຄາໄຂ່ໄກ່ເພີ່ມຂຶ້ນ ຈາກກ່ອນການລະບາດຂອງພະຍາດອະຫິວາໝູອາຟຣິກາລາຄາພຽງ 18 ພັນກີບຕໍ່ແຕະ ມາເປັນ 22 ພັນ ຫາ 24 ພັນກີບຕໍ່ແຕະ ເນື່ອງຈາກຄົນຫັນມາບໍລິໂພກໄຂ່ໄກ່ແທນຊີ້ນໝູ.

ທ່ານ ຄໍາຫຼ້າ ແສງດາວົງ ຜູ້ອໍານວຍການລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການສະໜອງໝູເຂົ້າຕະຫຼາດໃນໄລຍະກ່ອນ ແລະ ຫຼັງພະຍາດອະຫິວາໝູອາຟຣິກາລະບາດໃນນະຄອນຫຼວງວຽງຈັນ ແມ່ນເປັນປົກກະຕິດີ ໂດຍສະໜອງໝູເຂົ້າຕະຫຼາດ ສະເລ່ຍປະມານ 200 ໂຕຕໍ່ມື້ ແຕ່ກໍຕ້ອງເບິ່ງຕາມຄວາມຕ້ອງການຂອງແມ່ຄ້າ ຫຼື ນາຍຮ້ອຍໝູ ໂດຍສ່ວນຫຼາຍໝູທີ່ນໍາມາຂ້າ 90% ແມ່ນມາຈາກສາຂາຜູ້ລ້ຽງໝູຂອງ ບໍລິສັດ ຊີພີ ລາວ, ອີກຈໍານວນໜຶ່ງແມ່ນຂອງຊາວກະສິກອນຜູ້ລ້ຽງພາຍໃນນະຄອນຫຼວງວຽງຈັນ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ພົບການລະບາດຂອງພະຍາດດັ່ງກ່າວນີ້ຢູ່ລາວ ພວກເຮົາເອງກໍໄດ້ມີມາດຕະການຢ່າງເຂັ້ມງວດ ເພື່ອປ້ອງກັນເຊື້ອພະຍາດດັ່ງກ່າວ ໂດຍເນັ້ນຄວາມປອດໄພເລື່ອງແຫຼ່ງທີ່ມາຂອງໝູທີ່ຈະນໍາເຂົ້າມາໃນໂຮງ ຂ້າສັດເປັນຕົ້ນແມ່ນຟາມທົ່ວໄປທີ່ຕ້ອງການນໍາໝູມາຂ້າແຕ່ບໍ່ມີສັດຕະວະແພດປະຈໍາຢູ່ຟາມແມ່ນຕ້ອງໄດ້ສະເໜີ ຫຼື ແຈ້ງຂໍ້ມູນໃຫ້ຮູ້ກ່ອນ 15 ມື້  ເພື່ອໃຫ້ທີມສັດຕະວະແພດຂອງນະຄອນຫຼວງ ລົງໄປກວດກ່ອນນໍາເຂົ້າໂຮງຂ້າສັດ.

ທ່ານກ່າວຕື່ມວ່າ: ລາຄາຊີ້ນໝູໃນຕະຫຼາດສ່ວນຫຼາຍແມ່ຄ້າຂາຍຍ່ອຍແມ່ນມັກປັບຂຶ້ນຕາມລາຄາໝູດິບ ໝາຍຄວາມວ່າຖ້າລາຄາຂາຍໝູດິບໜ້າຟາມສູງຂຶ້ນກໍຈະປັບຂຶ້ນຕາມ ແຕ່ເມື່ອລາຄາໝູດິບລົງ ພັດບໍ່ໄດ້ປັບລົງຕາມ, ໃນຈຸດນີ້ທຸກພາກສ່ວນທີ່ກ່ຽວຂ້ອງກໍຕ້ອງໄດ້ປະສານງານກັນເພື່ອກວດກາຄືນ. ແນວໃດກໍດີ, ຕໍ່ກັບມາດຕະການຄວບຄຸມພະຍາດອະຫິວາໝູອາຟຣິກາທີ່ພາກລັດໄດ້ແຈ້ງການອອກມາແລ້ວ ບັນດາຜູ້ປະກອບການ ຫຼື ຊາວກະສິກອນຜູ້ລ້ຽງໝູເອງກໍຕ້ອງເປັນເຈົ້າການຮ່ວມກັນ ພ້ອມທັງປະຕິບັດຕາມຢ່າງເຂັ້ມງວດ ຖ້າເຮັດໄດ້ເຊື່ອວ່າພະຍາດດັ່ງກ່າວສາມາດຄວບຄຸມໄດ້ແນ່ນອນ.

ຢ່າງໃດກໍຕາມ, ໃນບົດລາຍງານຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເລກທີ 149/ຫອຄ.ນທ ລົງວັນທີ 26 ກໍລະກົດ 2019 ໃຫ້ຮູ້ວ່າ: ລາຄາຂາຍໝູນ້ອຍໜ້າຟາມ ມີຄື: ໝູນ້ອຍທົ່ວໄປ 8 – 10 ກິໂລ ລາຄາ 5,2 ແສນກີບ, 16 – 20 ກິໂລ ລາຄາ 7,8 ແສນກີບ, ໝູນ້ອຍ ບໍລິສັດ ຊີພີ 8 – 10 ກິໂລ ລາຄາ 5,5 ແສນກີບ ແລະ 16 – 20 ກິໂລ ລາຄາ 8,5 ແສນກີບ ສ່ວນໝູໃຫຍ່ 16.000 – 18.500 ກີບຕໍ່ກິໂລ. ສ່ວນລາຄາຂາຍໝູໃນທ້ອງຕະຫຼາດ ຂາຍສູງສຸດ 35 ພັນກີບຕໍ່ກິໂລ ເຊິ່ງຕາມການສັງເກດເຫັນວ່າ ໝູໃຫຍ່ມີທ່າອ່ຽງຫຼຸດລົງ ເນື່ອງຈາກວ່າຜູ້ລ້ຽງພາຍຫຼັງຂາຍໝູອອກແລ້ວ ບໍ່ກ້າຊື້ໝູນ້ອຍມາລ້ຽງ ເພາະມີຄວາມກັງວົນຕໍ່ພະຍາດລະບາດ ສ່ວນລາຍລະອຽດກໍາລັງສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ ຕິດຕາມ.