ບໍລິສັດ ສະກາຍຄູລ ໄດ້ເປັນຕົວແທນຈຳໜ່າຍທາງການ ຊີໄນເດີ ອີເລັກຕຣິກ ໃນປະເທດລາວ

192

ບໍລິສັດ ຊີໄນເດີ ອີເລັກຕຣິກ ໂອເວີຊີ ເອເຊຍ – ສາຂາປະເທດລາວ ( Schneider Electric Overseas Asia Pte Ltd – Laos Branch ) ໄດ້ຈັດພິທີເປີດໂຕ ບໍລິສັດ ສະກາຍຄູລ ຂາອອກ – ຂາເຂົ້າຈໍາກັດ ໃຫ້ເປັນຕົວແທນຈໍາໜ່າຍທາງການໃນປະເທດລາວ.

ພິທີເປີດໂຕດັ່ງກ່າວ ຈັດຂຶ້ນໃນວັນທີ 1 ສິງຫາ 2019 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອມມີ ລີອອງ ປະທານ ບໍລິສັດ ຊີໄນເດີ ອີເລັກຕຣິກ ຂົງເຂດອາຊີຕາເວັນອອກ ແລະ ຍີ່ປຸ່ນ, ທ່ານ       ທະນະພົງ ອິດທິສະກຸນໄຊ ປະທານ ບໍລິສັດ ຊີໄນເດີ ອີເລັກຕຣິກ ປະເທດໄທ ແລະ ລາວ, ທ່ານ ໂພສະຫວ່າງ ຈ່າສານ​ ປະທານ ກຸ່ມບໍລິສັດ ແອວດີຊີ, ທ່ານ ພອນໄຊ ສຸດທິພົງ ປະທານສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວ ແລະ ທ່ານ ນາງ ສາຍສຸລີ ຈ່າສານ ຜູ້ອໍານວຍການ ບໍລິສັດ ສະກາຍຄູລ ຂາອອກ – ຂາເຂົ້າ ຈໍາກັດ, ບັນດາພາກສ່ວນຮ້ານຄ້າທີ່ຈໍາໜ່າຍອຸປະກອນໄຟຟ້າ Schneider Electric ຕະຫຼອດຮອດບັນດາແຂກທີ່ຖືກເຊີນ.

ໃນການຂຶ້ນມີຄໍາເຫັນຕໍ່ງານ, ທ່ານ ທອມມີ ລີອອງ ກ່າວວ່າ: “ ເຫດຜົນທີ່ ສະກາຍຄູລ ໄດ້ຖືກເລືອກໃຫ້ເປັນຕົວແທນຈໍາໜ່າຍ ກໍເພາະວ່າບໍລິສັດນີ້ເປັນຜູ້ນໍາໜ້າດ້ວຍວິໄສທັດທາງດ້ານການສະໜອງສິນຄ້າ, ການບໍລິການກຸ່ມສິນຄ້າທີ່ມີຄຸນນະພາບສູງ ແລະ ໂດດເດັ່ນທາງດ້ານນະວັດຕະກໍາລະດັບໂລກໃຫ້ແກ່ສັງຄົມລາວ. ສະກາຍຄູລ ເປັນບໍລິສັດທີ່ມີໂຄງສ້າງດ້ານການຈໍາໜ່າຍ, ການບໍລິການຫຼັງການຂາຍ ແລະ ການກະຈາຍສິນຄ້າ ເຊິ່ງຕອບສະໜອງຄວາມຕ້ອງການຂອງບັນດາຫົວໜ່ວຍທຸລະກິດຕ່າງໆໃນທົ່ວປະເທດໄດ້ຢ່າງໝັ້ນຄົງ ”.

ຊີໄນເດີ ອີເລັກຕຣິກ ( Schneider Electric ) ເປັນຜູ້ຊ່ຽວຊານລະດັບໂລກໃນດ້ານການບໍລິຫານຈັດການພະລັງງານ ແລະ ລະບົບອັດຕະໂນມັດ ໂດຍມີລາຍໄດ້ປະຈໍາປີ 2016 ເປັນມູນຄ່າ 25 ພັນລ້ານເອີໂຣ, ບໍລິສັດມີພະນັກງານ 144.000 ຄົນ ໄວ້ລໍຖ້າບໍລິການລູກຄ້າໃນ 100 ກວ່າປະເທດໃນໂລກ ເພື່ອຊ່ວຍລູກຄ້າດ້ານການບໍລິຫານຈັດການພະລັງງານ ແລະ ແນະນໍາຂະບວນການເຮັດວຽກໄດ້ຢ່າງປອດໄພ, ມີສະຖຽນລະພາບ, ປະສິດທິພາບ ແລະ ຄວາມຍືນຍົງໃນການດໍາເນີນທຸລະກິດ ນັບຕັ້ງແຕ່ສະວິດໄຟໄປຈົນເຖິງລະບົບການເຮັດວຽກທີ່ສັບຊ້ອນ.

ໃນການຂຶ້ນມີຄໍາເຫັນຕໍ່ງານ, ທ່ານ ນາງ ສາຍສຸລີ ຈ່າສານ ຜູ້ອໍານວຍການ ໄດ້ກ່າວວ່າ: “ ມື້ນີ້ນັບວ່າເປັນກຽດອັນສູງສົ່ງຂອງ ບໍລິສັດ ສະກາຍຄູລ ຂາອອກ – ຂາເຂົ້າ ຈໍາກັດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຕົວແທນຈໍາໜ່າຍທາງການ ຊີໄນເດີ ອີເລັກຕຣິກ ໃນປະເທດລາວ. ເມື່ອເວົ້າເຖິງອຸປະກອນໄຟຟ້າໃນໂລກແລ້ວ ພວກເຮົາຍາມໃດກໍມີຄວາມເຊື່ອໝັ້ນວ່າອຸປະກອນໄຟຟ້າ Schneider Electric ໄດ້ມີການພັດທະນາທີ່ຕິດພັນກັບເຕັກໂນໂລຊີ ແລະ ຂະບວນການເພື່ອບໍລິຫານພະລັງງານ ແລະ ຂັ້ນຕອນໃນແນວທາງທີ່ຈະນໍາໄປສູ່ຄວາມປອດໄພ, ຄວາມເຊື່ອຖື, ປະສິດທິພາບ ແລະ ຄວາມຍືນຍົງ. ດ້ວຍສາເຫດດັ່ງກ່າວ, ພວກເຮົາຈຶ່ງຍອມຮັບວ່າ Schneider Electric ແມ່ນຜູ້ຊ່ຽວຊານລະດັບໂລກແຫ່ງການບໍລິຫານຈັດການ ແລະ ກົນໄກອັດຕະໂນມັດທາງດ້ານພະລັງງານ ”.

ທ່ານ ນາງ ສາຍສຸລີ ຈ່າສານ ກ່າວຕື່ມອີກວ່າ: ໂດຍຄວາມເປັນຈິງແລ້ວ  ສະກາຍຄູລ ເປັນບໍລິສັດນ້ອງໃໝ່ ເຊິ່ງມີອາຍຸນ້ອຍກວ່າສອງປີ, ດ້ວຍນະໂຍບາຍດ້ານການບໍລິຫານຈັດການທີ່ຄ່ອງຕົວ, ການຈໍາໜ່າຍສິນຄ້າທີ່ມີຄຸນນະພາບສູງລະດັບໂລກ ແລະ ການບໍລິການຫຼັງການຂາຍທີ່ທັນການ, ບໍລິສັດພວກເຮົາກໍໄດ້ມີການພັດທະນາຂະຫຍາຍຕົວຢ່າງວ່ອງໄວ ອັນໄດ້ເຮັດໃຫ້ຍອດຂາຍ 6 ເດືອນຂອງຕົ້ນປີນີ້ເທົ່າກັບຂອງໝົດປີ 2018 ທີ່ຜ່ານມາ ແລະ ຄຽງຄູ່ກັນນີ້ພວກເຮົາກໍສາມາດສ້າງຕັ້ງສາຂາຈໍາໜ່າຍສິນຄ້າຂອງຕົນເອງໄດ້ຫຼາຍກວ່າ 50 ແຫ່ງ ຢູ່ໃນທົ່ວປະເທດ.

ດ້ວຍວິໄສທັດທີ່ຈະເປັນຜູ້ນໍາໜ້າຂອງຕົວແທນຈໍາໜ່າຍອຸປະກອນໄຟຟ້າທີ່ໄດ້ຮັບຄວາມນິຍົມສູງສຸດຂອງໂລກໃນປະເທດລາວ ໃນນາມຜູ້ອໍານວຍການ ບໍລິສັດ ສະກາຍຄູລ ຂໍໃຫ້ຄໍາໝັ້ນສັນຍາຕໍ່ສາຂາຈໍາໜ່າຍ ແລະ ຄູ່ຄ້າ ຊີໄນເດີ ອີເລັກຕຣິກ ທັງໝົົດ ວ່າຈະໃຫ້ການຮ່ວມມື, ສະໜັບສະໜູນ ແລະ ພັດທະນາທຸລະກິດ ຊີໄນເດີ ອີເລັກຕຣິກ ຢ່າງຮອບດ້ານ. ທັງນີ້, ກໍເພື່ອພ້ອມກັນສ້າງຄວາມປະທັບໃຈຢ່າງສົມບູນໃຫ້ແກ່ລູກຄ້າ ໂດຍຜ່ານການບໍລິການທີ່ດີເລີດ, ຂະບວນການນະວັດຕະກໍາດ້ວຍເຕັກໂນໂລຊີທີ່ລໍ້າໜ້າ ແລະ ນໍາສະເໜີອຸປະກອນໄຟຟ້າທີ່ມີຄຸນນະພາບສູງສຸດຂອງໂລກໃຫ້ແກ່ລູກຄ້າ.

ທ່ານ ທະນະພົງ ອິດທິສະກຸລໄຊ ປະທານ ບໍລິສັດ ຊີໄນເດີ ອີເລັກຕຣິກ ປະເທດໄທ ແລະ ລາວ ກ່າວວ່າ: “ ຕະຫຼອດໄລຍະ 7 ປີ ທີ່ບໍລິສັດ ຊີໄນເດີ ອີເລັກຕຣິກ ລາວໄດ້ລົງທະບຽນ, ພວກເຮົາໄດ້ເລັງເຫັນເຖິງການຈະເລີນເຕີບໂຕຂອງການໃຊ້ພະລັງງານ ແລະ ໂຊລູຊັນຕ່າງໆຈາກຊີໄນເດີ. ດັ່ງນັ້ນ, ບໍລິສັດຈຶ່ງມີຄວາມຈຳເປັນທີ່ຈະພັດທະນາສັກກະຍະພາບ ແລະ ຄວາມສາມາດຂອງການກະຈາຍສິນຄ້າ ແລະ ສາຂາຈຳໜ່າຍໃນປະເທດລາວ ເພື່ອໃຫ້ມີຄວາມສາມາດໃນການຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນປະເທດລາວ. ມື້ນີ້ຖືເປັນໂອກາດດີທີ່ ຊີໄນເດີ ອີເລັກຕຣິກ ສາມາດຮ່ວມມືກັບທາງ ບໍລິສັດ ສະກາຍຄູລ ເພື່ອດຳເນີນທຸລະກິດຄຽງຄູ່ຮ່ວມກັນ ແນໃສ່ຂະຫຍາຍຂີດຄວາມສາມາດໃນການບໍລິການຂາສາຈຳໜ່າຍທົ່ວປະເທດ.

ໃນງານດັ່ງກ່າວ ເຊິ່ງຈັດຂຶ້ນທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີການແນະນໍາສິນຄ້າໃໝ່ໃນກຸ່ມອຸປະກອນ ລວມມີ: ຕູ້ຄອມຊຸມເມີ ຢູນິດ ( Square D Classic+ ) ລຸ້ນໃໝ່ທີ່ສວຍງາມ, ລ້ຳສະໄໝ ແລະ ປອດໄພສູງ. ລຸ້ນນີ້ຜະລິດອອກມາແນໃສ່ປະຕິວັດວົງການໄຟຟ້າເພື່ອກ້າວສູ່ຍຸກ 4.0 ເຊິ່ງມີການອອກແບບທີ່ທັນສະໄໝ, ທົນທານ ແລະ ປອດໄພສູງລະດັບໂລກ ຕາມມາດຕະຖານ IEC 61439 ເໝາະສົມສໍາລັບຕິດຕັ້ງໃນທີ່ພັກອາໄສ, ຕຶກ ຫຼື ອາຄານທຸກປະເພດ. ນອກຈາກນີ້, ຍັງມີສະວິດ – ເຕົ້າຮັບລຸ້ນໃໝ່ທີ່ສາມາດຕິດຕັ້ງງ່າຍຂຶ້ນດ້ວຍເຕັກໂນໂລຊີ Easy Clip ທີ່ສາມາດເຂົ້າສາຍກັບອຸປະກອນໄດ້ ໂດຍບໍ່ຕ້ອງນໍາໃຊ້ອຸປະກອນຊ່ວຍ, ປະຢັດເວລາ ແລະ ງ່າຍດາຍສົມຊື່.