ຈາກການມັກໃນສຽງດົນຕີຈົນກາຍເປັນຜູ້ປະກອບການຮ້ານ Take it Easy

67

ຮ້ານ ເທັກອິດອີຊີ ( Take it Easy ) ໄດ້ເລີ່ມເປີດໃຫ້ບໍລິການນັບແຕ່ຕົ້ນເດືອນກໍລະກົດ 2019 ເຊິ່ງເປັນການລວມຕົວຂອງບັນດາໝູ່ເພື່ອນທີ່ມັກໃນສຽງດົນຕີຈຶ່ງໄດ້ລົງມືເຮັດເປັນທຸລະກິດຮ້ານກາເຟ ທີ່ປະກອບມີການຫຼິ້ນດົນຕີສົດ, ດື່ມກາເຟທີ່ມາຈາກປາກຊ່ອງ ແລະ ອາຫານແບບອາເມຣິກາ.

ທ່ານ ຄິມ ທະວີສັກ ຫຸ້ນສ່ວນຮ້ານ ເທັກອິດອີຊີ ໃຫ້ສໍາພາດວ່າ: ຮ້ານ ເທັກອິດອີຊີ ສ້າງຕັ້ງ ແລະ ເປັນຫຸ້ນສ່ວນ   ໂດຍ ທ່ານ ຈວນຈວນເກົ້າ, ທ່ານ ທອມມີ້ ລິ້ມ, ທ່ານ ຄິມ ທະວີສັກ ແລະ ທ່ານ ນາງ ສຸພັກສອນ ທີລະກຸນ ເຊິ່ງພວກເຮົາທັງ 4 ຄົນ ເປັນນັກດົນຕີທີ່ມັກຮັກໃນການດື່ມກາເຟທ່າມກາງບັນຍາກາດສະບາຍໆໄດ້ຟັງເພັງຈາກເວທີສົດໄປພ້ອມ ຈຶ່ງຮ່ວມກັນເປີດຮ້ານນີ້ຂຶ້ນ ສ່ວນຊື່ຮ້ານ ເທັກອິດອີຊີ ( Take it easy ) ແມ່ນໄດ້ມາຈາກຊື່ເພງ ແລະ ເພງດັ່ງກ່າວເອີ້ນໄດ້ວ່າເປັນສັນຍະລັກຂອງວົງດົນຕີຂອງພວກເຮົາກໍວ່າໄດ້ ບໍ່ວ່າພວກເຮົາຈະໄປຫຼິ້ນດົນຕີຢູ່ໃສກໍຕ້ອງຮ້ອງເພງນີ້. ດັ່ງນັ້ນ, ມັນຈຶ່ງກາຍມາເປັນຊື່ຮ້ານຂອງພວກເຮົາ.

ນອກຈາກນີ້, ທາງຮ້ານເຮົາຍັງມີສິ່ງທີ່ໂດດເດັ່ນຄືເປັນຮ້ານກາເຟທີ່ມີອາຫານ ແລະ ຂອງຫວານຮ່ວມນໍາ ໂດຍອາຫານຈະເປັນຮູບແບບອາຫານອາເມຣິກາ ເຊິ່ງນັ້ນກາຍເປັນຈຸດແຕກຕ່າງຈາກຮ້ານກາເຟທົ່ວໄປ. ສ່ວນກຸ່ມລູກຄ້າຂອງພວກເຮົາແມ່ນເນັ້ນໃສ່ໄວກາງຄົນ ຫຼື ໄວກໍາລັງເຮັດວຽກທີ່ຢາກມີສະຖານທີ່ດື່ມກາເຟແບບສະບາຍໆ ແລະ ເຮັດວຽກໄປພ້ອມ. ສໍາລັບການຫຼິ້ນດົນຕີພາຍໃນຮ້ານຈຸດສໍາຄັນພວກເຮົາຢາກໃຫ້ລູກຄ້າທຸກໆຄົນສາມາດມີສ່ວນຮ່ວມໄດ້ ຫຼື ສາມາດຂໍໃຫ້ພວກເຮົາຮ້ອງໃຫ້ຟັງກໍໄດ້ເຊັ່ນກັນ ໃນນາມທີ່ພວກເຮົາເປັນນັກຮ້ອງ ຫຼື ນັກດົນຕີ ພວກເຮົາຢາກເຫັນລູກຄ້າທຸກຄົນທີ່ເຂົ້າມາແລ້ວໄດ້ຄວາມສຸກ, ໄດ້ຮອຍຍິ້ມ, ໄດ້ຄວາມປະທັບໃຈ ແລະ ໄດ້ຄວາມຄິດໃໝ່ກັບໄປ.

ທ່ານ ນາງ ສຸພັກສອນ ທີລະກຸນ ກໍໃຫ້ສໍາພາດຕື່ມວ່າ: ຈຸດເດັ່ນຂອງຮ້ານເຮົາຄືສະຖານຢູ່ຈຸດໃຈກາງຕົວເມືອງ ໂດຍເຮົາເລືອກເອົາກາເຟທີ່ດີທີ່ສຸດຈາກປາກຊ່ອງ ( ພັນປາປິກ້າ ) ແລະ ອາຫານທີ່ເຮັດສົດໃໝ່ທຸກມື້. ນອກຈາກເຄື່ອງດື່ມປະເພດກາເຟກໍຍັງມີປະເພດນໍ້າປັ່ນໝາກໄມ້ສົດ ຫຼື ນໍ້າໝາກໄມ້ສົດ ແລະ ນໍ້າອັດລົມກໍມີໃຫ້ເລືອກເຊັ່ນກັນ ລາຄາແມ່ນເລີ່ມຕົ້ນຢູ່ທີ່ 14 ພັນກີບ ຫາ 28 ພັນອີກ ສໍາລັບສູດກາເຟ ແລະ ເຄື່ອງດື່ມອື່ນໆພວກເຮົາໄດ້ເຮັດສູດຂຶ້ນມາເອງທົດລອງກວ່າ 100 ເທື່ອ ລວມທັງນໍ້າດື່ມ ແລະ ນໍ້າກ້ອນພວກເຮົາກໍເຮັດເອງ ເພາະເຮົາຄໍານຶງຢູ່ສະເໝີວ່າສິ່ງທີ່ເຮົາເຮັດໃຫ້ລູກຄ້າກິນກໍຄືເຮັດໃຫ້ຕົນເອງກິນ. ສະນັ້ນ, ພວກເຮົາຈຶ່ງເນັ້ນໜັກກ່ຽວກັບຄວາມສະອາດ, ຄວາມສົດໃໝ່ ແລະ ຄວາມທັນສະໄໝທີ່ເຂົ້າກັນ.

ສ່ວນປະເພດອາຫານກໍຈະເປັນປະເພດອາຫານເຊົ້າ, ເບີເກີ ແລະ ແຊນວິດໃນແບບອາເມຣິກາ ເພາະເປັນລາຍການອາຫານງ່າຍໆສະດວກສະບາຍ ສາເຫດທີ່ເລືອກເຮັດອາຫານປະເພດນີ້ ເພາະຢາກໃຫ້ຄົນລາວເຮົາ ຫຼື ຄົນຕ່າງປະເທດທີ່ອາໄສຢູ່ປະເທດລາວ ໄດ້ລອງຊີມອາຫານອາເມຣິກາແທ້ໆ ເນື່ອງຈາກສ່ວນປະສົມ ແລະ ວັດຖຸດິບສ່ວນໃຫຍ່ແມ່ນນໍາເຂົ້າຈາກຕ່າງປະເທດ. ລາຍການອາຫານແນະນໍາແມ່ນ OMG ເບີເກີ ໂດຍຈະໃຊ້ອາເມຣິກາຊີສ ( ໂດຍຈະມີໃຫ້ເລືອກເປັນຊີ້ນໝູ, ຊີ້ນງົວ ຫຼື ຊີ້ນໄກ່ ) ບວກກັບຊ໊ອດທີ່ເປັນເອກະລັກລົດຊາດອອກສົ້ມເພື່ອຕັດກັບລົດຊາດຂອງຊີສໄດ້ຢ່າງລົງຕົວ ແລະ ແປ້ງເບີເກີທີ່ກອບນອກນຸ້ມໃນຈາກຮ້ານເຮົາເອງ ເຊິ່ງຈະເສີບພ້ອມກັບສະຫຼັດ ແລະ ມັນຝຣັ່ງຈືນ. ລາຍການທີ 2 ກໍຈະເປັນສະເຕັກຊີສແຊນວິດ ຈຸດພິເສດແມ່ນການນໍາເອົາຊີ້ນມາຂົ້ວເປັນສະເຕັກແລ້ວເຮັດເປັນແຊນວິດທີ່ມີແປ້ງເຂົ້າໜົມນຸ້ມໆລາດດ້ວຍຊ໊ອດເສີບພ້ອມກັບສະຫຼັດ ແລະ ລາຍການແນະນໍາສຸດທ້າຍແມ່ນຈືນມັນຝຣັ່ງ ຈຸດເດັ່ນແມ່ນລາດດ້ວຍຊ໊ອດຊີສ ທີ່ມີສ່ວນປະສົມຂອງຊີ້ນສັດຈົນໄດ້ລົດຊາດພິເສດ ເຊິ່ງຈະມີຊີ້ນໝູ, ຊີ້ນໄກ່ ແລະ ຊີ້ນງົວໃຫ້ເລືອກ ລາຄາອາຫານເລີ່ມແຕ່ 19 ພັນ ຫາ 75 ພັນກີບ.

ປັດຈຸບັນບ້ານເຮົາມີຮ້ານກາເຟເປັນຈໍານວນຫຼາຍ ແຕ່ພວກເຮົາກໍຈະດຶງເອົາຈຸດເດັ່ນຂອງເຮົາອອກມາເພື່ອເພີ່ມທາງເລືອກໃຫ້ກັບລູກຄ້າທຸກຄົນບໍ່ວ່າຈະເປັນອາຫານ, ເຄື່ອງດື່ມ ແລະ ສຽງດົນຕີ ໂດຍຮ້ອງເພງ ແລະ ສະແດງຮ່ວມພວກເຮົາແບບເປັນກັນເອງຄືກັບຄອບຄົວ.

ສາມາດເຂົ້າມາລອງຊີມກາເຟ ແລະ ອາຫານຂອງພວກເຮົາໄດ້ທີ່ຕຶກ ເວີເທຣດເຊັນເຕີ ( ຊັ້ນ 4 ) ເປີດໃຫ້ບໍລິການແຕ່ເວລາ 7:30 ຫາ 20:30 ໂມງ ຫຼື ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທາງເຟສບຸ໊ກ: Take it Easy Cafe & Grill.

( ຂ່າວ: ນຸ້ມນິ້ມ, ຮູບ: ສຸກສະຫວັນ )