ສາລະວັນ – ເທືອທຽນເຫວ້ ພົບປະແລກປ່ຽນບົດຮຽນວຽກງານອົງການໄອຍະການ

90

ກອງປະຊຸມພົບປະແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກ ລະຫວ່າງ ອົງການໄອຍະການປະຊາຊົນ ແຂວງສາລະວັນ ສປປ ລາວ ກັບ ອົງການໄອຍະການປະຊາຊົນ ແຂວງເທືອທຽນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 1 ສິງຫາ 2019 ນີ້ ທີ່ສະໂມສອນໃຫຍ່ໃຫ້ກຽດເປັນປະທານຂອງ ທ່ານ ຄຳປຸ່ນ ອາໄພຈິດ ຫົວໜ້າອົງການໄອຍະການປະຊາຊົນ ແຂວງສາລະວັນ ພ້ອມຄະນະ, ຝ່າຍ ສສ ຫວຽດນາມ ມີທ່ານ ຫງວຽນ ແທງ ຮ໊າຍ ຫົວໜ້າອົງການໄອຍະການປະຊາຊົນ ເທືອທຽນເຫວ້ ພ້ອມຄະນະ ເຂົ້າຮ່ວມ.

ໃນການຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສາລະວັນຄັ້ງນີ້ ຫົວໜ້າອົງການໄອຍະການປະຊາຊົນ ແຂວງສາລະວັນ ແລະ ຫົວໜ້າອົງການໄອຍະການປະຊາຊົນ    ແຂວງເທືອທຽນເຫວ້ ໄດ້ລາຍງານສະພາບລວມແຂວງຂອງແຂວງຕົນໃຫ້ກັນຮັບຊາບ ເປັນຕົ້ນ: ສະພາບການພັດທະນາເສດຖະກິດ – ສັງຄົມຂອງສອງແຂວງ ແລະ ວຽກງານການກວດກາຕິດຕາມຂອງສອງອົງການໄອຍະການ, ຈັດຕັ້ງການແລກປ່ຽນປະສົບການດ້ານວຽກງານໄອຍະການລະ ຫວ່າງສອງແຂວງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ອີງໃສ່ເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງແຕ່ລະຝ່າຍ, ເປັນເອກະພາບໃນການຊ່ວຍເຫຼືອອຸປະກອນຮັບໃຊ້ຫ້ອງການ, ຊ່ວຍເຫຼືອໃນການຮຽນພາສາຫວຽດນາມ, ພາສາລາວໃຫ້ແກ່ພະນັກງານສະມາຊິກຂອງອົງການໄອຍະການ ແຂວງສາລະວັນ – ແຂວງເທືອທຽນເຫວ້.

ພ້ອມດຽວກັນນັ້ນ, ຄະນະຜູ້ແທນທັງສອງຝ່າຍກໍໄດ້ສົນທະນາ ແລະ ແລກປ່ຽນບົດຮຽນດ້ານວິຊາສະເພາະ, ສະພາບການຮ່ວມມືຂອງອົງການໄອຍະການປະຊາຊົນສອງແຂວງ ໃນໄລຍະຜ່ານມາແນໃສ່ສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ມີຜົນສຳເລັດຂອງສອງພັກ, ສອງລັດຖະບານ ເວົ້າລວມ, ກໍຄືການຮ່ວມມືຂອງອົງການໄອຍະການປະຊາຊົນສອງແຂວງສາລະວັນ ແລະ ເທືອທຽນເຫວ້ ເວົ້າສະເພາະໃຫ້ນັບມື້ເລິກເຊິ່ງ ແລະ ພັດທະນາຍິ່ງຂຶ້ນ, ທັງສອງໄດ້ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນບົດບັນທຶກທີ່ໄດ້ເຊັນກັນໃນໄລຍະຜ່ານມາ ແລະ ເນື້ອໃນບົດບັນທຶກກອງປະຊຸມ ຄັ້ງທີ V ຂອງອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຮ່ວມ ລາວ – ຫວຽດນາມ ທີ່ນະຄອນໂຮ້ຍອານ ແຂວງກວາງນາມ ແຫ່ງ ສສ ຫວຽດນາມ.

ສືບຕໍ່ຮ່ວມມືຍູ້ແຮງການຕ້ານ, ສະກັດກັ້ນຄະດີທີ່ເກີດໃນບໍລິເວນຊາຍແດນລະຫວ່າງສອງແຂວງ, ຮ່ວມມືກັນແກ້ໄຂບັນຫາຄະດີຂອງພົນລະເມືອງລາວ ທີ່ກະທຳຜິດຕໍ່ກົດໝາຍຂອງຫວຽດນາມ ແລະ ພົນລະເມືອງຫວຽດນາມກະທຳຜິດຕໍ່ກົດໝາຍລາວ, ໃຫ້ຄວາມສຳຄັນຕໍ່ຄະດີທີ່ພົວພັນເຖິງສິ່ງເສບຕິດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ປອມແປງສິນຄ້າ, ສອງຝ່າຍເອກະພາບຜັດປ່ຽນກັນເປັນເຈົ້າພາບກອງປະຊຸມ 2 ປີຕໍ່ຄັ້ງ, ປີ 2021 ອົງການໄອຍະການປະຊາຊົນເທືອທຽນເຫວ້ເປັນເຈົ້າພາບ. ໃນນັ້ນ, ຄະນະຜູ້ແທນອົງການໄອຍະການປະຊາຊົນແຂວງສາລະວັນ ຍັງໄດ້ຕີລາຄາສູງ ແລະ ມີຄວາມປິຕິຊົມຊື່ນທີ່ໄດ້ຮັບຄະນະຜູ້ແທນ ແຂວງເທືອທຽນເຫວ້ ໃນການມາຢ້ຽມຢາມ ແລະ ແລກປ່ຽນປະສົບການຄັ້ງນີ້ ທັງມີ ຄວາມເອກອ້າງທະນົງໃຈຕໍ່ສາຍພົວພັນການຮ່ວມມືທີ່ມີຜົນສໍາເລັດຂອງຜູ້ແທນສອງແຂວງ.

[ ຮູບ – ຂ່າວ: ກິນດາວັນ ]