ອຸຕຸເຕືອນ! ວັນທີ 5-7 ສິງຫາ ຈະມີຝົນຕົກໜັກພາກກາງ-ພາກໃຕ້ກຽມພ້ອມ

50

ສະພາບອາກາດໃນໄລຍະວັນທີ 5 ຫາ 11 ສິງຫາ 2019 ວ່າ: ໃນໄລຍະວັນທີ 5-7 ສິງຫາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ພ້ອມດຽວກັນລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ຍັງຈະມີກຳລັງປານກາງ ພັດປົກຄຸມຢູ່ທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງຢູ່ແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ຫາພາກໃຕ້.

ในภาพอาจจะมี หนึ่งคนขึ้นไป, รถมอเตอร์ไซค์, รถยนต์ และสถานที่กลางแจ้ง

 

ຈາກນັ້ນ, ວັນທີ 8-11 ສິງຫາ 2019 ຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ບໍລິເວນທະເລຈີນຕອນໃຕ້ ຈະມີທ່າອ່ຽງເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງຈະມີກຳລັງແຮງຂຶ້ນປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ

 

ในภาพอาจจะมี ผู้คนกำลังนั่ง, รถยนต์, รถมอเตอร์ไซค์ และสถานที่กลางแจ้ง

 

ຂະນະທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍງານ ພະຍາກອນອາກາດປະຈຳວັນທີ 5 ສິງຫາ 2019 ວ່າ: ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກເໜືອຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງພັດປົກຄຸມພາກກາງ ແລະ ພາກໃຕ້. ເຊິ່ງຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

 

ในภาพอาจจะมี ต้นไม้, ท้องฟ้า, ต้นพืช, รถยนต์ และสถานที่กลางแจ้ง