ຮັກອາຊີບກະສິກຳຕ້ອງຮູ້ !!! ການເຮັດນ້ຳສະກັດບຳລຸງພືດສູດໜໍ່ກວ້ຍ

84

ສໍາລັບອາຊີບຊາວກະຊິກອນ ນອກຈາກຈະປູກຟັງ ລ້ຽງສັດ ແລ້ວທີ່ຕ້ອງເຮັດເປັນປະຈໍາຄືການຮັກສາ ບົວລະບັດໃຫ້ພືດພັນຈະເລີນງອກງາມ ໂດຍປາສະຈາກສິ່ງທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ ແລະ ຫຼຸດຕົ້ນທຶນໃນການນໍາໃຊ້ຝຸ່ນ, ນໍ້າຢາປາບສັດຕູພືດ … ຫຼາຍໆຄົນອາດຍັງບໍ່ຮູ້ວ່າຕະຫຼອດເວລາຊາວກະຊິກອນໄດ້ມີການເຝິກອົບຮົມ, ຊອກຮູ້ວິທີ, ເຕັກນິກຫຼັກການໃນການເຮັດຝຸ່ນ, ນໍ້າຢາຂ້າສັດຕູພືດ ວິທີອື່ນໆອີກຫຼາຍໆຢ່າງເພື່ອນໍາມາບອກຕໍ່ ທົດລອງໃຊ້ກັບພືດຂອງຕົນ.

ແລະເຮົາມາເບິ່ງການສາທິດການເຮັດນ້ຳສະກັດບຳລຸງພືດສູດໜໍ່ກວ້ຍ ແລະ ການເຮັດຝຸ່ນບົ່ມແຫ້ງ ທີ່ຟາມຂອງຊາວສວນກຸ່ມຜະລິດພືດຜັກອິນຊີ ທີ່ບ້ານລ້ອງອໍ້ ເມືອງຊຽງເງີນ ແຂວງຫລວງພະບາງເບິ່ງວ່າເພິ່ນມີວິທີແນວໃດ:

ສ່ວນປະະສົມສູດບໍາລຸງພືດມີ: ໜໍ່ກ້ວຍ 3 ກິໂລກາມ, ກາກນໍ້າຕານ 1 ລິດ, EM ຫຼື ກຸ່ມຈຸລິນຊີປະສິດທິພາບ 0,5 ລິດ ເອົາທຸກຢ່າງຜະສົມເຂົ້າກັນແລ້ວບົ່ມໄວ້ 24 ຊົ່ວໂມງຈຶ່ງສາມາດນໍາໄປໃຊ້ໄດ້ ໂດຍນໍາໃຊ້ 10-20 ຊີຊີ/20ລິດ.

ຄວາມຮູ້ເສີມອີກຢ່າງສຳລັບມື້ນີ້ແມ່ນການເຮັດຝຸ່ນບົ່ມສ່ວນປະສົມສູດຝຸ່ນບົ່ມມີ: ມູນຂີ້ໄກ່ 100 ກິໂລກາມ, ຮໍາໄກ່ 10 ກິໂລກາມ, ກາກນໍ້າຕານ 1 ລິດ, EM 1 ລິດ, ນໍ້າ 100 ລິດ ສູດນີ້ໃຊ້ເວລາ 7 ມື້ (1 ອາທິດ) ຈຶ່ງສາມາດນໍາໃຊ້ໄດ້.

ໝາຍເຫດ EM ຫຍໍ້ມາຈາກ Effective Microorganisms ໝາຍເຖິງກຸ່ມຈຸລິນຊີທີ່ມີປະສິດທິພາບ ຕໍ່ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ເຊິ່ງປະກອບມີ ກຸ່ມຈຸລິນຊີສັງເຄາະແສງ ກໍຄືຕົ້ນໄມ້ ພືດຕ່າງໆ… , ກຸ່ມຈຸລິນຊີສ້າງກົດແລັກຕິກທີ່ມີຄຸນສົມບັດຕ້ານເຊື້ອລາ, ແບັດທີເລຍ (Lactic Acid Bacteria) ແລະ ປະເພດ ຢີສ (Yeast) ເປັນຕົວຊ່ວຍຍ່ອຍສະຫຼາຍ.