ເມືອງປາກລາຍ ເກັບລາຍຮັບໄດ້ 55% ແລ້ວ

244

ຕົວເລກການຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງປາລາຍແຂວງໄຊຍະບູລີ ຢູ່ທີ່ປະມານ 11 ຕື້ກວ່າກີບ ຂະນະທີ່ 6 ເດືອນຕົ້ນປີສາມາດເກັບລາຍຮັບໄດ້ແລ້ວ 6 ຕື້ກວ່າກີບ ເທົ່າກັບ 55% ຂອງແຜນການປີ.

ທ່ານ ບຸນໝັ້ນ ເສີມມາ ຫົວໜ້າຫ້ອງການ – ການເງິນເມືອງປາກລາຍ ໄດ້ໃຫ້ຮູ້ວ່າ: ສະເພາະປີ 2019 ເມືອງປາກລາຍ ມີແຜນລາຍຮັບທັງໝົດ 11,5 ຕື້ກວ່າກີບ,     6 ເດືອນຕົ້ນປີເກັບລາຍຮັບເຂົ້າງົບປະມານໄດ້ 6,34 ຕື້ກວ່າກີບ ເທົ່າກັບ 55,01% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 27,96%. ໃນນັ້ນ, ລາຍຮັບສ່ວຍສາອາກອນແຜນການ 11,05 ຕື້ກີບ, ປະຕິບັດໄດ້ 6,23 ຕື້ກວ່າກີບ ເທົ່າກັບ 56,43% ຂອງແຜນການປີ.

ສໍາລັບການຄຸ້ມຄອງລາຍຈ່າຍງົບປະມານປີນີ້ ເມືອງໄດ້ມີມາດຕະການໃນການຄຸ້ມຄອງດ້ວຍຫຼາຍຮູບການ, ຕາມແຜນລາຍຈ່າຍທັງໝົດ 18,15 ຕື້ກວ່າກີບ, ສາມາດປະຕິບັດໄດ້ 7,84 ຕື້ກວ່າກີບ ເທົ່າກັບ 42,22% ຂອງແຜນການປີ. ໃນນັ້ນ, ຈ່າຍເງິນເດືອນປະຕິບັດໄດ້ 4,37 ຕື້ກວ່າກີບ ເທົ່າກັບ 48,60%, ຈ່າຍເງິນອຸດໜູນຕ່າງໆປະຕິບັດໄດ້ 320 ລ້ານກວ່າກີບ ເທົ່າກັບ 36,88%, ຈ່າຍບໍລິຫານປະຕິບັດໄດ້ 1,03 ຕື້ກວ່າກີບ ເທົ່າກັບ 28,86%, ຈ່າຍດັດສົມສົ່ງເສີມປະຕິບັດໄດ້ 319 ລ້ານກວ່າກີບ ເທົ່າກັບ 26,22%.

ທ່ານ ບຸນໝັ້ນ ເສີມມາ ຍັງໃຫ້ຮູ້ຕື່ມອີກວ່າ: ສາເຫດທີ່ພາໃຫ້ລາຍຮັບຫຼຸດປີຜ່ານມາ ຍ້ອນວ່າການນໍາໃຊ້ມາດຕະການທາງດ້ານລະບົບກົດໝາຍຂອງຂະແໜງການເງິນ ຕໍ່ກັບຜູ້ປະກອບການທຸລະກິດຍັງບໍ່ທັນເຂັ້ມງວດ, ການປະຕິບັດທິດນໍາ 3 ສ້າງ ແລະ ສ້າງເມືອງເຂັ້ມແຂງທາງດ້ານການເງິນງົບປະມານຍັງປະຕິບັດບໍ່ທັນຄົບຖ້ວນ, ແຜນລາຍຮັບພາສີທີ່ດິນສູງ ແຕ່ຕົວເລກຈັດເກັບແມ່ນບໍ່ມີ, ທຸລະກິດຜູ້ປະກອບການຮ້ອງຂໍຕໍ່ວ່າກັບພັນທະອາກອນ ແລະ ທີ່ດິນ, ລາຍຮັບປັບໃໝຍັງແມ່ນລາຍຮັບບັງເອີນ ມີຕົວເລກແຜນການແຕ່ປະຕິບັດບໍ່ ໄດ້.

ຕໍ່ກັບບັນຫາດັ່ງກ່າວເມືອງປາກລາຍ ແມ່ນຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານໃນຂົງເຂດການເງິນໃຫ້ມີຄວາມຫ້າວຫັນ ແລະ ໜັກແໜ້ນເຂັ້ມແຂງ, ປຸກລະດົມທຸກພາກສ່ວນເສດຖະກິດ, ຜູ້ປະກອບການໃຫ້ໄດ້ເຄື່ອນໄຫວທຸລະກິດ ເພື່ອປະຕິບັດພັນທະໃຫ້ຄົບຖ້ວນ.

[ ໂດຍ: ອຸ່ນເຮືອນ ໂພທິລັກ ]