ແຂວງຄຳມ່ວນ ປະກາດຊັບຊ້ອນໜ້າທີ່ຫຼາຍຕໍາແໜ່ງງານໃນພະແນກກະສິກຳ

52

ປີ 2019 ບັນດາພະແນກການທາງພາກລັດຈາກທົ່ວປະເທດ ໄດ້ມີການປະກາດຊັບຊ້ອນໜ້າທີ່ຕໍາແໜ່ງໃໝ່ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເຊັ່ນດຽວກັນກັບແຂວງ ຄຳມ່ວນ ພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍ່ໄດ້ມີການປະກາດຊັບຊ້ອນໜ້າທີ່ ຫຼາຍຕໍາແໜ່ງ ທັງນີ້ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ຮັບປະສິດທິຜົນກວ່າເກົ່າ

 

ພິທີດັ່ງກ່າວໄດ້ມີຂຶ້ນໃນວັນທີ 2 ສິງຫາ 2019 ຜ່ານມາ ທີ່ພະແພກກະສິກຳ ແລະ ປ່າໄມ້ແຂວງ, ໄດ້ພິທີປະກາດການຈັດຕັ້ງ ແລະ ສັບຊ້ອນຕໍາແໜ່ງໜ້າທີ່ວຽກງານລະດັບຂະແໜງການ ຂອງພະແນກກະສິກຳ ແລະ ປ່າໄມ້ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆ ຄໍາມ່ວນ, ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ພ້ອມດ້ວຍຄະນະ, ມີບັນດາຂະແໜງການອ້ອມຂ້າງ ຕະຫຼອດຮອດພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.

 

 

ໃນພິທີ ທ່ານ ສີລາ ຈັນທະລາວົງ ຫົວໜ້າຂະແໜງບໍລິຫານ ແລະ ຈັດຕັ້ງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງໆ ຄຳມ່ວນ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າຂະແໜງ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ເຊິ່ງໄດ້ເຫັນດີຕົກລົງແຕ່ງຕັ້ງ ທ່ານ ແສງເພັດ ວິໄລພອນ ຮອງກອງກວດກາປ່າໄມ້ ໄປເປັນຮອງ ຫົວໜ້າຂະແໜງປ່າໄມ້; ທ່ານ ໄພບູນ ມາລາກຸນ ຮອງຫົວໜ້າຂະແໜງແຜນການ ແລະ ການເງິນ ໄປເປັນ ຮອງຫົວໜ້າກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ; ທ່ານ ສອນໄຊ ພົມຫຼວງສີ ຮອງຫົວໜ້າຂະແໜງປ່າໄມ້ ໄປເປັນຮອງຫົວໜ້າກອງກວດກາປ່າໄມ້.

 

 

ຂໍ້ຕົກລົງຂອງ ທ່ານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ວ່າດ້ວຍການແຕ່ງຕັ້ງພະນັກງານວິຊາການ ໄປຮັບຕຳແໜ່ງໜ້າທີ່ໃໝ່ ເຊິ່ງໄດ້ເຫັນດີແຕ່ງຕັ້ງ ທ່ານ ສຸກທະວີ ສຸວັນນະສານ ຫົວໜ້າໜ່ວຍງານສືບສວນ-ສອບສວນ ກອງກວດກາປ່າໄມ້ ໄປເປັນຫົວໜ້າໜ່ວຍງານກວດກາ ຂະແໜງກວດກາລັດ;ທ່ານ ບຸນທະວີ ວັນນະບົວທອງ ຫົວໜ້າໜ່ວຍງານກວດກາປ່າໄມ້ ກອງກວດກາປ່າໄມ້ ໄປເປັນຫົວໜ້າໜ່ວຍງານ ສຳຫຼວດປ່າໄມ້ ຂະແໜງປ່າໄມ້; ທ່ານ ເກີດມີ ໄຊຍະສອນ ເປັນຮອງຫົວໜ້າກວດກາສັດນໍ້າ-ສັດປ່າ; ທ່ານ ຄຳພັດ ໄກຍາລາດ ເປັນຫົວໜ້າໜ່ວຍງານກວດກາປ່າໄມ້ ກອງກວດກາປ່າໄມ້; ທ່ານ ວິໄລພອນ ໜໍ່ສຸວັນ ເປັນຫົວໜ້າໜ່ວຍງານ ສືບສວນ-ສອບສວນ ກອງກວດກາປ່າໄມ້; ທ່ານ ໄກ່ ຄຳທິດ ເປັນຮອງຫົວໜ້າໜ່ວຍງານສືບສວນ-ສອບສວນ ກອງກວດກາປ່າໄມ້; ທ່ານ ໄຊຊະນະ ໄຊຍະວົງ ວິຊາການກອງກວດກາປ່າໄມ້ ໄປເປັນວິຊາການ ຢູ່ຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ.

 

 

ໃນພິທີ ຍັງໄດ້ມອບໃບຍ້ອງຍໍ ໃຫ້ກັບຄະນະຮັບຜິດຊອບ ກ່ຽວກັບວຽກງານບ້ານກະສິກຳພັດທະນາຢູ່ເມືອງໜອງບົກ ແລະ ເມືອງຫີນບູນ ໂດຍການເປັນກຽດມອບຂອງ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆ ຄຳມ່ວນ ແລະ ໃນໂອກາດດັ່ງກ່າວ ທ່ານ ກໍ່ໄດ້ກ່າວມີຄຳເຫັນໂອ້ລົມ ຕໍ່ຜູ້ໄດ້ຮັບຕຳ  ແໜ່ງໜ້າທີ່ໃໝ່ ຕ້ອງເປັນພະນັກງານທີ່ດີ ມີຄຸນທາດການເມືອງ, ມີຄຸນສົມບັດ ສິນທຳປະຕິວັດ ເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະຂອງຕົນດ້ວຍຄວາມສັດຊື່ບໍລິສຸດ, ບໍ່ສະແຫວງຫາຜົນປະໂຫຍດອັນທີ່ບໍ່ຖືກຕ້ອງ ເຄົາລົບນັບຖື ແລະ ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ.