ມັນຝຣັ່ງ ເປັນພືດທີ່ມີຖິ່ນກຳເນີດໃນເຂດພູເຂົາແອນດິສ ທະວີບອາເມລິກາໃຕ້ ເຊິ່ງໃນອະດີດເປັນອາຫານຫຼັກຂອງຊາວອິນຄາ ກິນຄູ່ກັບເຂົ້າໂພດ, ຊາວສະເປນເປັນຜູ້ນໍາຝຣັ່ງເຂົ້າມາເອີຮົບ ຈົນແຜ່ຫຼາຍ ແລະ ເປັນອາການຫຼັກໃນການໃຊ້ຊີວິດປະຈຳວັນ ປັດຈຸບັນຝຮັ່ງເປັນອາຫານມີຜົນຜະລິດຫຼາຍເປັນອັນດັບທີ4 ຮອງຈາກເຂົ້າ ແລະ ສາລີ ແລະ ເຂົ້າໂພດ ເຊິ່ງໃຫ້ຄຸນຄ່າທາງດານໂພຊະນະການຫຼາຍຢ່າງຕໍ່ຮ່າງກາຍ

ມັນຝຣັ່ງສີເຫຼືອງ
ຫົວມັນຝຣັ່ງ ມີວິຕາມິນສູງ ຈຶ່ງຊ່ວຍປ້ອງກັນຫວັດ, ບໍາລຸງຜິວພັນ ປ້ອງກັນໂຣກເລືອດອອກຕາມຟັນແຂ້ວ; ອຸດົມໄປດ້ວຍແຄລຊ້ຽມຊ່ວຍບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ ໃນຝຮັ່ງມີສານສຳຄັນຫຼາຍຢ່າງ ທີ່ມີລິດຕໍ່ຕ້ານເຊື້ອລາ ແລະ ແບັກເຕີເຣຍໄດ້; ມີສັບພະຄຸນເປັນຢາລະບາຍອ່ອນໆ ຊ່ວຍຍ່ອຍອາຫານ ຊ່ວຍໃຫ້ລຳໄສ້ບີບຕົວ ແລະ ຄາຍຕົວ, ກະຕຸ້ນການເຮັດວຽກຂອງລຳໄສ້ ເຮັດໃຫ້ລຳໄສ້ເຮັດວຽກດີຂຶ້ນ ພ້ອມທັງຫຼຸດອາການທ້ອງຜູກ

ນອກນັ້ນ, ໃນມັນຝຣັ່ງມີວິຕາມິນຊີບີ 6 ເຊິ່ງຊ່ວຍບຳລຸງປະສາດ ແລະ ສະໝອງ ເກີດອາລົມດີ ແລະ ຜ່ອນຄາຍ ເຮັດໃຫ້ຫຼັບງ່າຍ ແລະ ຫຼຸດຄວາມຄຽດໄດ້. ຊ່ວຍຮັກສາໂຣກໂລຫິດຈາງ ເນື່ອງຈາກໃນມັນຝຣັ່ງ ມີວິຕາມິນຊີ ແລະ ທາດເຫຼັກ ທີ່ຮ່າງກາຍສາມາດດູດຊືມໄປໃຊ້ງ່າຍໄດ້ງ່າຍ ໂດຍທາດເຫຼັກຈະຊ່ວຍໃຫ້ຮ່າງກາຍສ້າງເມັດເລືອດແດງ ແລະ ມີສັບພະຄຸນຊ່ວຍບຳລຸງຫຼອດເລືອດໃຫ້ແຂງແຮງ ເຮັດໃຫ້ຫຼອດເລືອດຫົດຢືດ ບໍ່ແຕກງ່າຍ, ຊ່ວຍຫຼຸດຄວາມດັນເລືອດ, ຫຼຸດໄຂມັນໃນເລືອດ ແລະ ຫຼຸດຄໍເລສເຕີຣອລ. ນອກນີ້, ມັນຝຣັ່ງຍັງເໝາະສຳລັບເປັນອາຫານແມ່ຖືພາ ຫຼື ແມ່ທີ່ກຳລັງໃຫ້ນົມລູກ ເນື່ອງຈາກຊ່ວຍກະຕຸ້ນ ແລະ ຂັບນໍ້ານົມໄດ້ເປັນຢ່າງດີ

ຂໍ້ຄຳແນະນຳ ກ່ອນນຳຝຣັ່ງມາເຮັດອາຫານ ຄວນລ້າງໃຫ້ສະອາດ ໂດຍບໍ່ຕ້ອງປອກເປືອກເພາະສານທີ່ມີປະໂຫຍດຫຼາຍຊະນິດທີ່ສະສົມໃນເປືອກເຊັ່ນ: ສານແອນໂທໄຊຍານິນ ເຊິ່ງພົບຢູ່ໃນເປືອກຂອງຝຣັ່ງເປືອກສີມ່ວງ ເປັນສານຕ້ານອະນຸມູນອິດສະຫຼະ ທີ່ເຊື່ອກັນວ່າຊ່ວບປ້ອງກັນໂຣກຫຼອດເລືອດຫົວໃຈ ແລະ ໂຣກມະເຮັງ


ມັນຝຣັ່ງມ່ວງ
ຂໍ້ຄວນລະວັງໃນການເລືອກມັນຝຣັ່ງ: ຫົວມັນຝຣັ່ງທີ່ມີຮາກປົ່ງອອກມາ ເປືອກສີຂຽວ ຫຼື ເນື້ອນິ້ມມີຮອຍແຜເນົ່າສີດຳ ຈະມີສານໂຊລານີນປະລິມານຫຼາຍ ເຊິ່ງເປັນອັນຕະລາຍຕໍ່ຮ່າງກາຍ ກິນແລ້ວເຮັດໃຫ້ມີາອການແຫ້ງຄໍ, ມຶນຊາ, ເຈັບຫົວ,ປວດຮາກ, ຖອກທ້ອງ, ຊັກ, ຖືຄີງໄຂ້ໝົດສະຕິ ແຕ່ບໍ່ເຖິງຂັ້ນເສຍຊີວິດ ແຕ່ອາການຈະຮຸນແຮງພຽງໃດນັ້ນ ແມ່ນຂຶ້ນຢູ່ກັບການແພ້ຂອງແຕ່ລະຄົນ ເຊິ່ງສານຊະນິດນີ້ຈະມີໃນມັນຝຣັ່ງເປືອກສີແດງ ຫຼາຍກວ່າເປືອກສີເຫຼືອງ ແລະ ມີໃນມັນຝຣັ່ງດິບຫຼາຍກວ່າມັນຝຣັ່ງສຸກແລ້ວ. ສ່ວນມັນຝຣັ່ງທີ່ມີພຽງຮາກ ຫຼື ມີຕາຮາກ ໃຫ້ຕັດສ່ວນຮາກ ແລະ ຕາອອກ ຈາກນັ້ນນຳມາແຊ່ນໍ້າໄວ້ໄລຍະໜຶ່ງ ກໍ່ສາມາດນຳໄປເຮັດອາຫານໄດ້ຢ່າງປອດໄພ


ມັນຝຣັ່ງຂຽວສີຂຽວ