ຮູ້ໄວ້ໃຫ້ປະໂຫຍດ! ໝາກໄມ້​ ຊ່ວຍຕ້ານ​ມະ​ເຮັງ​ເຕົ້າ​ນົມ​

182

ມະ​ເຮັງ​ເຕົ້າ​ນົມ​ ເປັນ​ພະຍາດ​ຮ້າຍ​ທີ່​ເຊື່ອ​ວ່າ​ບໍ່​ມີ​ໃຜ​ຢາກ​ ຈະໃຫ້​ເກີດ​ຂຶ້ນ​ກັບ​ຕົວ​ເອງ​ ແລະ ​ເຖິງວ່າ​ຄວາມ​ສ່ຽງ​ພະຍາດ​ມະ​ເຮັງ​ເຕົ້າ​ນົມ​ຈະ​ເກີດ​ຂຶ້ນ​ຈາກ​ພຶດຕິກຳ​ການ​ຮັບປະທານ​ອາຫານ​ເປັນ​ສ່ວນ​ໃຫຍ່​ ແຕ່​ຮູ້​ບໍ​ວ່າ​​ຍັງມີ​ອີກ​ 7 ໝາກໄມ້​ຕ້ານ​ມະ​ເຮັງ​ເຕົ້າ​ນົມ​ຢູ່​ເທິງ​ໂລກ​ໃບ​ນີ້​ດ້ວຍ​ ​​ ເຊິ່ງຈະມີ​ຫຍັງ​ແດ່ໄປອ່ານພ້ອມໆກັນລີຍ!!

 

 

ໝາກພິລາ​: ງານ​ວິ​ໄຈ​ທາງ​ການ​ແພດ​ສ​ະຫະລັດ​ອາ​ເມລິ​ກາພົ​ບວ່າ​ ນໍ້າໝາກພິລາ​ອຸດົມ​ໄປ​ດ້ວຍ​ສານ​ຕ້ານ​ອ​ະນຸ​ມູນ​ອິດສະຫຼະ​ຫຼາຍ ​ຊະນິດ​ທີ່​ມີປະ​ສິດ​ທິ​ພາບ​ຂ້ອນ​ຂ້າງ​ສູງ​ ແລະ​ ຍັງມີ​ໄຟ​ໂຕ​ນິວ​ທຽນ ລວມເຖິງ​ກົດ​ເອນ​ລາ​ຈິກ​ ທີ່​ມີ​ຄຸນສົມບັດ​ຊ່ວຍ​ປ້ອງ​ກັນ​ການ​ປ່ຽນ​ແປງ​ຂອງ​ເຊລ​ໃນ​ຮ່າງກາຍ​ມະນຸດ​ ແລະ ​ຢັບ​ຢັ້ງ​ການ​ຂະຫຍາຍ​ຕົວ​ຂອງ​ເຊລ​​ຜິດ​ປົກກະຕິ​ ເຊິ່ງ​ອາດຈະ​ກາຍ​ເປັນ​ເຊລ​​ມະ​ເຮັງ​ໄດ້​ ໂດຍ​ສະເພາະ​ເຊລ​ມະ​ເຮັງ​ຜິວ​ໜັງ​, ມະ​ເຮັງ​ລຳ​ໄສ້​ ມະ​ເຮັງ​ຕັບ​ ມະ​ເຮັງ​ເຕົ້າ​ນົມ​ ແລະ ​ມະ​ເຮັງ​ຕ່ອມ​ລູກ​ໝາກ​. ນອກ​ຈາກ​ນີ້, ສະ​ຖາ​ບັນ​ມະ​ເຮັງ​ແຫ່ງ​ຊາດ​ ປະເທດ​   ສ​ະຫະລັດ​ອາ​ເມ​ລິ​ກາ​ ຍັງ​ບອກ​ເພີ່ມເຕີ່ມ​ດ້ວຍ​ວ່າ​ ສານ​ເອນ​ລາ​ຈິກ​ໃນ​ໝາກພິລາ​ ສາມາດ​ປ້ອງ​ກັນ​ພະຍາດ​ມະ​ເຮັງ​ປາກ​ມົດລູກ​ຂອງ​ຜູ້ຍິງ​ໄດ້​ອີກ​ດ້ວຍ​​

 

 

ໝາກກ້ຽງ​ ແລະ ໝາກໄມ້​ຕະກູນ​ໝາກກ້ຽງ: ຜົນ​ການສຶກສາ​ຂອງ​ Texas A&M University ເຜີຍ​ວ່າ​ ນອກ​ຈາກ​ໝາກກ້ຽງຈະ​ເຕັມໄປ​ດ້ວຍ​ວິ​ຕາ​ມິນ​ຊີ​ແລ້ວ​ ໃນ​ໝາກກ້ຽງ ແລະ ​ໝາກໄມ້​ຕະກູນ​ໝາກກ້ຽງຍັງມີ​ຄຸນສົມບັດ​ຕ້ານ​ມະ​ເຮັງ​ໄດ້​ເປັນ​ຢ່າງ​ດີ​ ໂດຍ​ສະເພາະ​ກັບ​ພະຍາດ​ມະ​ເຮັງ​ເຕົ້າ​ນົມ​ ເນື່ອງ​ຈາກ​ມີ​ສານ​ແຄ​ໂຣ​ທີນ​ອຍ​ຂ້ອນ​ຂ້າງ​ສູງ​ນັ້ນ​ເອງ​

 

 

ໝາກຫຸ່ງ​: ​ຈັດ​ເປັນ​ໝາກໄມ້​ສີ​ສົ້ມ​ທີ່​ອຸດົມ​ໄປ​ດ້ວຍ​ເບ​ຕ້າ​ແຄ​ໂຣ​ທີນ​ ວິ​ຕາ​ມິນ​ເອ​ ວິ​ຕາ​ມິນ​ຊີ​ ແຄລ​ຊຽມ​ ຟອດ​ຟໍຮັສ ແລະ ​ທາດ​ເຫຼັກ​ ມີ​ຄຸນສົມບັດ​ບຳ​ລຸງ​ສາຍ​ຕາ ​ແລະ​ ຊ່ວຍ​ຕ້ານ​ມະ​ເຮັງ​ໄດ້​ ຢືນຢັນ​ຈາກ​ງານ​ວິ​ໄຈ​ຂອງ​ມະຫາ​ວິທະຍາໄ​ລ​ຟໍ​ຣິ​ດາ​ທີ່ພົບວ່າ​ ຄຸນຄ່າ​ທາງ​ໂພຊະນາ​ການ​ຂອງ​ໝາກຫຸ່ງມີ​ລິດ​ປ້ອງ​ກັນ​ພະຍາດ​ມະ​ເຮັງ​ໄດ້​ຢ່າງ​ມີປະ​ສິດ​ທິ​ພາບ​ ໂດຍ​ສາມາດ​ເຂົ້າໄປ​ຢັບ​ຢັ້ງ​ການ​ຈະເລີນ​ເຕີບໃຫຍ່​ຂອງ​ເນື້ອງ​ອກ​ ຫຼື ເຊລ​​ຜິດ​ປົກກະຕິ​ທີ່​ມີ​ແນວ​ໂນ້ມ​ຈະ​ກາຍ​ເປັນ​ເຊລ​ມະ​ເຮັງ​ ແລະ ຍັງ​ຢັບ​ຢັ້ງ​ໄດ້​ທັງ​ເຊລ​​ມະ​ເຮັງ​ເຕົ້າ​ນົມ​ ມະ​ເຮັງ​ປາກ​ມົດລູກ​ ມະ​ເຮັງ​ຕັບ​ ແລະ​ ມະ​ເຮັງ​ຕັບ​ອ່ອນ

 

 

ແອັບ​ເປີ້ນ​: ຜົນ​ການສຶກສາ​ຈາກ​ University of California ຮ່ວມ​ກັບ​ Genesis Prevention Center ເຜີຍ​ວ່າ​ ຫາກ​ກິນ​ແອັບ​ເປີ້ນ​ໄດ້​ມື້​ລະ​ 1 ໜ່ວຍ ຈະ​ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ພະຍາດ​ມະ​ເຮັງ​ເຕົ້າ​ນົມ​ໄດ້​ຂ້ອນ​ຂ້າງ​ຫຼາຍ ເນື່ອງ​ຈາກ​ແອັບ​ເປີ້ນ​ມີ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫຼະ​ຄ່ອນ​ຂ້າງ​ສູງ​ ລວມ​ທັງ​ຟຼາ​ໂວນ​ອຍ​ ໄຟ​ເບີ​ ແລະ ​ສານ​ອາຫານ​ອື່ນໆ​ ທີ່​ມີ​ຄຸນສົມບັດ​ຕ້ານ​ມະ​ເຮັງ​ອີກ​ນັບ​ບໍ່​ຖ້ວນ​ ແຕ່​ທັງ​ນີ້​ກໍ​ຕ້ອງ​ກິນ​ແອັບ​ເປີ້ນ​ແບບ​ບໍ່​ປອກ​ເປືອກ​ ເພາະ​ສັບພະຄຸນ​ຂອງ​ແອັບ​ເປີ້ນ​​ທັງ​ໝົດ​ຢູ່ໃນເ​ປືອກ

 

 

ໝາກໄມ້​ຕະກູນ​ເບີ​​ຣີ​: ໝາກໄມ້​ຊະນິດ​ນີ້​ອຸດົມ​ໄປ​ດ້ວຍ​ສານ​ຟຼາ​ໂວນ​ອຍ​ ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫຼະ​ ແລະ ​ສານ​ທີ່​ມີ​ຄຸນສົມບັດ​ຕ້ານ​ເຊລ​​ມະ​ເຮັງ​ຮ້າຍ​ ໂດຍ​ຜົນ​ການ​ວິໄຈ​ກໍ​ພົບ​ວ່າ​  ໝາກໄມ້​ຕະກູນ​ເບີ​ຣີ​ ໂດຍ​ສະເພາະ​ບູ​ເບີ​ຣີ​ມີ​ສານ​ເຄ​ມີ​ຈຳ​ພວກ​ແອນ​ໂທ​ໄຊ​ຢາ​ນິນ​ (Anthocyanins) ສູງ​ ເຊິ່ງ​ຊ່ວຍ​ຊະ​ລໍ​ການ​ເກີດ​ເຊລ​ມະ​ເຮັງ​ ແລະ ຫຼຸດ​ເຊລ​​ມະ​ເຮັງ​ເຕົ້າ​ນົມ​ໃນ​ໜູ​ທົດລອງ​ໄດ້​ເຖິງ​ 60-75% ເມື່ອ​ທຽບ​ກັບ​ໜູ​ທົດລອງ​ທີ່​ບໍ່​ໄດ້​ກິນ​ບູ​ເບີ​ຣີ​ເປັນ​ປະຈຳ​

 

 

ໝາກມັງ​ຄຸດ​: ສູນ​ວິ​ໄຈ ​ແລະ ​ພັດທະນາ​ໝາກມັງ​ຄຸດ ບໍລິສັດ​ ເອ​ຊຽນ​ ໄຟໂຕຊູ​ຕິກ​ອນ​ ຈໍາກັດ​ (ມະຫາ​ຊົນ​) ແລະ ​ມະຫາ​ວິທະຍາ​ໄລ​ຊຽງ​ໃໝ່​ພົບ​ວ່າ​ ສານ​ສະ​ກັດ​ຈາກ​ ໝາກມັງ​ຄຸດ​ຊ່ວຍ​ສ້າງ​ເຊລ​​ເມັດ​ເລືອດ​ຂາວ​ຊະນິດ​ TH1 ແລະ​ TH 17 ເຊິ່ງ​ມີ​ຄຸນສົມບັດ​ຊ່ວຍ​ກຳຈັດ​ ແລະ ​ປ້ອງ​ກັນ​ການ​ເກີດ​ເຊລ​ມະ​ເຮັງ​ເກືອບ​ທຸກ​ຊະນິດ​ໄດ້​ ບໍ່​ເວັ້ນ​ແມ້ແຕ່​ມະ​ເຮັງ​ເຕົ້າ​ນົມ​ ອີກ​ທັງ​ເຊລ​ເມັດ​ເລືອດ​ຂາວ​ TH1 ຍັງ​ເປັນ​ສານ​ກະຕຸ້ນ​ພູ​ມຄຸ້ມ​ກັນ​ໃນ​ຮ່າງກາຍ​ໃຫ້​ແຂງ​ແຮງ​ ສາມາດ​ຊ່ວຍ​ປ້ອງ​ກັນ​ພະຍາດ​ໄດ້​ດີ​ຂຶ້ນ​.

 

 

ແນວໃດ​ກໍ່ຕາມ​ ໝາກໄມ້​ທີ່ຊ່ວຍຕ້ານ​ມະ​ເຮັງ​ເຕົ້າ​ນົມ​ ​ນີ້​ເປັນພຽງ​ຕົວ​ຊ່ວຍ​ປ້ອງ​ກັນ​ພະຍາດ​ຮ້າຍ​ໄດ້​ອີກ​ທາງ​ເລືອກ​ໜຶ່ງ​ເທົ່າ​ນັ້ນ​ ແຕ່​ສິ່ງ​ທີ່​ຈະ​ກາ​ລັນ​ຕີ​ໄດ້​ວ່າ​ເຮົາ​ຈະ​ບໍ່​ປ່ວຍ​ເປັນ​ມະ​ເຮັງ​ເຕົ້າ​ນົມ​ກໍ​ຄື​ການ​ເບິ່ງ​ແຍງ​ສຸຂະພາບ​ຂອງ​ຕົວ​ເຮົາ​ເອງ​ໃຫ້​ດີ​ໃນ​ທຸກ​ໆ​ ດ້ານ​ໂດຍ​ສະເພາະ​ເລື່ອງ​ອາຫານ​ການ​ກິນ​ຂອງ​ເຮົາ​ເອງ​​ ພະຍາຍາມ​ຫຼີກ​ລ້ຽງ​ອາຫານ​ປະ​ເພດ​ທອດ​ ປິ້ງໄໝ້​ ອາຫານ​ທີ່​ມີ​ໄຂ​ມັນ​ສູງ​ ແລະ ​ອາຫານ​ແປ​ຮູບ​ຕ່າງ​ໆ​ ທີ່​ອາດ​ເປັນ​ປັດ​ໄຈກະຕຸ້ນ​ໃຫ້​ເກີດ​ເຊລ​ມະ​ເຮັງ​ໃນ​ຮ່າງກາຍ​ເຮົາ​ໄດ້​ ນອກ​ຈາກ​ນີ້​ຖ້າ​ໝັ່ນ​ອອກ​ກຳ​ລັງ​ກາຍ​ກັນ​ເປັນ​ປະຈຳ​ໄດ້​ກໍ​ຈະ​ຍິ່ງ​ດີ