ນໍ້າຖ້ວມເມືອງນານເສຍຫາຍ 10 ຕື້ກວ່າກີບ

46

ເຫດການນໍ້າຖ້ວມ 8 ໝູ່ບ້ານ ເມືອງນານ ແຂວງຫຼວງພະບາງ ໃນວັນທີ 30 ກໍລະກົດຜ່ານມາ ມາຮອດວັນທີ 1 ກໍລະກົດ ລະດັບນໍ້າໃນເຂດດັ່ງກ່າວຫຼຸດລົງຫຼາຍແລ້ວ ດ້ານຄວາມເສຍຫາຍຈາກການປະເມີນຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ຢູ່ທີ່ປະມານ 10 ກວ່າຕື້ກີບ ໜັກສຸດແມ່ນພື້ນທີ່ກະສິກຳ. ດ້ານອຳນາດການປົກຄອງແຂວງເລັ່ງໃຫ້ການຊ່ວຍເຫຼືອເພື່ອເຮັດໃຫ້ປະຊາຊົນກັບມາໃຊ້ຊີວິດຢ່າງເປັນປົກກະຕິ.

ທ່ານ ໄຊຍະພັນ ລາສີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ໃຫ້ສໍາພາດແກ່ທີມຂ່າວ ເສດຖະກິດ – ການຄ້າ ກ່ຽວກັບຄວາມເສຍຫາຍຈາກໄພພິບັດໃນຄັ້ງນີ້ ວ່າ: ໃນຈໍານວນ 8 ບ້ານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນຄັ້ັ້ງນີ້ມີທັງໝົດ 338 ຄອບຄົວ ເຊິ່ງຈາກການເກັບກໍາຂໍ້ມູນ ແລະ ປະເມີນ ຄວາມເສຍຫາຍໃນເບື້ອງຕົ້ນຢູ່ທີ່ປະມານ 11,6 ຕື້ກວ່າກີບ, ຂົງເຂດກະສິກໍາເສຍຫາຍ 10,8 ຕື້ກີບ ໂດຍສະເພາະແມ່ນຊົນລະປະທານ 5 ແຫ່ງ ຄື: ຊົນລະປະທານຝາຍຊຽງ ຢູ່ບ້ານນາເລົາ, ຊົນລະປະທານຝາຍປັ່ງ ຢູ່ບ້ານນາຝາຍ, ຊົນລະປະທານຝາຍວາ ຢູ່ບ້ານປ່າໄຜ່, ຊົນລະປະທານຝາຍເຄິນ ຢູ່ບ້ານນາເຄິນ ແລະ ຊົນລະປະທານຝາຍແຂ້ ຢູ່ບ້ານໂພນ ລວມມູນຄ່າເສຍຫາຍ 9 ຕື້ກີບ. ນອກຈາກນີ້, ເຮືອນຂອງປະຊາຊົນທີ່ຖືກເປ່ເພ ລວມມູນຄ່າ 85 ລ້ານກວ່າກີບ. ໃນນັ້ນ, ໜັກກວ່າໝູ່ແມ່ນບ້ານສີບຸນເຮືອງ ຈໍານວນ 157 ຄອບຄົວ ມີເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງນອນ ລວມມູນຄ່າ 1,7 ຕື້ກວ່າກີບ, ເຂົ້າເສຍຫາຍ 489 ເປົາ ມູນຄ່າ 44 ລ້ານກວ່າກີບ, ເນື້ອທີ່ນາເສຍຫາຍ 47 ເຮັກຕາ, ເນື້ອທີ່ປູກພືດ 12,94 ເຮັກຕາ, ສ່ວນສັດລ້ຽງມີ ສັດປີກ 2.794 ໂຕ, ໝູ 23 ໂຕ, ຄວາຍ 1 ໂຕ. ນອກຈາກນີ້, ຂົງເຂດໂຍທາທິການ – ຂົນສົ່ງ ເສຍຫາຍທັງໝົດ 745 ລ້ານກວ່າກີບ, ເສັ້ນທາງໄດ້ຮັບຜົນກະທົບ 4 ຈຸດ ລວມມູນຄ່າ 420 ລ້ານກວ່າກີບ, ຂົວອູ່ຂ້າມນໍ້າ 3 ແຫ່ງ ມູນຄ່າ 281 ລ້ານກວ່າກີບ, ຮົ້ວອ້ອມຜາມໄຊ 14 ລ້ານກວ່າກີບ, ຮົ້ວອ້ອມວັດເປ່ເພ 22 ລ້ານກວ່າກີບ, ສ່ວນຂົງເຂດພະລັງງານ ແລະ ບໍ່ແຮ່ ລວມມູນຄ່າເສຍຫາຍ 10 ລ້ານກີບ ໂດຍມີຕາຂ່າຍແຮງຕໍ່າ ແລະ ກົງເຕີໄຟຟ້າຈໍານວນໜຶ່ງ ລວມມູນຄ່າ 10 ລ້ານກີບ.

ເຖິງຢ່າງໃດກໍຕາມ, ພາຍຫຼັງທີ່ເຫດການດັ່ງກ່າວເກີດຂຶ້ນ ຫຼ້າສຸດວັນທີ 1 ກໍລະກົດ 2019 ການນໍາແຂວງຫຼວງພະບາງ ນໍາໂດຍ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ລົງມອບເຄື່ອງຊ່ວຍເຫຼືອແກ່ຜູ້ປະສົບໄພປະກອບມີ: ອາຫານ, ນໍ້າດື່ມ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ທີ່ຈໍາເປັນ ລວມມູນຄ່າທັງໝົດ 50 ລ້ານກວ່າກີບ ໂດຍກ່ອນໜ້ານີ້ກໍໄດ້ຮັບຄວາມຊ່ວຍເຫຼືອຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນການນໍາແຂວງໄຊຍະບູລີ ມອບເງິນສົດຈໍານວນ 5 ລ້ານກີບ, ເຈົ້າເມືອງໄຊຍະບູລີ ຊ່ວຍເຫຼືອດ້ານອາຫານ ແລະ ນໍ້າດື່ມ ລວມມູນຄ່າ 2 ລ້ານກວ່າກີບ, ອົງການກາແດງຫຼວງພະບາງ ຊ່ວຍເຫຼືອດ້ານອາຫານ ແລະ ນໍ້າດື່ມເຊັ່ນກັນ ມູນຄ່າ 2 ລ້ານກວ່າກີບ, ບໍລິສັດ PSC ແຂວງໄຊຍະບູລີ ຊ່ວຍເຫຼືອດ້ານອາຫານການກິນ ມູນຄ່າ 2 ລ້ານກວ່າກີບ. ແນວໃດກໍດີ, ປັດຈຸບັນຍັງມີ ຄວາມຕ້ອງການ ເຂົ້າສານ, ນໍ້າດື່ມ, ເຄື່ອງຮັບໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ, ເຄື່ອງນອນ ແລະ ອາຫານແຫ້ງປະເພດຕ່າງໆເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພໃນຄັ້ງນີ້, ທ່ານ ໄຊຍະພັນ ລາສີ ກ່າວ.

ທ່ານ ອຸ່ນຄໍາ ສຸວັນນະພັນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ພາຍຫຼັງທີ່ເກີດເຫດການອຸທົກກະໄພ ທາງພະແນກກໍໄດ້ມີການສັງລວມຄວາມເສຍຫາຍເພື່ອໃຫ້ຄວາມຊ່ວຍເຫຼືອແກ່ປະຊາຊົນ ໂດຍເບື້ອງຕົ້ນແມ່ນຊ່ວຍເຫຼືອດ້ານອາຫານ, ນໍ້າດື່ມ ແລະ ສິ່ງຂອງຈໍາເປັນອື່ນໆ. ນອກຈາກນີ້, ກໍໄດ້ສໍາຫຼວດຄືນຄວາມເສຍຫາຍທັງເນື້ອທີ່ດິນທໍາການຜະລິດ ແລະ ຜົນລະປູກຂອງປະຊາຊົນເພື່ອຫາວິທີທາງປູກທົດແທນ ໂດຍສະໜອງແນວພັນໃຫ້ແກ່ເຂົາເຈົ້າ. ພ້ອມນີ້, ເຮືອນຊານທີ່ເປ່ເພກໍຈະໃຫ້ທຶນຊ່ວຍເຫຼືອໃນການສ້ອມແປງ. ນອກຈາກນີ້, ຊົນລະປະທານລວມທັງຕາຂ່າຍ ແລະ ກົງເຕີໄຟຟ້າທີ່ເປ່ເພກໍຈະເລັ່ງກວດສອບ ແລະ ສ້ອມແປງຄືນໃຫ້ປະຊາຊົນສາມາດນໍາໃຊ້ໄດ້.

( ຂ່າວ: ເອຢິບ )