ເຈັບແຂ້ວແລ້ວບໍ່ຢາກກິນຢາ ສະໝຸນໄພເຫຼົ່ານີ້ຊ່ວຍທ່ານໄດ້!

79

ແຂ້ວ ແມ່ນອະໄວຍະວະທີ່ຢູ່ໃນຊ່ອງປາກທີ່ຕ້ອງໃຈໃສ່ເບິ່ງແຍງ ແລະ ທໍາຄວາມສະອາດເປັນພິເສດ ເພື່ອປ້ອງກັນການເກີດກິ່ນປາກ ແລະ ພະຍາດຕ່າງໆທີ່ອາດຈະເກີດຂຶ້ນໄດ້ງ່າຍເຊັ່ນ: ແຂ້ວແມງ, ຮາກແຂ້ວບໍ່ແຂງແຮງ ແລະ ອື່ນໆ ເຊິ່ງພາວະການເຈັບແຂ້ວເປັນເລື່ອງທີ່ທໍລະມານຫຼາຍທີ່ສຸດ ຫຼາຍຄົນຕ້ອງໄດ້ກິນຢາແກ້ປວດເປັນປະຈຳເມື່ອມີອາການເຈັບ, ແຕ່ບໍ່ຕ້ອງກັງວົນໄປອີກແລ້ວ ສຳລັບຜູ້ໃດທີ່ມີອາການເຈັບແຂ້ວແລ້ວບໍ່ຢາກກິນຢາ ສະໝຸນໄພຊະນິດນີ້ຊ່ວຍທ່ານໃດ ເຊິ່ງຈະມີແນວໃດມາອ່ານເບິ່ງເລີຍ!!

 

 

ຫວ້ານຫາງແຂ້: ເປັນອີກສະໝຸນໄພແກ້ອາການເຈັບແຂ້ວ ທີ່ຂ້ອນຂ້າງຫາໄດ້ງ່າຍ ເຊິ່ງສັບພະຄຸນຂອງຫວ້ານຫາງແຂ້ແມ່ນທຳລາຍເຊື້ອໂຣກ ແລະ ສະຫຼາຍພິດ (Neutralization) ຂອງເຊື້ອໂຣກ. ວິທີໃຊ້ ພຽງແຕ່ເອົາຫວ້ານຫາງແຂ້ມາຕັດເປັນຕ່ອນໆ ຍາວປະມານ 2-3 ຊັງຕີແມັດ ແລ້ວນຳມາແປະໄວ້ບ່ອນເຫຼືອບແຂ້ວບໍລິເວນເຈັບ ຫຼື ຈະໃຊ້ໄມ້ສຳລີຈຸ່ມນໍ້າວຸ້ນຫວ້ານຫາງແຂ້ ມາແປະບໍລິເວນທີ່ເຈັບ ກໍຈະຊ່ວຍບັນເທົາອາການໄດ້.

 

ແກ່ນຜັກຫອມປ້ອມ: ບາງຄັ້ງເຮົາອາດເຄີຍໄດ້ຍິນວ່າການບ້ວນປາກດ້ວຍນໍ້າເກືອເລື້ອຍໆ ຊ່ວຍຫຼຸດອາການປວດແຂ້ວໄດ້ນັ້ນກໍ່ເປັນເລື່ອງຈິງ ແຕ່ການບ້ວນປາກດ້ວຍນໍ້າເກືອຫຼາຍເກີນໄປອາດສົ່ງຜົນເສຍ ເພາະເກືອມີໂຊດ້ຽມສູງ ເຊິ່ງມັນຈະມີຜົນບໍ່ດີຕໍ່ສຸຂະພາບ ເພາະສະນັ້ນ ຈຶ່ງແນະນຳລອງໃຊ້ແກ່ນຜັກຫອມປ້ອມໄປຕົ້ມກັບນໍ້າ ແລ້ວນຳມາບ້ວນປາກເລື້ອຍໆ ກໍ່ຈະຊ່ວຍໄດ້

 

 

ດອກດາວເຮືອງ: ດາວເຮືອງນອກຈາກຈະດອກໄມ້ທີ່ເຮົາມັກນໍາມາປະດັບປະດາຕົກແຕ່ງພາຂວັນຕ່າງໆແລ້ວນັ້ນ ຍັງສາມາດບັນເທົາອາການປວດແຂ້ວໄດ້ ໂດຍການເອົາດອກແຫ້ງປະມານ 7-8 ດອກ ໄປຕົ້ມກັບນໍ້າໃນປະລິມານທີ່ເໝາະສົມ ແລ້ວນໍາມາດື່ມເທື່ອລະນ້ອຍໆ ຈະເຮັດໃຫ້ອາການປວດບັນເທົາລົງ ແຖມຍັງຊ່ວຍຂັບຮ້ອນໃນຮ່າງກາຍໄດ້ອີກດ້ວຍ.

 

 

ນໍ້າມັນກ້ານພູ: ຫາກມີອາການເຈັບແຂ້ວຫຼາຍ ໃຫ້ນຳເອົາກ້ານພູ ເຊິ່ງເປັນສະໝຸນໄພ ທີ່ຊ່ວຍດັບກິ່ນປາກໄດ້ເປັນຢ່າງດີນັ້ນ ມາອົມປະມານ 5 ນາທີ ຈະເຮັດໃຫ້ຮູ້ສຶກຊາຢ່າງວ່ອງໄວ ເຊິ່ງມັນຈະມີລິດຢູ່ໄດ້ດົນເຖິງ 90 ນາທີ

 

 

ຜັກບົ້ງນາ: ນອກຈາກຈະໃຊ້ເປັນຜັກແກ້ມກັບອາຫານແລ້ວ ຜັກບົ້ງນາຍັງມີສັບພະຄຸນຊ່ວຍຫຼຸດອາການປວດແຂ້ວໄດ້ນຳ ພຽງແຕ່ນຳເອົາຮາກສົດຂອງຜັກບົ້ງນາປະມານ 10 ກຣາມ ຕຳໃຫ້ລະອຽດແລ້ວຄັ້ນເອົາແຕ່ນໍ້າປະສົມກັບນໍ້າສົ້ມສາຍຊູ ອົມປະໄວ້ປະມານ 5 ນາທີ ແລ້ວບ້ວນອອກດ້ວຍນໍ້າສະອາດ.

 

 

ໝາກມະຮະ: ສູດນີ້ນິຍົມກັນຕັ້ງແຕ່ສະໄໝບູຮານ ເພາະວິທີເຮັດພຽງແຕ່ນໍາເອົາຮາກສົດຂອງຕົ້ນມະຮະມາຕຳພໍແຫຼກ ຈາກນັ້ນກໍ່ນຳໄປພອກບໍລິເວນທີ່ເຈັບແຂ້ວ ໂດຍໃຊ້ລີ້ນກົດໄວ້ປະມານໜຶ່ງ ຈາກນັ້ນອາການກໍ່ຈະຄ່ອຍໆຈາງຫາຍໄປ.

 

 

ໃບຊາ: ມີຄຸນປະໂຫຍດທີ່ຊ່ວຍຫຼຸດອາການອັກເສບ ແລະ ຫຼຸດອາການເຫງືອກບວມ ຈຶ່ງເໝາະສົມນຳມາໃຊ້ເປັນຢ່າງຍິ່ງ ພຽງແຕ່ນຳເອົາໃບຊາແຫ້ງໄປແຊ່ໃນນໍ້າຮ້ອນປະມານ 20 ນາທີ ແລ້ວລໍຖ້າຈົນກວ່ານໍ້າຊາຈະເລີ່ມອຸ່ນ ຈາກນັ້ນນຳມາບ້ວນປາກເລື້ອຍໆ ຈະຊ່ວຍໃຫ້ອາການເຈັບແຂ້ວຫຼຸດລົງ ແຕ່ຕ້ອງບ້ວນດ້ວຍນໍ້າສະອາດອີກຄັ້ງ ເພາະນໍ້າຊາອາດຈະເຮັດໃຫ້ເກີດຄາບຫີນປູນໄດ້

 

 

ຂ່າ+ເກືອປົ່ນ: ອີກໜຶ່ງວິທີແກ້ອາການເຈັບແຂ້ວ ທີ່ໄດ້ຮັບຄວາມນິຍົມຫຼາຍເຊັ່ນກັນ ເພາະວິທີເຮັດກໍງ່າຍໆ ພຽງແຕ່ນຳເອົາຂ່າທີ່ມີຫົວແກ່ໆມາຕຳໃຫ້ລະອຽດ ຈາກນັ້ນ ໃສ່ເກືອປົ່ນລົງໄປເລັກນ້ອຍ ເມື່ອໄດ້ແລ້ວນຳໄປພອກໄວ້ແຂ້ວທີ່ເປັນຮູ ຫຼື ບໍລິເວນທີ່ເຈັບແຂ້ວ ກໍ່ຈະຊ່ວຍໃຫ້ອາການຄ່ອຍໆດີຂຶ້ນ

 

 

ນໍ້າມັນກະທຽມ: ອີກໜຶ່ງສູດທີ່ແກ້ອາການເຈັບແຂ້ວ ທີ່ສາມາດເຮັດໄດ້ງ່າຍໆ ພຽງແຕ່ໃຊ້ສຳລີຊຸບນໍ້າມັນກະທຽມ ແລ້ວນຳມາທາບໍລິເວນທີ່ເຈັບ ນໍ້າມັນກະທຽມຈະຊ່ວຍບັນເທົາອາການປວດໄດ້ເປັນຢ່າງດີ.

 

 

ສະໝຸນໄພທັງໝົດນີ້ ເປັນສະໝຸນໄພທີ່ຊ່ວຍບັນເທົາອາການເຈັບແຂ້ວໄດ້ຢ່າງມີປະສິດທິພາບ ແຕ່ຫາກທ່ານໃດເຈັບຫຼາຍແນະນຳໄປປຶກສາພັນທະແພດຈະດີທີ່ສຸດ ເພາະອາການເຈັບແຂ້ວທີ່ເກີດຂຶ້ນອາດມາຈາກຫຼາຍສາເຫດ ແລະ ປັດໃຈອື່ນໆ ສະນັ້ນ, ຄວນໄປປຶກສາທັນຕະແພດສະເພາະທາງເພື່ອຊ່ວຍປ້ອງກັນ ແລະ ປິ່ນປົວໄດ້ທັນເວລາ.