ຈີນ ຢໍ້າ ອາຊຽນເປັນປະເທດເພື່ອນບ້ານທີ່ສຳຄັນຫຼາຍ

50

ເຈົ້າໜ້າທີ່ລະດັບສູງ ດ້ານນະໂຍບາຍການທູດຂອງຈີນ ກ່າວຢໍ້າວ່າ ອາຊຽນ ເປັນ “ປະເທດເພື່ອນບ້ານທີ່ມີຄວາມສຳຄັນຫຼາຍ” ສຳລັບລັດຖະບານປັກກິ່ງ ແຕ່ວ່າ “ປະເທດທີ່ຢູ່ນອກພາກພື້ນ” ຍັງພະຍາຍາມຊອກຫາໂອກາດໃນການສ້າງຄວາມແຕກແຍກ.

ສໍານັກຂ່າວເອພີ ແລະ ເອເອັຟພີ ລາຍງານຈາກບາງກອກ ປະເທດໄທ ເມື່ອວັນພະຫັດ ທີ 1 ສິງຫາ ວ່າ ທ່ານຫວັງ ອີ້  ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ກ່າວພາຍຫຼັງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ຈີນ ເຊິ່ງເປັນໜຶ່ງໃນກອງປະຊຸມກຸ່ມຍ່ອຍຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ທີ່ກຣຸງເທບມະຫານະຄອນ ເມື່ອວັນພຸດ ທີ 31 ກໍລະກົດ ຜ່ານມາ ວ່າ ເຖິງວ່າອາຊຽນ ກັບ ລັດຖະບານຈີນ ຍັງມີຂໍ້ຂັດແຍ່ງກັນເລື່ອງທະເລຈີນໃຕ້ ແຕ່ໂດຍສ່ວນຕົວທ່ານເຊື່ອວ່າ ທັງສອງຝ່າຍຈະສາມາດປະນີປະນອມຮ່ວມກັນ ຜ່ານການເຈລະຈາເຖິງແນວທາງປະຕິບັດ (COC) ເລື່ອງທະເລຈີນໃຕ້ ເຊິ່ງທ່ານນາຍົກລັດຖະມົນຕີຫຼີ່ ເຄີສຽງ ໄດ້ກ່າວລະຫວ່າງການປະຊຸມອາຊຽນທີ່ປະເທດສິງກະໂປ ເມື່ອປີຜ່ານມາ ໂດຍຄາດຫວັງວ່າຈະໄດ້ຂໍ້ສະຫຼຸບ ພາຍໃນ 3 ປີ ໂດຍນອກເໜືອຈາກຈະເປັນການເສີມສ້າງສະຖຽນລະພາບໃຫ້ກັບຂົງເຂດໜ້ານໍ້າຍຸດທະສາດແຫ່ງນີ້ ຍັງຈະເປັນການປູທາງສູ່ການຍົກລະດັບຂໍ້ຕົກລົງການຄ້າເສລີຈີນ – ອາຊຽນ ຈາກກອບການຮ່ວມມືສະບັບເກົ່າ ທີ່ໄດ້ລົງນາມຮ່ວມກັນ ເມື່ອປີ 2002 ດ້ວຍ.

ในภาพอาจจะมี 1 คน

ຂະນະດຽວກັນ ທ່ານຫວັງ ກ່າວວ່າ ຈີນ ກັບ ອາຊຽນ ຖືເປັນປະເທດທີ່ “ຢູ່ໃນພາກພື້ນດຽວກັນ” ຈຶ່ງບໍ່ແຕກຕ່າງຫຍັງ ກັບການເປັນ “ເພື່ອນບ້ານ” ແລະ ການເປັນ “ເພື່ອນບ້ານທີ່ສຳຄັນຫຼາຍ” ສະນັ້ນ, ທຸກບັນຫາທັງໝົດຄວນເປັນການຮ່ວມປຶກສາຫາລືກັນ “ພາຍໃນຂົງເຂດ” ແທນທີ່ຈະປ່ອຍໃຫ້ “ພາກສ່ວນພາຍນອກ” ທີ່ບໍ່ມີສ່ວນກ່ຽວຂ້ອງ ເຂົ້າມາມີສ່ວນຮ່ວມສະແດງບົດບາດທີ່ມີຈຸດປະສົງຊັດເຈນ ວ່າ ຕ້ອງການເພິ່ມຄວາມແຕກແຍກ ແລະ ຄວາມບໍ່ເຊື່ອໃຈກັນ ລະຫວ່າງຈີນ ກັບ ອາຊຽນ.

ในภาพอาจจะมี 11 คน, คนที่ยิ้ม, ผู้คนกำลังยืน, ชุดสูท, งานแต่งงาน และสถานที่ในร่ม

ເຖິງວ່າ ທ່ານຫວັງ ບໍ່ໄດ້ກ່າວພາດພິງເຖິງປະເທດໃດ ແຕ່ແນ່ນອນມັນໝາຍເຖິງສະຫະລັດ ອາເມຣິກາ ເຊິ່ງທ່ານໄມຄ໌ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດ ມີກຳນົດເຂົ້າຮ່ວມກອງປະຊຸມຄັ້ງນີ້ດ້ວຍ. ອີກປະການໜຶ່ງ ນອກເໜືອຈາກການປະຊຸມຮ່ວມກັບຈີນແລ້ວ ລັດຖະມົນຕີຕ່າງປະເທດອາຊຽນຍັງໄດ້ພົບຫາລືກັບ ທ່ານເຊີເກ ລາຟຣັອຟ ລັດຖະມົນຕີກະຊວງການຕ່າງປະເທດຣັສເຊຍດ້ວຍ ເຊິ່ງທັງສອງຝ່າຍເຫັນດີເປັນເອກະພາບ ໃນຫຼັກການກ່ຽວກັບການຍົກລະດັບການຮ່ວມມືທາງດ້ານການເມືອງ ແລະ ເສດຖະກິດ ເນື່ອງຈາກການເຈລະຈາໄດ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ຈົນເຖິງລະດັບຂອງການເປັນສ່ວນຮ່ວມດ້ານຍຸດທະສາດມາດົນຫຼາຍປີແລ້ວ.