ນະຄອນຫຼວງ ອາດເກັບລາຍຮັບບໍ່ໄດ້ຕາມເປົ້າ

56

ແຜນພັດທະນາເສດຖະກິດ – ສັງຄົມ ໄລຍະ 6 ເດືອນຕົ້ນປີຂອງນະຄອນຫຼວງວຽງຈັນ ເຫັນວ່າມີການພັດທະນາໄດ້ຕາມການກຳນົດ ເປັນຕົ້ນແມ່ນໂຄງການຂະໜາດໃຫຍ່ຂອງລັດຖະບານ ແລະ ການລົງທຶນພາກເອກະຊົນໃນແຕ່ລະຂົງເຂດ ແຕ່ການເກັບລາຍຮັບເຂົ້າງົບປະມານສະເພາະປີ 2019 ອາດຕ່ຳກວ່າເປົ້າໝາຍເລັກໜ້ອຍ ເນື່ອງຈາກການເກັບລາຍຮັບບາງຂົງເຂດຍັງມີຫຼາຍອັນສັບຊ້ອນ.

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 1 ວ່າ: ນະຄອນຫຼວງວຽງຈັນ ສືບຕໍ່ປະຕິບັດຕາມບັນດາຄາດໝາຍຕ່າງໆທີ່ລັດຖະບານກຳນົດປັບປຸງນະໂຍບາຍການລົງທຶນພາຍໃນ ເພື່ອອຳນວຍຄວາມສະດວກແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຊັ່ນດຽວກັບການເກັບລາຍຮັບເຂົ້າງົບປະມານຄືກັບແຕ່ລະປີໃນໄລຍະ 6 ເດືອນຕົ້ນປີ ເຫັນວ່ານະຄອນຫຼວງ ມີການລົງທຶນທັງໝົດຢູ່ທີ່ 10.569 ຕື້ກວ່າກີບ ເທົ່າກັບ 69% ຂອງແຜນການປີໃນນີ້ ການລົງທຶນຂອງລັດ 235 ໂຄງການ ມູນຄ່າ 46 ຕື້ກວ່າກີບ, ທຶນຊ່ວຍເຫຼືອເພື່ອການພັດທະນາ 11 ໂຄງການ ມູນຄ່າ 447 ຕື້ກວ່າກີບ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 6.450 ຕື້ກວ່າກີບ ແລະ ການລົງທຶນໃນຮູບບແບບສິນເຊື່ອຈາກທະນາຄານ 3.625 ຕື້ກວ່າກີບ ແລະ ຄາດວ່າ 6 ເດືອນທ້າຍປີຈະເຮັດໃຫ້ສາມາດບັນລຸຕາມແຜນການຄື 15.120 ຕື້ກີບ.

ຄຽງຄູ່ກັນນັ້ນ, ນະຄອນຫຼວງ ຈະຕ້ອງສືບຕໍ່ແຜນເກັບລາຍຮັບໝົດປີຈຳນວນ 4.782 ຕື້ກວ່າກີບ ປັດຈຸບັນປະຕິບັດໄດ້ 2.069 ຕື້ກີບ ເທົ່າກັບ 43% ຂອງແຜນການປີ. ໃນນີ້, ພູດຂອງນະຄອນຫຼວງ ປະຕິບັດໄດ້ 587 ຕື້ກວ່າກີບ ເທົ່າກັບ 42%. ໃນນີ້, ລາຍຮັບຈາກສ່ວຍສາອາກອນ ນະຄອນຫຼວງ 551 ຕື້ກວ່າກີບ, ຄຸ້ມຄອງຊັບສິນລັດ 26 ຕື້ກວ່າກີບ, ລັດວິສາຫະກິດ 547 ຕື້ກວ່າກີບ ແລະ ລາຍຮັບອື່ນໆ 25,6 ຕື້ກວ່າກີບ. ສຳລັບລາຍຮັບທີ່ເປັນພູດສູນກາງ ( ພາສີ ) 1.490 ຕື້ກວ່າກີບ ເທົ່າກັບ 43% ຂອງແຜນການປີ.

ດ້ານລາຍຈ່າຍຕາມກະຊວງການເງິນມອບໃຫ້ເບື້ອງຕົ້ນ 649 ຕື້ກວ່າກີບ 6 ເດືອນ ປະຕິບັດໄດ້ 265 ຕື້ກີບ ເທົ່າກັບ 40% ຂອງແຜນການ.

ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກ່າວຕື່ມວ່າ: ຕາມການປະເມີນແຜນລາຍຮັບຈາກງົບປະມານເບື້ອງຕົ້ນໝົດປີນີ້ຈະຢູ່ທີ່ຕົວເລກ 4.611 ຕື້ກວ່າກີບ ທຽບໃສ່ແຜນການສາມາດປະຕິບັດໄດ້ 96,4% ຕົວເລກດັ່ງກ່າວຈະເຮັດໃຫ້ນະຄອນຫຼວງວຽງຈັນ ບໍ່ສາມາດເກັບລາຍຮັບເຂົ້າໃນງົບປະມານປີ 2019 ບໍ່ສາມາດບັນລຸໄດ້ຕາມແຜນການ ແຕ່ກໍເຫັນວ່າຍັງບໍ່ເຖິງຂັ້ນຮ້າຍແຮງ ສາເຫດເຫັນວ່າການເກັບລາຍຮັບປີ 2019 ນີ້ ແມ່ນສູງກວ່າປີຜ່ານມາເຖິງ 8%. ທັງນີ້, ພູດຂອງການເກັບລະ ຫວ່າງທ້ອງຖິ່ນຄືນະຄອນຫຼວງວຽງຈັນ ກັບສູນກາງ ຍັງມີບາງອັນສັບຊ້ອນທີ່ຈະຕ້ອງໄດ້ຫາລືກັນຕໍ່ໄປກັບສູນກາງ ເພື່ອໃຫ້ ວຽກງານການເກັບງົບປະມານມີ ຄວາມລະອຽດຊັດແຈ້ງຫຼາຍຂຶ້ນ.

( ຂ່າວ: ສຸລິນ, ຮູບ: ສຸກສະຫວັນ )