ສົງສານເດ! ໄປຫາຊ໊ອດປາ ແຕ່ຖືກໄຟຟ້າຊ໊ອດເສຍຊີວິດ

47

ບັນຫາການລັກລອບລ່າສັດນ້ຳ-ສັດປ່າ ແມ່ນປະກົດການຫຍໍ້ທໍ້ໜຶ່ງທາງສັງຄົມ ເຊິ່ງໄລຍະຜ່ານມາ ພັກ-ລັດ ໄດ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນການລັກລອບລ່າສັດນ້ຳ-ສັດປ່າ ແບບດັບສູນ ພ້ອມນັ້ນຍັງໄດ້ໂຄສະນາປຸກລະດົມໃຫ້ປະຊາຊົນອະນຸລັກສັດນ້ຳ-ສັດປ່າ ທີ່ໃກ້ຈະສູນພັນ ແຕ່ກໍ່ຍັງເຫັນວ່າມີຄົນຈຳນວນໜຶ່ງ ໄດ້ຝ່າຝືນຕໍ່ລະບຽບກົດໝາຍ ໂດຍລັກລອບຫາປາດ້ວຍຮູບການນຳໃຊ້ໝໍ້ໄຟຟ້າຊ໊ອດ ເຊິ່ງເປັນການເຄື່ອນໄຫວທີ່ຜິດຕໍ່ລະບຽບກົດໝາຍ ເປັນການລ່າສັດແບບດັບສູນ ດັ່ງກໍລະນີໜຶ່ງທີ່ຫາກໍ່ເກີດຂຶ້ນຢູ່ຫຼວງນ້ຳທາ ແຕ່ໂຊກບໍ່ດີຈຶ່ງເກີດເຫດທີ່ບໍ່ຄາດຝັນຂຶ້ນໄຟກັບມາຊ໊ອດເຈົ້າຂອງຄືນ!!!

 

 

ຕາມການໃຫ້ຂໍ້ມູນຂອງປະຊາຊົນບ້ານ ປາກນ້ຳຫຼ້າ ເມືອງ ຫຼວງນ້ຳທາ ແຂວງ ຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນເວລາ ປະມານ 12:10 ໂມງຂອງວັນທີ 13 ກໍລະກົດ 2019 ມີເຫດການໄຟຟ້າຊ໊ອດເສຍຊີວິດ 01 ຄົນຢູ່ຫ້ວຍນໍ້າຫຼ້າ. ນາງ ຊົງ ອາຍຸ 26 ປີ ເມຍຂອງທ້າວ ຈົວ ຜູ້ເສຍຊີວິດ ໃຫ້ຮູ້ວ່າ: ກ່ອນເກີດເຫດໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2019 ຕົນເອງ ແລະ ທ້າວ ຈົວ (ຜູ້ເປັນຜົວ) ອາຍຸ 33 ປີ, ພ້ອມກັບລູກນ້ອຍ 2 ຄົນ ໄດ້ໄປສວນຢາງພະລາ ຢູ່ເຂດຫ້ວຍນໍ້າຫຼ້າ. ພໍມາຮອດເວລາ 12 ໂມງ ຜູ້ເປັນຜົວໄດ້ພາລູກນ້ອຍທັງສອງໄປຫາປາຢູ່ແຄມຫ້ວຍ ໂດຍການນຳເອົາໝໍ້ໄຟຟ້າໄປຊ໊ອດ ແຕ່ໄຟຟ້າໄດ້ຊ໊ອດໃສ່ຜູ້ກ່ຽວເສຍຊີວິດຄາທີ່.

 

 

ພາຍຫຼັງເກີດເຫດນາງ ຊົງ ຜູ້ເປັນເມຍ ກໍ່ໄດ້ໂທລະສັບໃຫ້ອ້າຍນ້ອງທະຫານແຂວງ ກອງຮ້ອຍ 26 ມາຊ່ວຍເອົາສົບຂອງທ້າວຈົວ ຜູ້ເປັນຜົວມາບ້ານ ເພື່ອຈັດພິທີສົ່ງສະການຕາມຮີດຄອງປະເພນີ

 

 

ຕໍ່ເຫດການດັ່ງກ່າວຈຶ່ງຢາກຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ຈົ່ງມີສະຕິໃນການນຳໃຊ້ເຄື່ອງໄຟຟ້າທຸກຊະນິດ. ການຫາປາໃນການນຳໃຊ້ໝໍ້ໄຟຟ້າຊ໊ອດ ແມ່ນເປັນການເຄື່ອນໄຫວທີ່ຜິດຕໍ່ລະບຽບກົດໝາຍ ເປັນການລ່າສັດແບບດັບສູນ. ສະນັ້ນ, ທຸກຄົນຈົ່ງເປັນເຈົ້າການໃນການປົກປັກຮັກສາສັດນ້ຳ, ສັດປ່າ ທີ່ຫວງຫ້າມ ລວມທັງຊີວະນາໆພັນທາງທຳມະຊາດ ໃຫ້ຄູ່ກັບຄົນເຮົາຕະຫຼອດໄປຖ້າຫາກພົບເຫັນບຸກຄົນ ຫຼື ກຸ່ມຄົນໃດໜຶ່ງຝ່າຝືນ ຕ້ອງລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

 

ທີ່ມາ: ຂ່າວສານຫຼວງນໍ້າທາ