ຫຼວງນໍ້າທາ ເປີດການນໍາໃຊ້ລະບົບຂໍ້ມູນ – ຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ ( Tax RIS )

59

ຕອນເຊົ້າຂອງວັນທີ 30 ກໍລະກົດ 2019 ນີ້ ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດພິທີເຜີຍແຜ່ການນຳໃຊ້ລະບົບຂໍ້ມູນ – ຂ່າວສານຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ ( Tax RIS ) ໃຫ້ແກ່ບັນດາອົງການຈັດຕັ້ງລັດ ແລະ ຫົວໜ່ວຍທຸລະກິດທົ່ວແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງ ທ່ານ ອ່ອນຈັນ          ຄຳພາວົງ ຫົວໜ້າພະແນກການເງິນແຂວງ, ມີກົມສ່ວຍສາອາກອນ, ສະຖາບັນການເງິນ ແລະ ຄັງເງິນແຫ່ງຊາດ ແລະ ບັນດາອົງການຈັດຕັ້ງລັດ ແລະ ຫົວໜ່ວຍທຸລະກິດທົ່ວແຂວງເຂົ້າຮ່ວມ.

ເພື່ອອໍານວຍຄວາມສະດວກໃນການແຈ້ງມອບອາກອນຂອງຜູ້ເສຍອາກອນໃຫ້ນັບມື້ດີຂຶ້ນ ທຽບເທົ່າກັບສາກົນ, ປັບປຸງກົນໄກການແຈ້ງມອບໃຫ້ທຸກຊັ້ນຄົນທຸກຊົນເຜົ່າໄດ້ຮັບຄວາມຍຸຕິທໍາຕາມລະບຽບກົດໝາຍ, ຮັບປະກັນໃຫ້ເງິນອາກອນຈາກຜູ້ເສຍອາກອນເຂົ້າງົບປະມານແຫ່ງລັດຢ່າງລວມສູນ, ມີຄວາມຖືກຕ້ອງໂປ່ງໃສ ແລະ ສາມາດກວດສອບໄດ້, ແຂວງຫຼວງນໍ້າທາ ຈຶ່ງໄດ້ເປີດການນຳໃຊ້ລະບົບຂໍ້ມູນ – ຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ ( Tax RIS ) ຂຶ້ນຢ່າງເປັນທາງການ.

ເປົ້າໝາຍລວມແມ່ນເພື່ອເພີ່ມລາຍຮັບງົບປະມານການແຈ້ງມອບອາກອນໃຫ້ມີຄວາມຊັດເຈນ, ສ້າງຄວາມໂປ່ງໃສຍຸຕິທໍາ ແລະ ສາມາດກວດຄືນໄດ້. ນອກຈາກກະຊວງການເງິນແລ້ວ, ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ປັບປຸງຫຼຸດຂັ້ນຂອດ ແລະ ເອກະສານປະກອບຂໍອະນຸຍາດສ້າງຕັ້ງວິສາຫະກິດ ເວົ້າສະເພາະແມ່ນວຽກງານຄຸ້ມຄອງ ແລະ ອອກໃບທະບຽນວິສາຫະກິດລະບົບ ERC ໃນປັດຈຸບັນແມ່ນເຊື່ອມຕໍ່ຂໍ້ມູນໃນການອອກເລກປະຈໍາຕົວ, ຜູ້ເສຍອາກອນຮ່ວມກັນກັບລະບົບ ( Tax RIS ) ສ່ວນຂະແໜງທະນາຄານທຸລະກິດແມ່ນນໍາໃຊ້ລະບົບທັນສະໄໝຫຼາຍຮູບແບບໃນການຊໍາລະເງິນຜ່ານລະບົບທະນາຄານ ແລະ ປັດຈຸບັນມີ 4 ທະນາຄານທຸລະກິດເຊື່ອມຕໍ່ຂໍ້ມູນການມອບພັນທະກັບຄັງເງິນແຫ່ງຊາດຢູ່ສູນກາງ ແລະ ທ້ອງຖິ່ນ.

ສໍາລັບແຂວງຫຼວງນໍ້າທາ ຈະເປີດການນໍາໃຊ້ລະບົບຂໍ້ມູນ – ຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ TaxRIS ເລີ່ມແຕ່ເດືອນສິງຫາປີ 2019 ເປັນຕົ້ນໄປ.

ມາຮອດປັດຈຸບັນນີ້ໄດ້ມີການນໍາໃຊ້ລະບົບ Tax RIS ຢູ່ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາ 5 ແຂວງ ( ນະຄອນຫຼວງວຽງຈັນ, ວຽງຈັນ, ນະຄອນຫຼວງພະບາງ, ສະຫວັນນະເຂດ ແລະ ຈໍາປາສັກ ) ແລະ ສ່ວຍສາອາກອນປະຈໍາ 5 ເມືອງ ( ເມືອງຈັນທະບູລີ, ສີໂຄດຕະບອງ, ໄຊເສດຖາ, ສີສັດຕະນາກ ແລະ ນະຄອນຫຼວງພະບາງ ).

( ຂ່າວ: ມຸນຕີ )