ເສຍຫາຍແລ້ວເກືອບ 7 ຕື້ກີບ ຈາກໄພພິບັດນໍ້າຖ້ວມເມືອງນານ

43

ໄພພິບັດທາງທຳມະຊາດ ເປັນສິ່ງທີ່ຄົນເຮົາຄາດເດົາບໍ່ໄດ້ວ່າຈະເກີດເມື່ອໃດ ແລະ ເກີດຢູ່ໃສ ແນ່ນອນຫາກມັນເກີດຂຶ້ນແລ້ວຍ່ອມນຳມາເຊິ່ງຄວາມສູນເສຍບໍ່ຫຼາຍກໍ່ນ້ອຍເຊັ່ນດຽວກັນກັບອຸທົກກະໄພນ້ຳຖ້ວມທີ່ເກີດຂຶ້ນຢູ່ເມືອງນານ ແຂວງ ຫຼວງພະບາງ ເມື່ອວັນທີ 30 ກໍລະກົດ ຜ່ານມານີ້ ສົ່ງຜົນໃຫ້ 8 ບ້ານ ມີ 300 ກວ່າຄອບຄົວໄດ້ຮັບຜົນກະທົບຢ່າງໜັກ ປະເມີນຄວາມເສຍຫາຍເບື້ອງຕົ້ນເກືອບ 7 ຕື້ກວ່າກີບ.

 

 

 

ອີງຕາມການລາຍງານຂອງທ່ານ ຈັນທີ ມະນີວົງ ຮອງເຈົ້າເມືອງໆນານ ແຂວງຫຼວງພະບາງ ທີ່ໄດ້ລາຍງານຜົນເສຍຫາຍເບື້ອງຕົ້ນຕໍ່ທ່ານເຈົ້າແຂວງ ໃນວັນທີ 1ສິງຫາ 2019 ນີ້ວ່າ: ຈາກການສໍາຫຼວດເບື້ອງຕົ້ນ ມີຄອບຄົວທີ່ເສຍຫາຍທັງໝົດ 338 ຄອບຄົວ, ພົນລະເມືອງ 1.722 ຄົນ, ໃນຈໍານວນ 8 ບ້ານ, ມີມູນຄ່າເສຍຫາຍທັງໝົດ 6.637 ລ້ານກວ່າກີບ. ໃນນັ້ນ: ປະເພດເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ງຫົ່ມ ມູນຄ່າ 1.736 ລ້ານກີບ, ຂົງເຂດກະສິກຳ ມີມູນຄ່າເສຍຫາຍ 4.059 ລ້ານກວ່າກີບ, ໂຍທາທິການແລະ ຂົນສົ່ງ 831 ລ້ານກວ່າກີບ, ພະລັງງານ ແລະ ບໍ່ແຮ່ 10 ລ້ານກີບ.

 

 

 

ມາຮອດປັດຈຸບັນຫຼາຍພາກສ່ວນໄດ້ໃຫ້ການຊ່ວຍເຫຼືອມູນຄ່າທັງໝົດ 100 ກວ່າລ້ານກີບ ແຕ່ກໍຍັງບໍ່ພຽງພໍກັບຄວາມຕ້ອງການຂອງປະຊາຊົນ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກໆພາກສ່ວນຈົ່ງຮ່ວມແຮງຮ່ວມໃຈຊ່ວຍເຫຼືອພີ່ນ້ອງຊາວເມືອງນານ ທີ່ຖືກຜົນກະທົບຈາກໄພພິບັດໃນຄັ້ງນີ້ດ້ວຍ.

 

 

 

ທີ່ມາ: ຂ່າວສານຫຼວງພະບາງ