ໃຜຢູ່ເມືອງວຽງທອງຕາມນີ້! ຫ້າມບໍລິການກາງແຈ້ງຢູ່ຮ້ານອາຫານ, ຮ້ານກິນດື່ມ-ປິ້ງແກ້ມ

134

ພາຍຫຼັງແຂວງສະຫວັນນະເຂດ ອອກແຈ້ງການຫ້າມບໍລິການກາງແຈ້ງຢູ່ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປິ້ງແກ້ມ, ຫຼ້າສຸດເມືອງວຽງທອງ ແຂວງ ບໍລິຄຳໄຊ ກໍ່ໄດ້ອອກແຈ້ງການ ຫ້າມບໍລິການກາງແຈ້ງ ຢູ່ຮ້ານອາຫານ ແລະ ຮ້ານກິນດື່ມ-ປີ້ງແກ້ມ ແລະ ໂຄສະນາເຄື່ອງດື່ມ ທີ່ມີທາດເຫຼົ້າ ສິ່ງມືນເມົາ ຜ່ານສື່ທຸກຊະນິດ, ກໍລະນີ ມີການລະເມີດ ຝ່າຝືນທີ່ຮ້າຍແຮງ ແມ່ນຖອນໃບອະນຸຍາດ ແລ້ວສັ່ງປິດກິດຈະການຢ່າງເປັນທາງການ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ອີງຕາມ ກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບເລກທີ 32/ສພຊ, ລົງວັນທີ 14 ກໍລະກົດ 2013; ອີງຕາມ ດໍາລັດຂອງລັດຖະບານ ສະບັບເລກທີ 315/ລບ, ລົງວັນທີ 2 ຕຸລາ 2017 ວ່າດ້ວຍການບັນເທີງ; ອີງຕາມ ແຈ້ງການ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ເລກທີ 196/ຖວທ, ລົງວັນທີ 24 ເມສາ 2019 ການຢຸດຕິຜະລິດສື່ໂຄສະນາ ແລະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ.

 

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງວຽງທອງ ແຂວງບໍລິຄໍາໄຊໄດ້ແຈ້ງການສະບັບເລກທີ 366/ຸວທມ ລົງວັນທີ 24 ກໍລະກົດ 2019 ມາຍັງຜູ້ຈັດການຮ້ານອາຫານ ແລະ ຮ້ານກິນດື່ມ-ປີ້ງແກ້ມ ພາຍເມືອງວຽງທອງ ຊາບວ່າ: ໃຫ້ຢຸດຕິ ການບໍລິການ ການສະແດງກາງແຈ້ງ ຢູ່ຮ້ານອາຫານ ແລະ ຮ້ານກິນດື່ມ-ປີ້ງແກ້ມເຊັ່ນ: ຫ້າມນໍາໃຊ້ຈໍແອວຊີດີ, ເຄື່ອງສາຍໂປເຈັກເຕີ້ ເພື່ອບໍລິການຮ້ອງເພງຄາລາໂອເກະ; ຫ້າມບໍລິການເສບດົນຕີທຸກປະເພດ; ການນໍາໃຊ້ເຄື່ອງຂະຫຍາຍສຽງຄວາມແຮງບໍ່ໃຫ້ເກີນ 100 ວັດ ໃຫ້ໃຊ້ປາກລໍາໂພງຂະໜາດນ້ອຍ ເພື່ອຫຼີກເວັ້ນສຽງດັງ; ຮອດເວລາ 23:30 ໂມງ ຕ້ອງຢຸດຕິການບໍລິການດ້ານເຄື່ອງສຽງທຸກປະເພດ.

 

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ບໍ່ອະນຸຍາດໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ສິ່ງມືນເມົາ ຜ່ານສື່ທຸກຊະນິດ; ບໍ່ອະນຸຍາດຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ສິ່ງມຶ່ນເມົາໃຫ້ເດັກທີ່ມີອາຍຸຕໍ່າກວ່າ 18 ປີ; ບໍ່ອະນຸຍາດໃຫ້ເຈົ້າຂອງຮ້ານ ແລະ ຜູ້ໃຫ້ບໍລິການເອົາປຽບລູກຄ້າຜູ້ມາໃຊ້ບໍລິການເຊັ່ນ: ການເວົ້າຈາບໍ່ສຸພາບ, ລາຄາສິນຄ້າ (ອາຫານ, ເຄື່ອງດື່ມ) ຕ້ອງເໝາະສົມກັບຄວາມເປັນຈິງ, ບໍ່ໃຫ້ແພງເກີນຂອບເຂດ ແລະ ຕ້ອງມີປ້າຍເມນູລາຄາຕິດໃສ່ຢູ່ໃນຮ້ານ ເພື່ອໃຫ້ຮູ້ລາຄາຕົວຈິງ.

 

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ກໍລະນີ ມີຄວາມຈໍາເປັນທີ່ຕ້ອງການບໍລິການ ດ້ານການສະແດງຢູ່ຂ້າງນອກ ເຊັ່ນ: ໃນງານເທດສະການຕ່າງໆ, ງານສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່, ງານລ້ຽງສ້າງສັນທີ່ເປັນລວມຫມູ່ ຜູ້ປະກອບການຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອພິຈາລະນາສາມາດເຄື່ອນໄຫວບໍລິການໄດ້; ກໍລະນີມີການຝ່າຝືນ ມອບໃຫ້ເຈົ້າຫນ້າທີ່ ປະຕິບັດຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້; ກໍລະນີ ມີການລະເມີດ ຝ່າຝືນທີ່ຮ້າຍແຮງ ແມ່ນຖອນໃບອະນຸຍາດ ແລ້ວສັ່ງປິດກິດຈະການຢ່າງເປັນທາງການ ແລະ ເຂົ້າສູ່ຂະບວນການຍຸຕິທໍາ.