Monthly Archives: July, 2019

ກຳປູເຈຍ ປັບໄໝ ບໍລິສັດລັກລອບນຳເຂົ້າຂີ້ເຫຍືອຜິດກົດໝາຍ ຈາກອາເມຣິກາ-ການາດາ

ລັດຖະບານກຳປູເຈຍ ປັບໄໝບໍລິສັດແຫ່ງໜຶ່ງຫຼາຍກວ່າ 2 ຕື້ກີບ ແລະ ກຳນົດເວລາໃຫ້ນຳເອົາ "ຂີ້ເຫຍື້ອຜິດກົດໝາຍ" ທີ່ລັກລອບນໍາເຂົ້າຈາກສະຫະລັດ ແລະ ການາດາ ກັບຄືນປະເທດ ເພື່ອສົ່ງກັບຄືນປະເທດຕົ້ນທາງຄື ສະຫະລັດ ແລະ ການາດາ ພາຍໃນທ້າຍເດືອນສິງຫາ ນີ້ ຖ້າຝ່າຝືນຈະມີການດຳເນີນການຟ້ອງຮ້ອງຕາມກົດໝາຍ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເມືອວັນພຸດ ທີ 31 ກໍລະກົດ ວ່າ...

ພົບຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວກວ່າ 200 ກໍລະນີ ຢູ່ຫຼວງນໍ້າທາ

ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງມີທ່າອ່ຽງເພີ່ມກວ່າປີຜ່ານມາ ສະເພາະແຂວງຫຼວງນໍ້າທາ ນັບແຕ່ຕົ້ນເດືອນ ມິຖຸນາ 2019 ມາຮອດປັດຈຸບັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 209 ກໍລະນີ, ໃນນັ້ນຫຼາຍກວ່າໝູ່ແມ່ນຢູ່ເມືອງຫຼວງນໍ້າທາ.     ທ່ານ ດຣ ຫຍຸ້ງ ລໍຄໍາ ຫົວໜ້າຂະແໜງຄວບຄຸ້ມພະຍາດຕິດຕໍ່ ພະແນກສາທາລະນາສຸກແຂວງ ຫຼວງນໍ້າທາໄດ້ລາຍງານວ່າ: ຈໍານວນຜູ້ຕິດເຊື້ອສ່ວນໃຫຍ່ແມ່ນກຸ່ມທີ່ມີການເຄື່ອນຍ້າຍໄປມາ ແລະ ຢູ່ເຂດຊຸມຊົນແອອັດຈຶ່ງເກີດເປັນພະຍາດໄດ້ງ່າຍໂດຍສະເພາະຢູ່ບັນດາເມືອງ, ເຊິ່ງໃນທົ່ວແຂວງມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 209 ກໍລະນີ ແລະ...

ອານິສົງຜົນບຸນໃຫຍ່ 9 ຂໍ້ ຈາກການຕັກບາດທຸກເຊົ້າ

ການຕັກບາດ ເປັນໜຶ່ງໃນຮີດຄອງປະເພນີທີ່ຊາວພຸດປະຕິບັດກັນມາແຕ່ດົນນານ ບໍ່ວ່າຈະໃນຍາມບຸນງານທານຕ່າງໆ ແລະ ທຸກໆຕອນເຊົ້າຂອງແຕ່ລະມື້. ແລະ ທຸກໆມື້ຄູບາ, ຈົວ ໄດ້ອອກບິນທະບາດ ເຮົາກໍຈະເຫັນແມ່ອອກ ພໍ່ອອກໄປໃສ່ບາດ ຕັກບາດ ແລ້ວແຕ່ຄວາມສະດວກຂອງໃຜລາວ ແຕ່ທ່ານຮູ້ບໍ່ວ່າ ຫາກທ່ານໄດ້ເປັນຄົນໜຶ່ງທີ່ໄດ້ຕັກບາດທຸກໆຕອນເຊົ້າໃນແຕ່ລະມື້ຈະສົ່ງອານິສົງກຸສົນຜົນບຸນແກ່ໂຕທ່ານຫຼາຍຢ່າງເລີຍ ຕາມຫຼັກພຸດທະສາດສະໜາໄດ້ກ່າວໄວ້ວ່າ ຜູ້ໃດຫາກໄດ້ທໍາບຸນຕັກບາດໃຕຕອນເຊົ້າຂອງທຸກໆມື້ ຈະໄດ້ຮັບກຸສົນໃຫຍ່ 9 ຂໍ້ດັ່ງນີ້: 1 ຈະເປັນທີ່ຮັກຂອງຄົນທັງຫຼາຍ ຄົນທີ່ດີມີປັນຍາບໍ່ວ່າໃຜກໍຢາກຄົບຄ້າສະມາຄົມນໍາ ມີຊື່ສຽງທີ່ດີງາມ ເປັນຜູ້ທີ່ບໍ່ຫ່າງໄກທໍາມະ ແລະ...

ສາລະວັນ ໄດ້ຮັບເຄື່ອງຊ່ວຍເຫຼືອມູນຄ່າເກືອບ 16 ລ້ານ

ທ່ານ ບຸນປອນ ສີສຸລາດ ຄະນະປະຈຳສະພາແຫ່ງຊາດ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ມອບອຸປະກອນຊ່ວຍເຫຼືອ ແລະ ເງິນສົດ ຊື້ສັງກະສີສ້ອມແປງໂຮງຮຽນປະຖົມທີ່ເປ່ເພ ມູນຄ່າເກືອບ 16 ລ້ານກີບ ໃຫ້ແຂວງສາລະວັນ ໃນວັນທີ 29 ກໍລະກົດ 2019...

ຮ່ວມໃຈຊ່ວຍເຫຼືອຊາວເມືອງນານ ຍັງຕ້ອງການເຄື່ອງນຸ່ງຫົ່ມ, ອາຫານ ແລະ ນໍ້າດື່ມ

ພາຍຫຼັງນໍ້ານານໄດ້ໄຫຼເຂົ້າຖ້ວມບ້ານເຮືອນ ແລະ ພື້ນທີ່ທຳການຜະລິດຂອງປະຊາຊົນ ຕາມລ້ອງແມ່ນ້ຳນານ ໃນຕອນເຊົ້າຂອງວັນທີ 30 ກໍລະກົດ ເວລາປະມານ 7 ໂມງ ຜ່ານມາສົ່ງຜົນກະທົບ 8 ບ້ານ 372 ຄອບຄົວ ເຊັ່ນ: ບ້ານນາຝາຍ 4 ຄອບຄົວ, ບ້ານປ່າໄຜ່ 35 ຄອບຄົວ, ບ້ານສີມຸງຄຸນ 35...

ບໍ່ທັນສິ້ນເດືອນ ຫຼວງນໍ້າທາ ມີອຸບັດເຫດເກີດຂຶ້ນເກືອບ 30 ລາຍ

ບໍ່ທັນສິ້ນເດືອນ ແຂວງຫຼວງນ້ຳທາ ມີອຸບັດເຫດເກີດຂຶ້ນເກືອບ 30 ລາຍ, ບາດເຈັບ 30 ກວ່າຄົນ, ເສຍຊີວິດ      3 ຄົນ. ທ່ານ ຮ້ອຍເອກ ແຕະອຸດົມ ຫົວໜ້າໜ່ວຍງານກອງຄະດີອຸບັດເຫດ ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ໃນວັນທີ 26 ກໍລະກົດ 2019 ນີ້ວ່າ: ໃນເດືອນກໍລະກົດ ທົ່ວແຂວງມີອຸບັດເຫດເກີດຂຶ້ນທັງໝົດ...

ທົ່ວປະເທດ ປັກດໍາເຂົ້ານາປີສໍາເລັດເກືອບ 50%

ການປັກດໍາເຂົ້ານາປີຂອງຊາວກະສິກອນໃນທົ່ວປະເທດ ປັດຈຸບັນສໍາເລັດແລ້ວ 357.885 ເຮັກຕາ ເທົ່າກັບ 42% ຂອງແຜນການ. ໃນນີ້, ນາຢອດ 13.713 ເຮັກຕາ, ນາຫວ່ານ 69.220 ເຮັກຕາ; ຂະນະທີ່ເຂົ້າໄຮ່ ປູກໄດ້ແລ້ວ 82.158 ເຮັກຕາ ເທົ່າກັບ 82% ຂອງແຜນການ, ສ່ວນການປູກພືດລະດູຝົນ ສໍາເລັດແລ້ວ 206.896...

ບານເຕະຊີງຂັນ ທ່ານເລຂາສູນກາງຊາວໜຸ່ມ ກໍາລັງຄຶກຄັກເກີດຂຶ້ນແລ້ວ 140 ປະຕູ

ການແຂ່ງຂັນຊີງຂັນ ທ່ານເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ 2019 ທີ່ເປີດສາກຂຶ້ນມານັບຕັ້ງແຕ່ວັນທີ 12 ກໍລະກົດ 2019 ຈົນເຖິງປັດຈຸບັນ ຜ່ານໄປແລ້ວ 42 ນັດໃນຮອບແບ່ງກຸ່ມຂອງທັງ 4 ກຸ່ມປະກົດວ່າ ມີປະຕູເກີດຂຶ້ນເຖິງ 140 ປະຕູ, ຂະນະທີ່ ແລງມື້ນີ້ວັນທີ 31 ກໍລະກົດ 2019...

ອັດຕາເງິນເຟີ້ເດືອນມິຖຸນາ ຫຼຸດລົງເລັກໜ້ອຍ

ອັດຕາເງິນເຟີ້ ເດືອນມິຖຸນາ 2019 ຢູ່ທີ່ລະດັບ 2,48% ເຊິ່ງເພີ່ມຂຶ້ນຊ້າກວ່າເດືອນພຶດສະພາເລັກໜ້ອຍ. ປັດໄຈສໍາຄັນທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນມາຈາກສິນຄ້າປະເພດອາຫານສົດ ເພີ່ມຂຶ້ນສະເລ່ຍ 3,39%, ສ່ວນໝວດຄົມມະນາຄົມ ແລະ ການຂົນສົ່ງແມ່ນເໜັງຕີງຫຼຸດລົງ ເຮັດໃຫ້ອັດຕາເງິນເຟີ້ ສະເລ່ຍ 6 ເດືອນຕົ້ນປີ 2019 ຢູ່ທີ່ລະດັບ 2,00% ( ທຽບໃສ່ 6 ເດືອນປີ 2018...

ຈຸດເລີ່ມຕົ້ນນ້ອຍໆຈາກ ທລຍ 53 ລ້ານກີບກ້າວເປັນ 65 ລ້ານພາຍໃນ 2 ປີ

ທລຍ ເປັນກອງທຶນ ເພື່ອຫຼຸດຜ່ອນຄວາມທຸກຍາກທີ່ຕັ້ງຂຶ້ນມາ ແນໃສ່ຊ່ວຍເຫຼືອປະຊາຊົນຜູ້ຍາກຈົນໃຫ້ມີຊີວິດການເປັນຢູ່ໃຫ້ດີຂຶ້ນກ້າວໄປສູ່ການພົ້ນທຸກໃນທີ່ສຸດ, ເຊິ່ງບ້ານຕາຍົງກໍ່ແມ່ນສ່ວນໜຶ່ງຂອງຜູ້ທີ່ໄດ້ຮັບການຊ່ວຍເຫຼືອ ຈາກກອງທຶນຂອງ ທລຍ ດ້ວຍການສະໜອງທຶນລ້ຽງສັດເປັນຈຸດລິເລີ່ມຈາກເງິນ 53 ລ້ານກີບໃນເບື້ອງຕົ້ນ ພາຍຫຼັງຜ່ານໄປ 2 ປີໄດ້ເກີດດອກອອກຜົນເປັນ 65 ລ້ານ ຖືເປັນກ້າວທໍາອິດທີ່ຈະແຕກໜໍ່ຈໍ່ແນວຕໍ່ໄປ.     ບ້ານ ຕາຍົງ ແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມຕາແບງ ເມືອງນອງ ແຂວງ ສະຫວັນນະເຂດ ແລະ ເປັນບ້ານ ທີ່ນອນຢູ່ໃນເປົ້າໝາຍຂອງ...
- Advertisment -
Slide
Slide

Most Read

error: Content is protected !!