ບານເຕະຊີງຂັນ ທ່ານເລຂາສູນກາງຊາວໜຸ່ມ ກໍາລັງຄຶກຄັກເກີດຂຶ້ນແລ້ວ 140 ປະຕູ

159

ການແຂ່ງຂັນຊີງຂັນ ທ່ານເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ 2019 ທີ່ເປີດສາກຂຶ້ນມານັບຕັ້ງແຕ່ວັນທີ 12 ກໍລະກົດ 2019 ຈົນເຖິງປັດຈຸບັນ ຜ່ານໄປແລ້ວ 42 ນັດໃນຮອບແບ່ງກຸ່ມຂອງທັງ 4 ກຸ່ມປະກົດວ່າ ມີປະຕູເກີດຂຶ້ນເຖິງ 140 ປະຕູ, ຂະນະທີ່ ແລງມື້ນີ້ວັນທີ 31 ກໍລະກົດ 2019 ວັດກັນ 3 ຄູ່ ໂດຍສະເພາະກຸ່ມ D ແຂ່ງກັນ 2 ຄູ່ລຸ້ນຂຶ້ນເປັນທີມນໍາກຸ່ມ.

ການແຂ່ງຂັນລາຍການດັ່ງກ່າວມີ 19 ທີມເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 4 ກຸ່ມແຂ່ງພົບກັນໝົດ ເພື່ອຄັດເອົາທີມອັນດັບ 1 ແລະ 2 ເຂົ້າຮອບ 8 ທີມສຸດທ້າຍ, ເຊິ່ງໃຊ້ສະໜາມ ລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ເປັນສະໜາມແຂ່ງຂັນ ແລະ ມາຮອດປັດຈຸບັນ ສ້າງຄວາມເບີກບານມ່ວນຊື່ນໃຫ້ກັບແຟນບານຕະຫຼອດການແຂ່ງຂັນ ຜ່ານໄປ 42 ນັດໃນຮອບແບ່ງກຸ່ມຂອງທັງ 4 ກຸ່ມປະກົດວ່າ ມີປະຕູເກີດຂຶ້ນເຖິງ 140 ປະຕູ.

ເຊິ່ງນັດທີ່ມີປະຕູເກີດຂຶ້ນຫຼາຍທີ່ສຸດເປັນນັດທີ່ ສະມາຄົມທຸລະກິດ ຊາວຊຽງຂວາງ ຖະຫຼົ່ມ ຫ້ອງວ່າການ ປະເທດປະເທດ ໄປແບບບໍ່ເຫັນຝຸ່ນ 18-1

ສະຖານະການກຸ່ມ A

ສະຖານະການກຸ່ມ B

ສະຖານະການກຸ່ມ C

ສະຖານະການກຸ່ມ D

ຂະນະທີ່ ຕອນແລງມື້ນີ້ວັນທີ 31 ກໍລະກົດ 2019 ຈະມີການແຂ່ງຂັນ 3 ຄູ່ປະກອບດ້ວຍ 2 ຄູ່ທໍາອິດເປັນການແຂ່ງຂັນຂອງກຸ່ມ D ພົບກັນລະຫວ່າງ ກະຊວງການຕ່າງປະເທດ ພົບກັບ ກະຊວງສາທາລະນະສຸກ ເວລາ 15:00 ໂມງ ແລະ ກະຊວງການເງິນ ພົບ ກະຊວງອຸດສາຫະກໍາ ແລະ ການຄ້າ ເວລາ 17:00 ໂມງ ຖ້າທີມໃດຊະນະກໍ່ມີໂອກາດຂຶ້ນເປັນທີມນໍາກຸ່ມ, ສ່ວນອີກຄູ່ໜຶ່ງເປັນການແຂ່ງຂັນຂອງກຸ່ມ B ຄະນະຊາວໜຸ່ມແຂວງວຽງຈັນ ພົບ ກະຊວງສຶກສາທິການ ແລະ ກີລາ.

ສໍາລັບ ລາຍການດັ່ງກ່າວຈະດໍາເນີນວັນທີ 23 ສິງຫາ 2019 ຈິ່ງສໍາເລັດລົງ ເງິນລາງຊະນະເລີດຈະໄດ້ 10 ລ້ານກີບພ້ອມຂັນລາງມູນຄ່າ 3 ລ້ານກີບ ແລະ ຫຼຽນລາງວັນ, ອັນດັບ 2 ໄດ້ 7 ລ້ານກີບ ພ້ອມຫຼຽນລາງວັນ, ອັນດັບ 3 ໄດ້ 5 ລ້ານກີບພ້ອມຫຼຽນລາງວັນ ແລະ ອັນດັບ 4 ໄດ້ 3 ລ້ານກີບພ້ອມຫຼຽນລາງວັນ. ນອກນັ້ນ, ກໍ່ຍັງມີລາງວັນດາວຍິງສູງສຸດ, ນັກເຕະດີເດັ່ນ ແລະ ລາງວັນອື່ນໆອີກ.
ຂ່າວ: ຄໍາສອນ
ຮູບຈາກ: LAO YOUTH UNION Championship