ບໍ່ທັນສິ້ນເດືອນ ຫຼວງນໍ້າທາ ມີອຸບັດເຫດເກີດຂຶ້ນເກືອບ 30 ລາຍ

80

ບໍ່ທັນສິ້ນເດືອນ ແຂວງຫຼວງນ້ຳທາ ມີອຸບັດເຫດເກີດຂຶ້ນເກືອບ 30 ລາຍ, ບາດເຈັບ 30 ກວ່າຄົນ, ເສຍຊີວິດ      3 ຄົນ.

ທ່ານ ຮ້ອຍເອກ ແຕະອຸດົມ ຫົວໜ້າໜ່ວຍງານກອງຄະດີອຸບັດເຫດ ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ໃນວັນທີ 26 ກໍລະກົດ 2019 ນີ້ວ່າ: ໃນເດືອນກໍລະກົດ ທົ່ວແຂວງມີອຸບັດເຫດເກີດຂຶ້ນທັງໝົດ 26 ລາຍ. ໃນນີ້, ລົດໃຫຍ່ຕໍາລົດໃຫຍ່ 7 ລາຍ, ລົດໃຫຍ່ຕໍາລົດຈັກ 7 ລາຍ, ລົດຈັກຕໍາລົດຈັກ 7 ລາຍ, ລົດຈັກຕໍາລົດຖີບ 1 ລາຍ, ລົດຈັກຕໍາຄົນຍ່າງ 4 ລາຍ, ລົດຈັກລົ້ມເອງ 4 ລາຍ, ລົດໃຫຍ່ຕໍາລົດແທ໊ກເຕີ 1 ລາຍ. ເຮັດໃຫ້ມີພາຫະນະເປ່ເພເລັກໜ້ອຍ 30 ຄັນ, ເປ່ເພສົມຄວນ 11 ຄັນ, ໃຊ້ການບໍ່ໄດ້ 3 ຄັນ, ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 28 ຄົນ, ບາດເຈັບສາຫັດ 5 ຄົນ ແລະ ເສຍຊີວິດ 3 ຄົນ. ໄດ້ສ້າງຄວາມເສຍຫາຍຫຼາຍກວ່າ 223 ລ້ານກີບ

ທ່ານ ຮ້ອຍເອກ ແຕະອຸດົມ ຫົວໜ້າໜ່ວຍງານກອງຄະດີອຸບັດເຫດ ໃຫ້ຮູ້ຕື່ມອີກວ່າ: ຄະດີອຸບັດເຫດທີ່ເກີດຂຶ້ນຖ້າທຽບໃສ່ເດືອນຜ່ານມາ ຫຼຸດລົງ 3 ລາຍ ຕໍ່ກັບສະພາບຈຶ່ງຢາກຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນ, ພໍ່ແມ່ຜູ້ປົກຄອງຈົ່ງເປັນເຈົ້າການຄຸ້ມຄອງບອກສອນລູກຫຼານໄລຍະພັກຮຽນບໍ່ໃຫ້ໄປຫຼິ້ນ – ກິນຟຸມເຟືອຍ, ທຽວເດິກ, ດັດແປງສະພາບເຕັກນິກລົດ ແລະ ຂັບຂີ່ລົດກວນເມືອງ ອັນໄດ້ສ້າງຜົນກະທົບທີ່ບໍ່ດີຕາມມາ, ເຮັດໃຫ້ເກີດມີຄວາມເສຍຫາຍທາງດ້ານວັດຖຸເງິນຄໍາ ແລະ ຮ້າຍແຮງເຖິງຂັ້ນເສຍຊີວິດໄດ້.

[ ຂ່າວ: ສົມພອນ ]