ຜ່ານໄປ 6 ປີເມືອງຕົ້ນເຜິ້ງ ພ້ອມຈະສ້າງພິພິທະພັນເກັບຮັກສາວັດຖຸບູຮານ

94

ອີງຕາມສື່ຂ່າວເມືອງຕົ້ນເຜິ້ງລາຍງານວ່າ: ຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືືອງຕົ້ນເຜິ້ງ ໄດ້ລົງໂອ້ລົມປຶກສາຫາລືພໍ່ແມ່ປະຊາຊົນ ບ້ານຮົ່ມເຢັນ ກ່ຽວກັບແຜນກໍ່ສ້າງພິພິດທະພັນເກັບຮັກສາວັດຖຸບູຮານບ້ານຂຸດຄົ້ນໄດ້ຈາກແມ່ນໍ້າຂອງ ໃນປີ 2013 ຜ່ານມາ.

ໃນວັນທີ 29 ກໍລະກົດ 2019 ນີ້ ທ່ານ ສີສະອາດ ກຸມພົນ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງຕົ້ນເຜິ້ງ ພ້ອມດ້ວຍວິຊາການຂອງຫ້ອງການ ໄດ້ລົງໂອ້ລົມປຶກສາຫາລືກັບອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນບ້ານຮົ່ມເຢັນ ກ່ຽວກັບແຜນການກໍ່ສ້າງພິພິດທະພັນ ຫຼຶ ວິຫານເກັບຮັກສາວັດຖຸບູຮານຈຳນວນດັ່ງກ່າວ ຢູ່ທີ່ວັດ ສຸວັນນະສິລິໂຄມຄຳ ບ້ານຮົ່ມເຢັນ.

ໃນການປຶກສາຫາລືຄັ້ງນີ້ຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນ ປະກອບຄໍາຄິດຄໍາເຫັນ ກ່ຽວກັບສະຖານທີ່ກໍ່ສ້າງ, ງົບປະມານທີ່ຈະໃຊ້ເຂົ້າໃນການກໍ່ສ້າງ, ຮູບແບບອາຄານ ແລະ ສິລະປະການຕົບແຕ່ງຂອງພິພິດທະພັນ, ແຜນການສ້າງຈໍາຮອງພະພຸດທະຮູບອົງໃຫຍ່ ທີ່ຂຸດຄົ້ນໄດ້ຈາກແມ່ນໍ້າຂອງອີກດ້ວຍ.

ເຊິ່ງຫຼັງຈາກສ້າງພິພິດທະພັນສໍາເລັດແລ້ວ ທາງເມືອງ ກໍ່ຄືອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານຮົ່ມເຢັນ ຈະໄດ້ນໍາເອົາພະພຸດທະຮູບທີ່ສ້າງຈໍາຮອງ ແລະ ວັດຖຸບູຮານຈາກຫໍເກັບຮັກສາຫຼັງເກົ່າ ທີ່ຫຍຸ້ງຍາກຕໍ່ການປົກປັກຮັກສາ ໄປປະດິດສະຖານ – ວາງສະແດງ ໄວ້ໃນພິພິທະພັນ ເພື່ອໃຫ້ປະຊາຊົນທົ່ວໄປໄດ້ຂາບໄຫວ້ສັກກາລະບູຊາ, ສຶກສາຄົ້ນຄວ້າຄຸນຄ່າທາງດ້ານປະຫວັດສາດ, ສິລະປະ, ວັດທະທະນະທໍາ ຂອງດິນແດນນະຄອນບູຮານແຫ່ງນີ້.