ລົງທຶນ 250 ລ້ານໂດລາ ພັດທະນາເຂດເສດຖະກິດ ວັງເຕົ່າ – ໂພນທອງ

111

ໂຄງການກໍ່ສ້າງພັດທະນາເຂດເສດຖະກິດ ວັງເຕົ່າ – ໂພນທອງ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ສໍາເລັດການສ້າງແຜນແມ່ບົດ ດ້ວຍມູນຄ່າການລົງທຶນໝົດປະມານ 250 ລ້ານໂດລາສະຫະລັດ ຫຼື ປະມານ 2.125 ຕື້ກີບ.

ຫຼ້າສຸດ, ໃນກາງເດືອນກໍລະກົດຜ່ານມານີ້ ໄດ້ມີພິທີວາງສີລາລືກຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາພັນ      ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ທ່ານ ບູ່ຍ ເຖ ຢຸງ ກົງສຸນໃຫຍ່ ແຫ່ງ    ສສ ຫວຽດນາມ ປະຈໍາ 4 ແຂວງພາກໃຕ້ຂອງລາວ, ທ່ານ ອຸດອນ ແກ້ວດວງດີ ປະທານ ກຸ່ມບໍລິສັດ ດວງດີ ກໍ່ສ້າງຂົວ – ທາງ ຈໍາກັດ, ມີບັນດາຮອງລັດຖະມົນຕີ, ການນໍາຈາກກົມກ່ຽວຂ້ອງຂອງສູນກາງ, ບັນດາທ່ານໃນຄະນະປະຈໍາພັກ ແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການກົມກອງອ້ອມຂ້າງແຂວງ ແລະ ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາປະດິດ ແກ້ວດວງດີ ປະທານ ບໍລິສັດ ພັດທະນາເຂດເສດຖະກິດພິເສດ ວັງເຕົ່າ – ໂພນທອງ ໄດ້ກ່າວວ່າ: ການວາງສີລາລືກໂຄງການກໍ່ສ້າງພັດທະນາເຂດເສດຖະກິດ ວັງເຕົ່າ – ໂພນທອງ ເປັນການລິເລີ່ມໂຄງການ ກໍຄືເລີ່ມລົງມືກໍ່ສ້າງພາຍຫຼັງທີ່ຂະແໜງການກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ມີ ຄວາມເປັນເອກະພາບທາງດ້ານເຕັກນິກການອອກແບບຢ່າງສົມບູນ ເພື່ອຮັບປະກັນຈັດຕັ້ງປະຕິບັດຕາມແຜນການທີ່ກໍານົດໄວ້ໃນແຕ່ລະເຂດ ເຊິ່ງປະກອບມີໂຄງການຕ່າງໆ; ໂຄງການນີ້ມີມູນຄ່າການລົງທຶນທັງໝົດປະມານ 250 ລ້ານໂດລາສະຫະລັດ ຫຼື ປະມານ 2.125 ຕື້ກີບ ປັດຈຸບັນໄດ້ສໍາເລັດການສ້າງແຜນແມ່ບົດເປັນທີ່ຮຽບຮ້ອຍ.

ທ່ານ ຄໍາປະດິດ ແກ້ວດວງດີ ກ່າວຕື່ມວ່າ: ສໍາລັບກິດຈະກໍາທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າໄດ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ 1 ຮົ້ວອ້ອມເຂດແດນຂອງເຂດ, ປະຕູໂຂງ ແລະ ທາງເຂົ້າ – ອອກຂອງເຂດທີ່ໄດ້ມາດຕະຖານດີ; ສຳຫຼວດອອກແບບວາງແຜນຜັງກໍ່ສ້າງພື້ນຖານໂຄງລ່າງ; ກໍ່ສ້າງລະບົບພື້ນຖານໂຄງລ່າງ ແລະ ສາທາລະນູປະໂພກ; ກໍ່ສ້າງສູນບໍລິການລະບົບສາງພັກສິນຄ້າ, ກໍ່ສ້າງສະຖານີຂົນສົ່ງໂດຍສານ ແລະ ສະຖານທີ່ບໍລິການຈອດລົດ; ກໍ່ສ້າງອາຄານການຄ້າ ແລະ ຕະຫຼາດຊຸມຊົນ; ກໍ່ສ້າງຮ້ານຄ້າຍົກເວັ້ນພາສີ; ກໍ່ສ້າງສຳນັກງານຫ້ອງການຂອງໂຄງການ.

ໄລຍະທີ 2 ແມ່ນສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງ ແລະ ສາທາລະນູປະໂພກຂອງເຂດ, ກໍ່ສ້າງ ແລະ ນຳໃຊ້ສູນອາຫານ, ສູນການຄ້າ, ອະສັງຫາລິມະຊັບ ( ບ້ານຈັດສັນ, ຕຶກອາຄານການຄ້າ ແລະ ທີ່ພັກອາໄສ ), ສູນບໍລິການນ້ຳມັນເຊື້ອໄຟ, ທະນາຄານ – ສະຖາບັນການເງິນ, ກິດຈະການດ້ານການທ່ອງທ່ຽວ ( ໂຮງແຮມ, ເຂດສວນສະໜຸກ, ສວນນ້ຳ ), ສູນປະຊຸມ ແລະ ວາງສະແດງ.

ໄລຍະທີ 3 ເຂດອຸດສາຫະກຳເພື່ອສົ່ງອອກ ( ອຸດສາຫະກຳປຸງແຕ່ງ, ໂຮງງານປະກອບເຄື່ອງເອເລັກໂຕຣນິກ ແລະ ເຕັກໂນໂລຊີ ).

ໃນພິທີ, ທ່ານ ຄໍາພັນ ພົມມະທັດ  ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍປະທານບໍລິສັດ, ເຈົ້ານະຄອນປາກເຊ ແລະ ການນໍາທີ່ກ່ຽວຂ້ອງກໍໄດ້ຮ່ວມຕັດແຖບຜ້າ, ວາງສີລາລືກກໍ່ສ້າງໂຄງການ ພ້ອມທັງລັ່ນຄ້ອງ 9 ບາດ ແລະ ປ່ອຍປ້າຍ ເພື່ອເປັນນິມິດໝາຍອັນດີໃຫ້ແກ່ໂຄງການກໍ່ສ້າງ.

[ ຮູບ – ເນື້ອໃນ: ທູນທອງໃຈ ]

[ ຂ່າວ: ສົມສະຫວິນ ]