ສະຖິຕິໂລກ! ເອທິໂອເປຍ ປູກຕົ້ນໄມ້ ກວ່າ 200 ລ້ານຕົ້ນ ພາຍໃນມື້ດຽວ

124

ເມື່ອວັນຈັນ ທີ 29 ກໍລະກົດ ຜ່ານມາ ຊາວເອທິໂອເປຍ ໄດ້ຮ່ວມກັນປູກຕົ້ນໄມ້ຫຼາຍກວ່າ 200 ລ້ານຕົ້ນ ໃນທົ່ວປະເທດ ເພື່ອບັນລຸຄວາມຕັ້ງໃຈທີ່ຈະທຳລາຍສະຖິຕິໂລກ ທີ່ຜ່ານມາ ຂອງປະເທດອິນເດຍ.

ສໍານັກຂ່າວ ຟານາ ບຣອດຄາສຕິງ ຄໍປໍເຣຊັ່ນ (FBC: Fana Broadcasting Corporate) ຂອງເອທິໂອເປຍລາຍງານວ່າ  ປະຊາຊົນຊາວເອທິໂອເປຍຮ່ວມແຮງຮ່ວມໃຈກັນປູກຕົ້ນໄມ້ 224 ລ້ານຕົ້ນ ໃນໄລຍະເວລາພຽງວັນດຽວ ເຊິ່ງເກິນຄາດໝາຍເບື້ອງຕົ້ນທີ່ກໍານົດເອົາໄວ້ 200 ລ້ານຕົ້ນ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ກິດຈະກໍາການປູກຕົ້ນໄມ້ດັ່ງກ່າວ ເປັນຄວາມປາຖະໜາສ່ວນໜຶ່ງຂອງລັດຖະບານເອທິໂອເປຍ ທີ່ຕ້ອງການປູກຕົ້ນໄມ້ 4 ພັນລ້ານຕົ້ນ ໃນໄລຍະເຄິ່ງຫຼັງຂອງປີງົບປະມານປັດຈຸບັນ ເຊິ່ງເລິ່ມຕົ້ນ ເມື່ອວັນທີ 26 ພຶດສະພາ ຜ່ານມາ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ຂໍ້ມູນຈາກກະຊວງກະສິກຳ ຂອງເອທິໂອເປຍ ລະບຸວ່າ ຕັ້ງແຕ່ເລິ່ມຕົ້ນໂຄງການມາຈົນເຖິງປັດຈຸບັນ ປະເທດເອທິໂອເປຍ ໄດ້ປູກຕົ້ນໄມ້ຫຼາຍກວ່າ 2.600 ລ້ານຕົ້ນໃນທົ່ວປະເທດ ໂດຍຜ່ານໂຄງການ “ມໍລະດົກສີຂຽວ (Green Legacy)”.

ในภาพอาจจะมี 2 คน, เครา และสถานที่กลางแจ้ง
ອົງການອາຫານໂລກ (WFP: world food programme) ຊີ້ວ່າ ໂຄງການປູກຕົ້ນໄມ້ເພື່ອການຟື້ນຟູພື້ນທີ່ປ່າໄມ້ຂອງເອທິໂອເປຍ ເຊິ່ງມີຄວາມສຳຄັນຢ່າງຍິ່ງຂອງປະເທດ ທີ່ເຄີຍສູນເສຍຕົ້ນໄມ້ຫຼາຍພັນລ້ານຕົ້ນ ແລະ ຊັບພະຍາກອນປ່າໄມ້ຕະຫຼອດຫຼາຍປີ ຜ່ານມາ.

ในภาพอาจจะมี 1 คน, กำลังนั่ง และสถานที่กลางแจ้ง

ທ່ານ ພອລ ເທິນບູລ (Paul Turnbull) ຮອງຜູ້ອຳນວຍການ ໂຄງການດັ່ງກ່າວ ປະຈໍາປະເທດເອທິໂອເປຍ ກ່າວວ່າ ເອທິໂອເປຍໄດ້ສູນເສຍຕົ້ນໄມ້ຈໍານວນມະຫາສານຈາກການເຮັດຟືນ, ຖ່ານ, ການກໍ່ສ້າງ ແລະ ການລ້ຽງສັດ ສົ່ງຜົນໃຫ້ສະພາບປ່າໄມ້ຊຸດໂຊມ ແລະ ການປ່ຽນແປງຂອງສະພາບອາກາດ.