ສາລະວັນ ໄດ້ຮັບເຄື່ອງຊ່ວຍເຫຼືອມູນຄ່າເກືອບ 16 ລ້ານ

42

ທ່ານ ບຸນປອນ ສີສຸລາດ ຄະນະປະຈຳສະພາແຫ່ງຊາດ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ມອບອຸປະກອນຊ່ວຍເຫຼືອ ແລະ ເງິນສົດ ຊື້ສັງກະສີສ້ອມແປງໂຮງຮຽນປະຖົມທີ່ເປ່ເພ ມູນຄ່າເກືອບ 16 ລ້ານກີບ ໃຫ້ແຂວງສາລະວັນ ໃນວັນທີ 29 ກໍລະກົດ 2019 ຕາງໜ້າຮັບໂດຍ ທ່ານ ຄຳເຫຼັກ ອິນດາວົງ ປະທານສະພາປະຊາຊົນແຂວງ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້, ມີຄອມພິວເຕີຕັ້ງໂຕະ ຈຳນວນ 3 ຊຸດ ມູນຄ່າ 6.800.000 ກີບ, ເງິນສົດຊື້ສັງກະສີ ຈຳນວນ 450 ແຜ່ນ ມູນຄ່າ 9 ລ້ານກີບ ໂດຍໄດ້ມອບໃຫ້ສະພາປະຊາຊົນແຂວງ 1 ຊຸດ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ 1 ຊຸດ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຄວາມສະດວກ, ວ່ອງໄວ, ມີປະສິດທິຜົນ ແລະ ມອບເງິນສົດ 9 ລ້ານກີບ ເພື່ອຊື້ສັງກະສີສ້ອມແປງໂຮງຮຽນທີ່ເປ່ເພ ທີ່ອຳນາດການປົກຄອງບ້ານກໍຄືປະຊາຊົນສະເໜີຂໍການຊ່ວຍເຫຼືອ ເຊິ່ງໄດ້ມອບໃຫ້ໂຮງຮຽນປະຖົມບ້ານງິວ ເມືອງເລົ່າງາມ ມີຄອມພິວເຕີ 1 ຊຸດ ແລະ ເງິນສົດຊື້ສັງກະສີ 400 ແຜ່ນ  ແລະ ມອບເງິນສົດຊື້ສັງກະສີໃຫ້ໂຮງຮຽນປະຖົມ ບ້ານໂພນຕານ ເມືອງວາປີ 50 ແຜ່ນ ມູນຄ່າ 1 ລ້ານກີບ.

ໂອກາດດຽວກັນນັ້ນ, ປະທານສະພາປະຊາຊົນແຂວງ ໄດ້ສະແດງ ຄວາມຂອບໃຈຕໍ່ກັບການຊ່ວຍເຫຼືອ ແລະ ປະກອບສ່ວນໃນຄັ້ງນີ້ທີ່ເປັນການຊຸກຍູ້ ແລະ ສະໜອງອຸປະກອນໃຫ້ແກ່ການປະຕິບັດໜ້າທີ່ວຽກງານໃຫ້ສະດວກຂຶ້ນຕື່ມ ແລະ ມີຄວາມເປັນຫ່ວງເປັນໄຍປະຊາຊົນ, ທັງໄດ້ເອົາໃຈໃສ່ການຊ່ວຍເຫຼືອປະຊາຊົນ ກໍຄືອຳນາດການປົກຄອງບ້ານ ໂດຍສະເພາະໂຮງຮຽນປະຖົມທີ່ເປ່ເພ ເຊິ່ງຈະຕ້ອງໄດ້ຮັບການບູລະນະສ້ອມແປງ ແນໃສ່ໃຫ້ລູກຫຼານມີສະຖານທີ່ຮ່ຳຮຽນທີ່ສະດວກ, ປອດໄພ ແລະ ຈະໄດ້ສືບຕໍ່ລົງມອບໃຫ້ບ້ານ ໃຫ້ໄດ້ຮັບການສ້ອມແປງ ແລະ ສາມາດນຳໃຊ້ໄດ້.

[ ຂ່າວ: ວິໄລວອນ ສິດທິໄຊ ]