ອັດຕາເງິນເຟີ້ເດືອນມິຖຸນາ ຫຼຸດລົງເລັກໜ້ອຍ

173

ອັດຕາເງິນເຟີ້ ເດືອນມິຖຸນາ 2019 ຢູ່ທີ່ລະດັບ 2,48% ເຊິ່ງເພີ່ມຂຶ້ນຊ້າກວ່າເດືອນພຶດສະພາເລັກໜ້ອຍ. ປັດໄຈສໍາຄັນທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນມາຈາກສິນຄ້າປະເພດອາຫານສົດ ເພີ່ມຂຶ້ນສະເລ່ຍ 3,39%, ສ່ວນໝວດຄົມມະນາຄົມ ແລະ ການຂົນສົ່ງແມ່ນເໜັງຕີງຫຼຸດລົງ ເຮັດໃຫ້ອັດຕາເງິນເຟີ້ ສະເລ່ຍ 6 ເດືອນຕົ້ນປີ 2019 ຢູ່ທີ່ລະດັບ 2,00% ( ທຽບໃສ່ 6 ເດືອນປີ 2018 ຢູ່ທີ່ລະດັບ 1,77% ) ເຊິ່ງປັດໄຈມາຈາກສິນຄ້າປະເພດອາຫານ, ນໍ້າມັນເຊື້ອໄຟ ແລະ ເຄື່ອງນຸ່ງຫົ່ມ.

ອີງຕາມບົດລາຍງານອັດຕາເງິນເຟີ້ປະຈໍາເດືອນມິຖຸນາ 2019 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ດັດຊະນີລາຄາການຊົມໃຊ້ ( ອັດຕາເງິນເຟີ້ ) ເດືອນມິຖຸນາ 2019 ທຽບໃສ່ໄລຍະດຽວກັນຂອງເດືອນມິຖຸນາ ປີ 2018 ເພີ່ມຂຶ້ນ 2,48% ເຊິ່ງເພີ່ມຂຶ້ນຊ້າກວ່າເດືອນພຶດສະພາ 2019 ຜ່ານມາເລັກໜ້ອຍ ( 2,54% ); ປັດໄຈສໍາຄັນທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ຄື: ສິນຄ້າປະເພດອາຫານສົດສະເລ່ຍເພີ່ມຂຶ້ນ 3,39%. ໃນນັ້ນ, ມີເຂົ້າສານ, ຊີ້ນ, ປາ, ອາຫານທະເລ ແລະ ໝາກໄມ້. ຂະນະດຽວກັນ, ໝວດຄົມມະນາຄົມ ແລະ ການຂົນສົ່ງ ແມ່ນເໜັງຕີງຫຼຸດລົງ ໂດຍສະເພາະແມ່ນນໍ້າມັນເຊື້ອໄຟ ຫຼຸດລົງ 2,31%.

ສໍາລັບອັດຕາເງິນເຟີ້ພື້ນຖານ ( ບໍ່ລວມອາຫານສົດ ແລະ ນໍ້າມັນເຊື້ອໄຟ ) ເພີ່ມຂຶ້ນ 1,92%. ເຖິງຢ່າງໃດກໍຕາມ, ຍັງມີສິນຄ້າປະເພດນໍາເຂົ້າທີ່ຕິດພັນກັບອັດຕາແລກປ່ຽນແມ່ນມີທ່າອ່ຽງເພີ່ມຂຶ້ນ 1,60 % ( ອັດຕາແລກປ່ຽນກີບຕໍ່ບາດໃນເດືອນມິຖຸນາທຽບໃສ່ເດືອນພຶດສະພາ 2019 ເພີ່ມຂຶ້ນ 7,94% ຈາກ 274,31 ກີບຕໍ່ບາດ ມາເປັນ 281,95 ກີບຕໍ່ບາດ ).

ອັດຕາເງິນເຟີ້ ໃນເດືອນມິຖຸນາ 2019 ເພີ່ມຂຶ້ນ 2,48% ແມ່ນມາຈາກການເໜັງຕີງຂອງໝວດສິນຄ້າຕົ້ນຕໍ ລຸ່ມນີ້:

ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 3,20%.

ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 3,38%.

ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 2,54%.

ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 0,86%.

ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 1,64%.

ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 1,46%.

ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 1,97%.

ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 1,51%.

ໝວດບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 1,85%.

ໝວດການສຶກສາເພີ່ມຂຶ້ນ 0,39%.

ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 2,28%.

ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 1,60%.

ສ່ວນດັດຊະນີລາຄາຜູ້ບໍລິໂພກ ປະຈຳເດືອນມິຖຸນາ 2019 ທຽບກັບເດືອນພຶດສະພາ ເພີ່ມຂຶ້ນ 0,25% ຍ້ອນປັດໄຈໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 0,60% ຍ້ອນການເພີ່ມຂຶ້ນຂອງລາຄາສິນຄ້າອາຫານສົດ ເປັນຕົ້ນແມ່ນເຂົ້າສານ ເພີ່ມຂຶ້ນ 1,12%, ຊີ້ນ ເພີ່ມຂຶ້ນ 0,33%. ໃນນີ້, ຊີ້ນໝູ ເພີ່ມຂຶ້ນ 0,59%, ສັດປີກ ເພີ່ມຂຶ້ນ 0,76% ແລະ ຜັກສົດ ເພີ່ມຂຶ້ນ 1,95%. ນອກນັ້ນ, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 0,52%; ໝວດການບັນເທີງ ແລະ ພັກຜ່ອນ ເພີ່ມຂຶ້ນ 0,26%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 0,28%; ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 0,33%.

ນອກຈາກໝວດສິນຄ້າທີ່ມີການເໜັງຕີງເພີ່ມຂຶ້ນແລ້ວ ກໍຍັງມີບາງໝວດສິນຄ້າເໜັງຕີງຫຼຸດລົງ ເຊັ່ນ: ໝວດເຄື່ອງໃຊ້ໃນເຮືອນ ຫຼຸດລົງ 0,15% ຍ້ອນການຫຼຸດລົງຂອງລາຄາປະເພດເຄື່ອງໃຊ້ໃນຄົວເຮືອນ 0,52%, ອຸປະກອນປະດັບ ແລະ ເຄື່ອງໃຊ້ປະຈໍາວັນຫຼຸດລົງ 0,48%; ໝວດຄົມມະນາຄົມ ແລະ ຂົນສົ່ງຫຼຸດລົງ 0,48% ຍ້ອນການຫຼຸດລົງຂອງນໍ້າມັນເຊື້ອໄຟ.

[ ຂ່າວ: ສົມສະຫວິນ ]