ອານິສົງຜົນບຸນໃຫຍ່ 9 ຂໍ້ ຈາກການຕັກບາດທຸກເຊົ້າ

415

ການຕັກບາດ ເປັນໜຶ່ງໃນຮີດຄອງປະເພນີທີ່ຊາວພຸດປະຕິບັດກັນມາແຕ່ດົນນານ ບໍ່ວ່າຈະໃນຍາມບຸນງານທານຕ່າງໆ ແລະ ທຸກໆຕອນເຊົ້າຂອງແຕ່ລະມື້.
ແລະ ທຸກໆມື້ຄູບາ, ຈົວ ໄດ້ອອກບິນທະບາດ ເຮົາກໍຈະເຫັນແມ່ອອກ ພໍ່ອອກໄປໃສ່ບາດ ຕັກບາດ ແລ້ວແຕ່ຄວາມສະດວກຂອງໃຜລາວ ແຕ່ທ່ານຮູ້ບໍ່ວ່າ ຫາກທ່ານໄດ້ເປັນຄົນໜຶ່ງທີ່ໄດ້ຕັກບາດທຸກໆຕອນເຊົ້າໃນແຕ່ລະມື້ຈະສົ່ງອານິສົງກຸສົນຜົນບຸນແກ່ໂຕທ່ານຫຼາຍຢ່າງເລີຍ ຕາມຫຼັກພຸດທະສາດສະໜາໄດ້ກ່າວໄວ້ວ່າ ຜູ້ໃດຫາກໄດ້ທໍາບຸນຕັກບາດໃຕຕອນເຊົ້າຂອງທຸກໆມື້ ຈະໄດ້ຮັບກຸສົນໃຫຍ່ 9 ຂໍ້ດັ່ງນີ້:

1 ຈະເປັນທີ່ຮັກຂອງຄົນທັງຫຼາຍ ຄົນທີ່ດີມີປັນຍາບໍ່ວ່າໃຜກໍຢາກຄົບຄ້າສະມາຄົມນໍາ ມີຊື່ສຽງທີ່ດີງາມ ເປັນຜູ້ທີ່ບໍ່ຫ່າງໄກທໍາມະ ແລະ ເມື່ອຈາກໂລກນີ້ໄປກໍຈະໄດ້ຂຶ້ນສະຫວັນຊັ້ນຟ້າ.
2 ການໃສ່ບາດທຸກມື້ ເຮັດໃຫ້ຈິດໃຈເຮົາຕິດເກາະຢູ່ກັບຄວາມດີງາມ ເປັນການເຝິກຈິດໃຈໃຫ້ຢູ່ກັບການກຸສົນ ເຊິ່ງເປັນທາງແຫ່ງຄວາມຈະເລີນ ທີ່ພະພຸດທະເຈົ້າຕັດວ່າ: ຜູ້ທີ່ເຝິກຈິດດີແລ້ວ ຍ່ອມນໍາສຸກມາໃຫ້.
3 ເປັນການຫຼຸດຄວາມເຫັນແກ່ຕົວ ສ້າງໃຈໃຫ້ເປັນສຸກ ແລະ ສ້າງສັງຄົມໃຫ້ຮົ່ມເຢັນ ມີການເອື້ອເຟື້ອເພື່ອແຜ່ ມຸ່ງສູ່ຄວາມດີ ແລະ ຄວາມເສຍສະລະ.
4 ເປັນການຕໍ່ບຸນກຸສົນໃຫ້ແກ່ຕົນເອງ ເພາະການຕັກບາດເປັນການເສີມບາລະມີໂດຍກົງ ເປັນການສ້າງທາງແຫ່ງ ຄວາມຮັ່ງມີລໍ້າລວຍ ຍິ່ງເຮັດບຸນຫຼາຍ ຍິ່ງໄດ້ບຸນຫຼາຍ.
5 ເພື່ອເປັນການອຸທິດສ່ວນບຸນ ໃຫ້ແກ່ບຸກຄົນອັນເປັນທີ່ຮັກທີ່ລ່ວງລັບໄປແລ້ວ ອັນເປັນການສະແດງຄວາມກະຕັນຍູຕໍ່ຜູ້ມີພະຄຸນ.

6 ເປັນການຮັກສາຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງເຮົາໄວ້ ເພື່ອຄວາມງົດງາມ ແລະ ມົນສະເໜ່ ໄວ້ຄູ່ກັບບ້ານເມືອງເຮົາ
7 ເປັນແບບຢ່າງການສົ່ງຕໍ່ຄວາມດີຈາກຮຸ່ນສູ່ຮຸ່ນ ເພື່ອໃຫ້ລູກຫຼານມີແບບຢ່າງທີ່ດີໃນການປະຕິບັດຕົນຕໍ່ວັດທະນະທໍາຮີດຄອງປະເພນີ.
8 ເປັນການສືບຕໍ່ອາຍຸພະພຸດທະສາດສະໜາ ເພາະພະສົງສໍາມະເນນຕ້ອງຢູ່ດ້ວຍການບິນທະບາດລ້ຽງຊີບ ຫາກບໍ່ມີໃຜໃສ່ບາດ ເພິ່ນກໍບໍ່ມີອາຫານ ແລະ ກໍບໍ່ສາມາດດໍາລົງຊີບໄດ້ ແລ້ວພະພຸດທະສາສະໜາກໍຈະສິ້ນລົງ.
9 ການໃສ່ບາດເປັນການສ້າງຄວາມປອງດອງໃຫ້ກັບຊາວພຸດ ເພາະເວລາເຮັດບຸນ ຫຼື ຕັກບາດເຮົາຈະໄດ້ພົບພໍ້ກັບຜູ້ຄົນທີ່ມີຈິດໃສສັດທາທີ່ຄືກັນມາຮ່ວມເຮັດບຸນນໍາກັນ ສ້າງຄວາມສາມັກຄີ ຄົນກັບຄົນ, ບ້ານຕໍ່ບ້ານ ແລະ ອື່ນໆ