ເປີດໃຫ້ສະໝັກແລ້ວໂຄງການກອງທຶນວັດທະນະທໍາ

37

ລັດຖະບານສະວິດ ມີນະໂຍບາຍໃນການສົ່ງເສີມໃຫ້ປະຊາຊົນລາວໃນການຜະລິດ ແລະ ກະຈາຍຜະລິດຕະພັນອອກສູ່ຕະຫຼາຜ່ານການຝຶກອົບຮົມ ຜ່ານໂຄງການກອງທຶນວັດທະນະທໍາ ພາຍໃຕ້ຫົວຂໍ້: “ ວັດທະນະທໍາລາວ ແລະ ເພື່ອປະຊາຊົນລາວ ” ໄລຍະໂຄງການດັ່ງກ່າວແມ່ນແຕ່ປີ 2017 – 2021 ໃນມູນຄ່າ 26 ລ້ານໂດລາ.

ຫຼ້າສຸດ, ໃນວັນທີ 30 ກໍລະກົດຜ່ານມາ ຫ້ອງການເພື່ອການພັດທະນາ ແລະ ຮ່ວມມືແຫ່ງປະເທດສະວິດ ( SDC ) ໄດ້ຈັດພິທີຖະແຫຼງຂ່າວເປີດຮັບສະໝັກເອົາທຶນຈາກໂຄງການດັ່ງກ່າວຕາມເງື່ອນໄຂຂອງໂຄງການວາງອອກ.

ພິທີຖະແຫຼງຂ່າວດັ່ງກ່າວມີ ທ່ານ ຄຣິຊຕອຟ ເບີເກເນີ ( Chritoph Bur-gener ) ຜູ້ອໍານວຍການອົງການເພື່ອການພັດທະນາແລະ ຮ່ວມມືແຫ່ງປະເທດສະວິດເປັນປະທານ, ມີຄະນະຜູ້ປະສານງານ ແລະ ບັນດາສື່ມວນຊົນ ເຂົ້າຮ່ວມ.

ທ່ານ ຄຣິຊຕອຟ ເບີເກເນີ ( Chritoph Burgener ) ກ່າວວ່າ: ກອງທຶນວັດທະນະທໍາເປີດຮັບສະໝັກໃຫ້ແກ່ອົງກອນ, ທຸລະກິດ ແລະ ອົງການຈັດຕັ້ງທາງສັງຄົມ ໂດຍໂຄງການຈະເປັນຜູ້ໃຫ້ການສະໜັບສະໜູນດ້ານງົບປະມານ ແລະ ການຝຶກອົບຮົມ ເພື່ອໃຫ້ສັງຄົມມີສ່ວນຮ່ວມໃນການສະແດງອອກທາງດ້ານສິລະປະວັດທະນະທໍາ, ເສີມສ້າງເອກະລັກຂອງທ້ອງຖິ່ນ ແລະ ຂອງຊາດຜ່ານຜະລິດຕະພັນຕ່າງໆ. ທັງນີ້, ກໍເພື່ອຊຸກຍູ້ສົ່ງເສີມໃຫ້ພົນລະເມືອງມີບົດບາດໃນສັງຄົມສູງຂຶ້ນ. ນອກຈາກນີ້, ຍັງເປັນການພັດທະນາ ຄວາມສາມັກຄີພາຍໃນສັງຄົມ ແລະ ສົ່ງເສີມຄຸນຄ່າຄວາມຫຼາກຫຼາຍຂອງສັງຄົມລາວ.

ຕາງໜ້າໃຫ້ລັດຖະບານສະວິດ ກໍຄືຫ້ອງການເພື່ອການພັດທະນາ ແລະ ຮ່ວມມື ແຫ່ງ ປະເທດສະວິດ ( SDC ) ມີນະໂຍບາຍສົ່ງເສີມຂະແໜງສິລະປະວັດທະນະທໍາຂອງປະເທດເພື່ອນມິດ ໂດຍມີ 1% ຂອງງົບປະມານພັດທະນາໃຫ້ແກ່ກິດຈະກໍາສິລະປະວັດທະນະທໍາ ໂດຍໄລຍະຂອງໂຄງການດັ່ງກ່າວແມ່ນເລີ່ມແຕ່ປີ 2017 – 2021 ມີມູນຄ່າ 26 ລ້ານໂດລາ. ຫ້ອງການ ( SDC ) ໄດ້ຮັບການສະໜັບສະໜູນໃນການຜະລິດ, ໂຄສະນາ ແລະ ກະຈາຍວັດທະນະທໍາລາວຕັ້ງແຕ່ປີ 2014 ທັງໝົດ 30 ໂຄງການ.

ທ່ານ ຄຣິຊຕອຟ ເບີເກເນີ ໃຫ້ຮູ້ອີກວ່າ: ພວກເຮົາເຊື່ອໝັ້ນວ່າສິລະປະ ແລະ ວັດທະນະທໍາຈະເປັນປັດໄຈສໍາຄັນໃນການພັດທະນາແບບຍືນຍົງ ອີງໃສ່ຄວາມມຸ່ງໝັ້ນໃນການສົ່ງເສີມຄຸນຄ່າຂອງວັດທະນະທໍາລາວ ເພື່ອຮ່ວມກັນສະແດງ ຄວາມເປັນເອກະລັກຂອງຕົນເອງ. ສ່ວນເງື່ອນໄຂໃນການສະໝັກຕ້ອງເປັນອົງກອນ, ທຸລະກິດ ຫຼື ອົງການຈັດຕັ້ງທາງສັງຄົມ ທີ່ຖືກຕ້ອງຕາມກົດໝາຍ ພ້ອມທັງມີເອກະສານຄົບຖ້ວນ ແລະ ມີຄວາມເຂັ້ມແຂງທາງດ້ານບັນຊີ.

ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່: Laoculturalfund@gmail.com.

( ຂ່າວ: ທິບອຸສາ, ຮູບ: ວິລະສັກ )