ແຕ່ງຕັ້ງ 4 ຄະນະ ຮັບຜິດຊອບແກ້ໄຂເຫດສຸກເສີນໃນທົ່ວປະເທດ

55

ເພື່ອເປັນການປ້ອງກັນເຫດກໍ່ຄື ການແກ້ໄຂບັນຫາສິ່ງແວດລ້ອມຢ່າງທັນການ ໃນຂອບເຂດທົ່ວປະເທດ. ສະນັ້ນ, ຄະນະກຳກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມ ແລະ ແກ້ໄຂເຫດສຸກເສີນດ້ານສິ່ງແວດລ້ອມຂຶ້ນ ເຊິ່ງປະກອບມີ 4 ຄະນະ ເພື່ອລົງແກ້ໄຂເຫດສຸກເສີນຢ່າງເປັນທາງການ.

 

ສະພາບນໍ້າຖ້ວມເມືອງນານ ແຂວງ ຫຼວງພະບາງ

 

ເຊິ່ງທັງ 4 ຄະນະ ລ້ວນແຕ່ມີສິດ ແລະ ໜ້າທີ່ດັ່ງນີ້: ປະຕິບັດ ແລະ ເຄື່ອນໄຫວວຽກງານຕາມຫຼັກການລວມສູນປະຊາທິປະໄຕ, ລະບອບຫົວໜ້າດຽວເຄື່ອນໄຫວເປັນໝູ່ຄະນະ ໂດຍມີການແບ່ງວຽກໃຫ້ແຕ່ລະບຸກຄົນຮັບຜິດຊອບຢ່າງຂາດໂຕ; ປະຕິບັດລະບອບປະຈຳການຢ່າງເປັນປົກະຕິ ການເຄື່ອນໄຫວວຽກງານບົນພື້ນຖານການສ້າງແຜນການ ແລະ ຕາຕະລາງຜັດປ່ຽນການປະຈຳການຢ່າງໜ້ອຍຕ້ອງ 2 ທ່ານ ເພື່ອແກ້ໄຂບັນຫາເຫດສຸກເສີນ ແລະ ປະຕິບັດລະບອບສະຫຼຸບ ສ່ອງແສງລາຍງານ ແລະ ປະເມີນຜົນການເຄື່ອນໄຫວວຽກງານຢ່າງເປັນປົກກະຕິ.

 

ສະພາບນໍ້າຖ້ວມເມືອງນານ ແຂວງ ຫຼວງພະບາງ

ຄະນະດັ່ງກ່າວນີ້ ມີໜ້າທີ່ຮັບຜິດຊອບໃນການລົງຕິດຕາມ, ກວດກາ ແລະ ແກ້ໄຂບັນຫາສິ່ງແວດລ້ອມໃນແຕ່ລະທ້ອງຖິ່ນຢ່າງເປັນປົກກະຕິ; ດຳເນີນການກວດກາ ແລະ ແກ້ໄຂເຫດສຸກເສີນທີ່ເກີດຂຶ້ນກະທັນຫັນໄດ້ຕະຫຼອດ 24 ຊົ່ວໂມງ; ລາຍງານຜົນການຕິດຕາມກວດກາ ໃຫ້ອົງການປົກຄອງທ້ອງຖິ່ນ, ຂະແໜງການສາຍຕັ້ງຂັ້ນທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງຕິດຕາມ, ແກ້ໄຂເຫດສຸກເສີນທາງດ້ານສິ່ງແວດລ້ອມທີ່ເກີດຂຶ້ນ ຕາມການສະເໜີຂອງອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການສາຍຕັ້ງຂັ້ນທ້ອງຖິ່ນຢ່າງທັນການ.

 

ສະພາບນໍ້າຖ້ວມເມືອງນານ ແຂວງ ຫຼວງພະບາງ

 

ແນະນຳ ຂະແໜງສາຍຕັ້ງຂັ້ນທ້ອງຖິ່ນ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສະເໜີວິທີການແກ້ໄຂເຫດການສຸກເສີນ ແນໃສ່ຫຼຸດຜ່ອນຜົນກະທົບ; ສັງລວມຂໍ້ມູນ, ເຫດການ ແລະ ສະຫຼຸບລາຍງານ ອົງການປົກຄອງທ້ອງຖິ່ນ ແລະ ການນຳກະຊວງກ່ຽວກັບເຫດສຸກເສີນດ້ານສິ່ງແວດລ້ອມທີ່ເກີດຂຶ້ນ ເພື່ອໃຫ້ທິດຊີ້ນຳແຕ່ລະໄລຍະ ແລະ ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະນຳກະຊວງ.

ສ່ວນລາຍຊື່ຜູ້ຮັບຜິດຊອບໃນແຕ່ລະທ້ອງຖິ່ນ ທ່ານສາມາດເບິ່ງລາຍລະອຽດຕາມແຈ້ງການ ແລະ ຂໍ້ຕົກລົງດັ່ງລຸ່ມນີ້:

 

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

ຂໍ້ຕົກລົງ

 

ไม่มีคำอธิบายรูปภาพ

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

 

ไม่มีคำอธิบายรูปภาพ