ໂປໂລຍແກ້ບັນຫາສະໝອງໄຫຼດ້ວຍການຢຸດເກັບພາສີໄວໜຸ່ມ

40

ນະໂຍບາຍຍົກເລີກກັບພາສີລາຍໄດ້ຄົນໄວເຮັດວຽກທີ່ອາຍຸບໍ່ກາຍ26ປີໃນໂປໂລຍຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ1ເດືອນ ສິງຫານີ້ຫວັງແກ້ໄຂບັນຫາໄວໜຸ່ມໄປເຮັດວຽກຢູ່ຕ່າງປະເທດ.

ປະຊາກອນໄວເຮັດວຽກທີ່ມີອາຍຸບໍ່ກາຍ26ປີ ແລະ ມີລາຍໄດ້ຕໍ່ປີກ່ອນເສຍພາສີບໍ່ເຖິງ22.000ໂດລາຕໍ່ປີຄາດຄະເນວ່າຈະມີຜູ້ໄດ້ຮັບປະໂຫຍດຈາກນະໂຍບາຍນີ້ປະມານ2ລ້ານຄົນທົ່ວປະເທດ.

ທ່ານ ມາເຕອຸດ ມໍຣາວຽດສະກີ ນາຍົກລັດຖະມົນຕີໂປໂລຍປະເມີນວ່າ:ນະໂຍບາຍດັ່ງກ່າວຈະຈູງໃຈໃຫ້ປະຊາກອນໄວໜຸ່ມເຮັດວຽກພາຍໃນປະເທດແທນທີ່ຈະເດີນທາງໄປເຮັດວຽກຢູ່ຕ່າງປະເທດເນື່ອງຈາກນັບຕັ້ງແຕ່ໂປໂລຍເຂົ້າເປັນສ່ວນໜຶ່ງຂອງສະຫະພາບເອີຣົບຫຼືອີຢູເມື່ອປີ2004ກໍເກີດບັນຫາສະໝອງໄຫຼຫຼືໄວໜຸ່ມໄປເຮັດວຽກຢູ່ຕ່າງປະເທດຢ່າງຕໍ່ເນື່ອງ.

ປັດຈຸບັນ,ໄວໜຸ່ມທີ່ເປັນຄົນລຸ້ນໃໝ່ໃນໂປໂລຍປະມານ1,7ລ້ານຄົນເຮັດວຽກຢູ່ຕ່າງປະເທດເນື່ອງຈາກກັງວົນເລື່ອງຄວາມໝັ້ນຄົງ ແລະ ຫາເງິນໄດ້ຫຼາຍກວ່າການເຮັດວຽກຢູ່ໃນປະເທດບ້ານເກີດ ແລະ ສ່ວນໃຫຍ່ຈະເລືອກໄປເຮັດວຽກໃນກຸ່ມປະເທດພັດທະນາແລ້ວທີ່ເປັນສະມາຊິກອີຢູເນື່ອງຈາກເດີນທາງຂ້າມຊາຍແດນສະດວກສະບາຍ ແລະ ບໍ່ຕ້ອງຂໍວີຊາຫຼືໃບອະນຸຍາດເຮັດວຽກ.

ລັດຖະບານໂປໂລຍໃຫ້ຮູ້ວ່າ:ນະໂຍບາຍດ້ານພາສີຮູບແບບໃໝ່ຈະບັງຄັບໃຊ້ຄຽງຄູ່ກັບນະໂຍບາຍສະຫວັດດີການສັງຄົມດ້ານອື່ນໆ.