ເລີ່ມເດືອນໜ້າຫຼວງນໍ້າທາ ຈະເປິດໃຊ້ລະບົບຄຸ້ມຄອງລາຍຮັບແບບໃໝ່ (Tax RIS )

57

ເພື່ອອໍານວຍຄວາມສະດວກ ໃນການແຈ້ງມອບອາກອນຂອງຜູ້ເສຍອາກອນໃຫ້ວ່ອງໄວທັນສະໄໝ ແລະ ສາມາດກວດສອບໄດ້ ປັບປຸງກົນໄກການແຈ້ງມອບໃຫ້ມີຄວາມຍຸຕິທໍາ ຖືກຕ້ອງຕາມລະບຽບກົດ  ໜາຍ ແລະ ຮັບປະກັນການເກັບອາກອນຈາກຜູ້ເສຍອາກອນເຂົ້າງົບປະມານແຫ່ງລັດໄດ້ຢ່າງລວມສູນ, ມີຄວາມຖືກຕ້ອງໂປ່ງໃສ ແຂວງຫຼວງນໍ້າທາ ຈະເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ (Tax RIS ) ເລີ່ມເດືອນສິງຫາ 2019 ເປັນຕົ້ນໄປ.

 

 

ໃນວັນທີ 30 ກໍລະກົດ 2019 ນີ້, ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດພິທີເຜີຍແຜ່ການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ (Tax RIS ) ໃຫ້ແກ່ບັນດາອົງການຈັດຕັ້ງລັດ ແລະ ຫົວໜ່ວຍທຸລະກິດທົ່ວແຂວງຫຼວງນໍ້າທາ, ໂດຍການເປັນປະທານຂອງ ທ່ານ  ອ່ອນຈັນ ຄຳພາວົງ ຫົວໜ້າພະແນກການເງິນແຂວງ, ມີກົມສ່ວຍສາອາກອນ, ສະຖາບັນການເງິນ ແລະ ຄັງເງິນແຫ່ງຊາດ, ບັນດາອົງການຈັດຕັ້ງລັດ ແລະ ຫົວໜ່ວຍທຸລະກິດທົ່ວແຂວງເຂົ້າຮ່ວມ.

 

 

ການເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ (Tax RIS ) ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາກທຸລະກິດໃນຍຸກເສດຖະກິດດີຈີຕອນ, ເປົ້າໝາຍລວມ ແມ່ນເພື່ອເພີ່ມລາຍຮັບງົບປະມານການແຈ້ງມອບອາກອນໃຫ້ມີຄວາມຊັດເຈນ, ສ້າງຄວາມໂປ່ງໃສຍຸຕິທໍາ ແລະ ສາມາດກວດຄືນໄດ້.

 

 

ປັດຈຸບັນມີ 4 ທະນາຄານທຸລະກິດເຊື່ອມຕໍ່ຂໍ້ມູນການມອບພັນທະກັບຄັງເງິນແຫ່ງຊາດຢູ່ສູນກາງ ແລະ ທ້ອງຖິ່ນ. ສໍາລັບແຂວງຫຼວງນໍ້າທາຈະເປິດການນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ TaxRIS ເລີ່ມແຕ່ເດືອນສິງຫາປີ 2019 ເປັນຕົ້ນໄປ.

ກ່ອນໜ້ານີ້ ມີການນໍາໃຊ້ລະບົບດັ່ງກ່າວຢູ່ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາ 5 ແຂວງ ( ນະຄອນຫຼວງວຽງຈັນ, ວຽງຈັນ, ນະຄອນຫຼວງພະບາງ, ສະຫວັນນະເຂດ ແລະ ຈໍາປາສັກ) ແລະ ສ່ວຍສາອາກອນປະຈໍາ 5 ເມືອງ (ເມືອງຈັນທະບູລີ, ສີໂຄດຕະບອງ, ໄຊເສດຖາ, ສີສັດຕະນາກ ແລະ ນະຄອນຫຼວງພະບາງ)