ເສຍຊີວິດ 18 ຄົນ! ເຫດຍົນກອງທັບປາກິດສະຖານຕົກໃສ່ບ້ານເຮືອນປະຊາຊົນ

49

ມີຜູ້ເສຍຊີວິດຢ່າງໜ້ອຍ 18 ຄົນ ໃນເຫດຍົນໂດຍສານຂອງກອງທັບປາກິສຖານ ເຊິ່ງຕົກໃສ່ເຂດທີ່ຢູ່ອາໄສ ທາງພາກເໜືອຂອງປະເທດ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຣາວັລພິນດິ ປະເທດປາກິສຖານ ເມື່ອວັນອັງຄານ ທີ 30 ກໍລະກົດ ວ່າ ເກີດເຫດຍົນໂດຍສານບິຊຄຮາຟ ຄິງ ແອຣ໌ 350 (Beechcraft king air 350) ເປັນຍົນໂດຍສານເຄື່ອງຈັກເທີໂບພຮັອບຂອງກອງທັບປາກິສຖານ ເຊິ່ງຢູ່ລະຫວ່າງການເຝີກຊ້ອມບິນ ໄດ້ຕົກລົງໃນເຂດຊຸມຊົນແຫ່ງໜຶ່ງຂອງເມືອງຣາວັລພິນດິ ທາງພາກເໜືອຂອງປະເທດ ແລະ ຕັ້ງຢູ່ບໍ່ໄກຈາກຖານທັບຫຼາຍ ເມື່ອໄລຍະເຊົ້າຂອງວັນອັງຄານ ຕາມເວລາທ້ອງຖິ່ນ ສົ່ງຜົນໃຫ້ເກີດສຽງລະເບີດດັ່ງກ້ອງໄປທົ່ວ ແລະ ມີໄຟລຸກຖ້ວມ.

ในภาพอาจจะมี 2 คน, สถานที่กลางแจ้ง

ในภาพอาจจะมี สถานที่กลางแจ้ง

ຫຼັງຈາກຄວບຄຸມເຫດການໄດ້ ເຈົ້າໜ້າທີ່ໄດ້ເຂົ້າໄປກວດກາຈຸດເກີດເຫດແລ້ວນໍາຮ່າງຜູ້ເຄາະຮ້າຍທັງ 18 ຄົນ ສົ່ງໄປໂຮງໝໍ ໂດຍເປັນປະຊາຊົນຢ່າງໜ້ອຍ 13 ຄົນ ແລະ ຜູ້ໂດຍສານຢູ່ເທິງຍົນ 5 ຄົນ. ນອກຈາກນີ້ ຍັງມີຜູ້ໄດ້ຮັບບາດເຈັບອີກ ປະມານ 20 ຄົນ ທັງນີ້ ການທີ່ສະພາບຂອງສົບຜູ້ເສຍຊີວິິດສ່ວນໃຫຍ່ ໄໝ້ຈົນດຳເປັນຖ່ານອາດສົ່ງຜົນຕໍ່ຄວາມວ່ອງໄວໃນຂະບວນການພິສູດລັກສະນະບຸກຄົນໄດ້.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า, ต้นไม้ และสถานที่กลางแจ้ง

ในภาพอาจจะมี สถานที่กลางแจ้ง

ອີກປະການໜຶ່ງ ປະເທດປາກິສຖານ ມີປະຫວັດມາດຕະຖານການເດີນອາກາດທີ່ບໍ່ຄ່ອຍດີຫຼາຍ ໂດຍຖ້າຢ້ອນກັບໄປເມື່ອປີ ເກີດເຫດຍົນໂດຍສານແອຣ໌ບັສ ເອ 321 ຂອງສາຍການບິນແອຣ໌ບຼູ ເຊິ່ງເປັນບໍລິສັດເອກະຊົນ ຕົກຢູ່ເຂດພູ ໃນນະຄອນຫຼວງອິສລາມາບັດ ສົ່ງຜົນໃຫ້ຜູ້ໂດຍສານເທິງຍົນ 152 ຄົນ ເສຍຊີວິດທັງໝົດ ຖືເປັນອຸບັດຕິເຫດທາງການບິນຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດຂອງປະເທດ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า, ต้นไม้ และสถานที่กลางแจ้ง