ລັດຖະບານຈີນ ເຕືອນວ່າ ການທີ່ລັດຖະບານອາເມຣິກາ “ຄຸກຄາມ” ອົງການການຄ້າໂລກເລື່ອງຈີນ ອາດມີແນວໂນ້ມສູງທີ່ຈະສົ່ງຜົນໃຫ້ການເຈລະຈາຮອບໃໝ່ ລະຫວ່າງຜູ້ແທນຈາກທັງສອງປະເທດທີ່ເມືອງຊ່ຽງໄຮ້ “ບໍ່ລຸລ່ວງ”.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນຈັນ ທີ 29 ກໍລະກົດ ວ່າ ສໍານັກຂ່າວຊິນຫົວລາຍງານ ເມື່ອວັນຈັນ ວ່າ ການທີ່ອາເມຣິກາໃຊ້ກົນລະຍຸດຂົ່ມຂູ່ອົງການການຄ້າໂລກ (WTO) ໃຫ້ຖອດຖອນປະເທດຈີນອອກຈາກລາຍຊື່ໜຶ່ງໃນ “ກຸ່ມປະເທດກໍາລັງພັດທະນາທາງເສດຖະກິດ” ນັ້ນ ບໍ່ໄດ້ເປັນພຽງຄວາມພະຍາຍາມກົດດັນອົງກອນລະຫວ່າງປະເທດດ້ານການຄ້າ ແຕ່ຈະສົ່ງຜົນກະທົບຢ່າງແນ່ນອນຕໍ່ການເຈລະຈາການຄ້າຮອບໃໝ່ ລະຫວ່າງຜູ້ແທນະດັບສູງຂອງລັດຖະບານຈີນ ແລະ ລັດຖະບານອາເມຣິກາ ເຊິ່ງຈະມີຂຶ້ນທີ່ເມືອງຊຽງໄຮ້ ໃນອາທິດນີ້ “ມີແນວໂນ້ມບໍ່ລຸລ່ວງ”.

ທັງນີ້ ເຖິງວ່າມີຄໍາສັ່ງ ເມື່ອວັນສຸກ ທີ່ຜ່ານມາ ໃຫ້ ທ່ານໂຣເບີດ ໄລທິເຊີ ຜູ້ແທນເຈລະຈາການຄ້າຂອງສະຫະລັດດໍາເນີນການພາຍໃນ 60 ວັນ ໃຫ້ດັບເບິລຢູທີໂອ ຍຸຕິການໃຊ້ນະໂຍບາຍຜ່ອນຜັນ ຫຼື ມອບສິດພິເສດທາງເສດຖະກິດໃຫ້ແກ່ປະເທດສະມາຊິກຂອງອົງການການຄ້າໂລກ “ບາງປະເທດ” ເຊິ່ງອົງການການຄ້າໂລກຍັງຈັດໃຫ້ຢູ່ໃນ “ກຸ່ມປະເທດກໍາລັງພັດທະນາ” ທັງທີ່ໃນຄວາມເປັນຈິງເສດຖະກິດຂອງປະເທດເຫຼົ່ານັ້ນເຂັ້ມແຂງຈົນບໍ່ສົມຄວນໄດ້ຮັບສິດຈາກອົງການການຄ້າໂລກອີກຕໍ່ໄປ ຖ້າທາງອົງການດັ່ງກ່າວບໍ່ຕອບສະໜອງ “ຢ່າງສ້າງສັນ” ຕໍ່ຂໍ້ຮຽກຮ້ອງຂອງລັດຖະບານວໍຊິງຕັນ ພາຍໃນ 90 ວັນ ນັບຕັ້ງແຕ່ມີການຍື່ນຄໍາຮ້ອງສະຫະລັດຈະປະຕິເສດຮ່ວມມືຕາມກົດລະບຽບຂອງອົງການການຄ້າໂລກກັບປະເທດໃນກຸ່ມນັ້ນ.

ຂະນະດຽວກັນ ສໍານັກຂ່າວຊິນຫົວ ແລະ ລາຍງານຂອງສະຖານີວິດທະຍຸໂທລະທັດກາງແຫ່ງປະເທດຈີນ (CCTV) ຍັງລະບຸກົງກັນວ່າ ນັບຕັ້ງປະທານປະເທດສີ ຈິ້ນຜິງ ພົບຫາລືກັບ ທຣໍາ ນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ 20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອທ້າຍເດືອນມິຖຸນາ ຜ່ານມາ ສະຫະລັດສົ່ງອອກຖົ່ວເຫຼືອງ ແລະ ສິນຄ້າກະເສດຈໍາພວກທັນຍະພືດມາປະເທດຈີນ “ເພິ່ມຂຶ້ນຫຼາຍລ້ານໂຕ້ນ” ແລະ ຈີນຍິນດີຮັບຊື້ ຖ້າສິນຄ້າທັງໝົດມີຄຸນນະພາບ ແຕ່ສະຖິຕິຂອງກະຊວງກະສິກໍາອາເມຣິກາ ພັດໄດ້ລະບຸວ່າ ຈີນຮັບຊື້ຖົ່ວເຫຼືອງຈາກອາເມຣິກາ ພຽງ 1,02 ລ້ານໂຕ້ນ ລະຫວ່າງ ວັນທີ 28-29 ມິຖຸນາ ທີ່ຜ່ານມາ ເຊິ່ງເປັນໄລຍະຂອງການປະຊຸມຈີ 20.