ບັນຫານ້ຳເປື້ອນຕາມຮ່ອງແຊງ ທຸກໜ່ວຍງານຕ້ອງໄດ້ຮ່ວມກັນແກ້ໄຂ

49

ນ້ຳຄອງຫຼາຍແຫ່ງນັບແຕ່ຕະຫຼາດຊັ່ງຈ່ຽງ, ປາກປ່າສັກ, ຮ່ອງໄກ່ແກ້ວ ແລະ ຄອງນ້ອຍ – ໃຫຍ່ໃນນະຄອນຫຼວງ ໄດ້ໄຫຼລົງມາສູ່ຮ່ອງແຊງກ່ອນຈະລົງສູ່ບຶງທາດຫຼວງ ການໄຫຼວຽນຂອງນ້ຳໃນຮ່ອງດັ່ງກ່າວອາດໄຫຼບໍ່ທັນ ເຊິ່ງມັນໄດ້ສົ່ງກິ່ນເໝັນລົບກວນປະຊາຊົນທີ່ອາໄສຢູ່ໃກ້ບໍລິເວນດັ່ງກ່າວມາເປັນເວລາດົນນານ ປັດຈຸບັນນະຄອນຫຼວງວຽງຈັນ ເຫັນວ່າເຖິງເວລາຕ້ອງໄດ້ເອົາໃຈໃສ່ແກ້ໄຂທັງສະເພາະໜ້າ

ແລະ ຍາວນານ ແຕ່ທຸກຄົນໃນສັງຄົມໂດຍສະເພາະໃນນະຄອນຫຼວງ ຕ້ອງມີສ່ວນຮ່ວມເພື່ອສ້າງໃຫ້ນະຄອນຫຼວງກາຍເປັນເມືອງທີ່ສະອາດ.

ທ່ານ ບຸນຈັນ ແກ້ວສີທຳມະ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ກ່າວວ່າ: ການເພີ່ມຂຶ້ນຂອງປະຊາກອນໃນນະຄອນຫຼວງວຽງຈັນ ໃນແຕ່ລະປີໄດ້ສົ່ງຜົນດີທາງດ້ານທຸລະກິດ ແຕ່ກົງກັນຂ້າມລະບົບການປ່ອຍນ້ຳເປື້ອນໃນບາງຄົວເຮືອນໄດ້ເຮັດໃຫ້ນະຄອນຫຼວງ ພົບກັບບັນຫານ້ຳເປື້ອນມາຫຼາຍປີທີ່ເຫັນວ່າຍັງແກ້ໄຂບໍ່ຕົກ.

ໃນແຕ່ລະປີນະຄອນຫຼວງວຽງຈັນ ໄດ້ມີການຈົກເອົາຜັກຕົບ, ຈອກ ແລະ ແໜ ອອກຈາກຮ່ອງແຊງ ເພື່ອເຮັດໃຫ້ນ້ຳໄຫຼສະດວກ ນອກຈາກຮ່ອງແຊງແລ້ວກໍມີໜອງປີງ ແລະ ຮ່ອງນ້ຳໄຫຼມາຈາກໜອງທາ ກ່ອນຈະໄຫຼລົງສູ່ຮ່ອງແຊງ ການແກ້ໄຂດັ່ງກ່າວບໍ່ແມ່ນການແກ້ໄຂແບບຖາວອນເປັນພຽງການແກ້ໄຂໄລຍະສັ້ນເທົ່ານັ້ນ.

ເພື່ອເປັນການແກ້ໄຂໄລຍະຍາວ ທ່ານ ບຸນຈັນ ແກ້ວສີທຳມະ ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 1 ໃນວັນທີ 25 ກໍລະກົດຜ່ານມາ ວ່າ: ສະເໜິີຂໍແບ່ງທຶນນຳໂຄງການຮົງກາຣີ ຈຳນວນໃດຈຳນວນໜຶ່ງໃນຈຳນວນທັງໝົດ 100 ລ້ານໂດລາສະຫະລັດ ທີ່ຢູ່ໃນໂຄງການບຳບັດນ້ຳເປື້ອນໃນນະຄອນຫຼວງວຽງຈັນ ເພື່ອມາອະນາໄມດູດຕະກອນອອກຈາກພື້ນທີ່ສະສົມມາຫຼາຍປີຂອງທ້ອງຮ່ອງແຊງ. ຈາກນັ້ນ, ກໍຈະມີການຕິດຕັ້ງປ້ຳດູດນ້ຳໂອໂຕໃສ່ບ່ອນກ້ອງຂົວ ( ຂົວຮ່ອງແຊງ ) ເຊິ່ງເປັນຊົນລະປະທານເກົ່າເພື່ອດູດນໍ້າເບື້ອງເທິງລົງໃສ່ດ້ານໃຕ້ຈະເຮັດໃຫ້ລະດັບນ້ຳເປື້ອນໃນຮ່ອງແຊງແຫ້ງລົງ ແລະ ອີກວິທີແມ່ນໃນລະດູແລ້ງແມ່ນດູດເອົານ້ຳຂອງຂຶ້ນມາລ້າງສິ່ງເຈືອປົນກັບນ້ຳເປື້ອນ ສຳລັບຄ່າໃຊ້ຈ່າຍກະແສໄຟຟ້າແມ່ນມອບໃຫ້ພໍ່ແມ່ປະຊາຊົນມີສ່ວນຮ່ວມ ເຊິ່ງວິທີດັ່ງກ່າວນີ້ຫຼາຍປະເທດກໍປະຕິບັດມາແລ້ວ.

ສຳລັບການແກ້ໄຂໄລຍະຍາວແມ່ນຄວນຈະປູກຈິດສຳນຶກໃຫ້ປະຊາຊົນ ແລະ ຄົວເຮືອນທີ່ຢູ່ອາໄສຕາມລຳຄອງຕ່າງໆ ເອົາໃຈໃສ່ໃນການຖິ້ມສິ່ງເປື້ອນເປິລົງສູ່ຄອງ ຫຼື ການຖິ້ມຂີ້ເຫຍື້ອຕ່າງໆຄວນມີບ່ອນເກັບໄວ້ທີ່ລະອຽດ ແຕ່ງຕັ້ງໜ່ວຍງານກ່ຽວຂ້ອງລົງໄປເຜີຍແຜ່ເຖິງຜົນຮ້າຍຕາມຄອງນ້ຳທີ່ເປິເປື້ອນທີ່ຈະເປັນພາຫະນຳພະຍາດຕ່າງໆມາສູ່ຮ່າງກາຍຂອງຄົນ.

( ຮູບ: ສຸກສະຫວັນ )