ສຳເລັດກ່ອນແຜນ 7 ເດືອນ! ການເຊື່ອມຈອດຂົວຂ້າມແມ່ນໍ້າຂອງ ຢູ່ຫຼວງພະບາງ

56

ຖືເປັນສັນຍານທີ່ດີ ເມື່ອໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສຳເລັດການເຊື່ອມຈອດຂົວຂ້າມແມ່ນໍ້າຂອງ ຢູ່ແຂວງຫຼວງພະບາງ ຂອງກຸ່ມບໍລິສັດວິສາວະກຳທາງລົດໄຟ ເລກ 8 ສປ ຈີນ ຈຳກັດ ສຳເລັດກ່ອນແຜນການທີ່ກຳນົດໄວ້ 7 ເດືອນ ພາຍຫຼັງດຳເນີນການກໍ່ສ້າງ ມາແຕ່ວັນທີ 29 ມິຖຸນາ 2017 ແລະ ໄດ້ມີພິທີຊົມເຊີຍຜົນສຳເລັດຂຶ້ນໃນວັນທີ 28 ກໍລະກົດ 2019 ນີ້ ໂດຍມີທ່ານ ບົວທອງ ແພງສະຫວັນ ປະທານກວດກາພັກ-ລັດແຂວງ, ຫົວໜ້າຄະນະຊີ້ນຳຂັ້ນແຂວງ, ທ່ານ ZHI GONG LI ຫົວໜ້າກົງສູນໃຫຍ່ ປະຈຳແຂວງຫລວງພະບາງ, ທ່ານ ແທ່ນຄຳ ທອງບົນ ຫົວໜ້າຄະນະຄຸ້ມຄອງໂຄງການທາງລົດໄຟລາວ-ຈີນ ເຂົ້າຮ່ວມ.

 

 

ທ່ານ FA BAO XIA ຜູ້ຊ່ວຍອຳນວຍການ ກຸ່ມບໍລິສັດວິສາວະກຳ ທາງລົດໄຟ ເລກ 8 ສປ ຈີນ ຈຳກັດ ໄດ້ໃຫ້ຮູ້ວ່າ: ຂົວຂ້າມແມ່ນໍ້າຂອງ ແຂວງຫຼວງພະບາງ ຕັ້ງຢູ່ເມືອງມໍລະດົກໂລກ ນະຄອນຫຼວງພະບາງ, ມີຄວາມຍາວ 1.458 ແມັດ, ທັງໝົດມີ 34 ວ່າງເສົາ, ມີເສົາຂົວຫຼັກ 5 ເສົາ ຕັ້ງຢູ່ໃຈກາງແມ່ນໍ້າຂອງ, ຈຸດຂ້າມນໍ້າຂອງ ແມ່ນ 60+4×104+60 ແມັດ, ນໍາໃຊ້ຂາງຂົວແບບຫຼໍ່ກັບທີ່, ເປັນຈຸດໜຶ່ງທີ່ມີຄວາມຫຍຸ້ງຍາກໃນການກໍ່ສ້າງ ແລະ ນໍາໃຊ້ເຕັກນິກການກໍ່ສ້າງທີ່ຂ້ອນຂ້າງຍາກ.

 

 

ເຊິ່ງການບັນລຸການເຊື່ອມຈອດກັນຂອງຂົວແຫ່ງນີ້ ກໍໝາຍເຖິງການຍາດແຍ່ງເອົາໄຊຊະນະ ຂອງບາດລ້ຽວບາດຕໍ່ຂອງວຽກງານກໍ່ສ້າງພື້ນຖານທາງລົດໄຟ ລາວ-ຈີນ ໃນປີ 2019 ກໍຄືການກໍ່ສ້າງເສັ້ນທາງ “ໜຶ່ງແລວໜຶ່ງເສັ້ນທາງ”.

 

 

ການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໜຶ່ງຂອງຄວາມມຸ້ງໝັ້ນຕັ້ງໃຈຂອງລັດຖະບານ ເຂົ້າໃນການເຊື່ອມຈອດຍຸດທະສາດຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຂອງ ສ ປປ ລາວ ກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປ ຈີນເຊິ່ງທິດເໜືອ ເລີ່ມຈາກດ່ານບໍ່ເຕັນ ມາສຸດທີ່ນະຄອນຫຼວງວຽງຈັນ, ມີຄວາມຍາວທັງໝົດ 414 ກິໂລແມັດ.

 

 

ສຳລັບ ທາງລົດໄຟ ໄດ້ນໍາໃຊ້ມາດຕະຖານ ສປ ຈີນ ແລະ ມາດຕະຖານສາກົນ ໃນການກໍ່ສ້າງ, ອອກແບບຄວາມໄວ ສາມາດແລ່ນລົດໄດ້ 160 ກິໂລແມັດຕໍ່ຊົ່ວໂມງ, ລົດໄຟຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ແມ່ນໃຊ້ລະບົບຂັບເຄື່ອນໄຟຟ້າ