ເຄິ່ງປີຢູ່ໂຮງໝໍມະໂຫສົດ ມີຄົນເຈັບພະຍາດໄຂ້ຍຸງລາຍກວ່າ 1 ພັນຄົນ

38

ຕົວເລກຄົນເຈັບພະຍາດໄຂ້ຍຸງລາຍສະເພາະຢູ່ໂຮງໝໍມະໂຫສົດ ເຄິ່ງປີມີຫຼາຍກວ່າ 1 ພັນກໍລະນີ ຖືວ່າເປັນຕົວເລກທີ່ສູງຫຼາຍເມື່ອທຽບໃສ່ປີ 2017 ມີຄົນເຈັບພະຍາດໄຂ້ຍຸງລາຍປິ່ນປົວຢູ່ໂຮງໝໍມະໂຫສົດມີ 520 ກໍລະນີ ແລະ ປີ 2018 ມີຈໍານວນ 259 ກໍລະນີ.

ທ່ານ ຮສຈ. ດຣ. ນາງ ວາລີ ແກ້ວຫຼວງໂຄດ ປະທານສະມາຄົມແພດພາຍໃນລາວ, ຫົວໜ້າພະແນກຊຶມເຊື້ອເຂດຮ້ອນ ໂຮງໝໍມະໂຫສົດ ໃຫ້ສໍາພາດວ່າ: ປີນີ້ເລີ່ມແຕ່ເດືອນພຶດສະພາ ເປັນຕົ້ນມາມີຄົນເຈັບພະຍາດໄຂ້ຍຸງລາຍເຂົ້າມາປິ່ນປົວເພີ່ມຂຶ້ນເລື້ອຍໆຈົນຮອດເດືອນກໍລະກົດ ມີຈໍານວນຄົນເຈັບເຖິງ 1.011 ກໍລະນີ.

ໃນນັ້ນ, ມີເດັກນ້ອຍ 472 ກໍລະນີ ເສຍຊີວິດ 2 ກໍລະນີ ເຊິ່ງເປັນຕົວເລກທີ່ສູງ ກວ່າໝົດປີ 2017 ແລະ 2018. ພະຍາດໄຂ້ຍຸງລາຍສາມາດເກີດຂຶ້ນໄດ້ຕະຫຼອດປີ ເພາະປະເທດເຮົາເປັນປະເທດເຂດຮ້ອນ ແຕ່ຈະພົບຈໍານວນກໍລະນີເປັນໄຂ້ຍຸງລາຍຫຼາຍຂຶ້ນໃນຍາມຝົນ. ສະນັ້ນ, ເລີ່ມແຕ່ເດືອນພຶດສະພາຂອງທຸກໆປີ ນອກຈາກກຽມຄວາມພ້ອມຮັບມື ແລະ ຕິດຕາມເຝົ້າລະວັງກັບພະຍາດໄຂ້ຍຸງລາຍກໍຍັງມີພະຍາດລະບາດຕາມລະດູການ ເຊັ່ນ: ພະຍາດຖອກທ້ອງ, ພະຍາດໄຂ້ທໍລະພິດ, ພະຍາດໝາກແດງ, ພະຍາດຍ່ຽວໜູ ແລະ ພະຍາດອື່ນໆ ທີ່ເປັນພະຍາດຕາມລະດູການ.

ພະແນກຊຶມເຊື້ອໂຮງໝໍມະໂຫສົດແມ່ນຈະມີ 12 ຕຽງ ແຕ່ໃນໄລຍະທີ່ພະຍາດໄຂ້ຍຸງລາຍລະບາດໄດ້ເພີ່ມຕຽງຂຶ້ນມາເປັນ 40 ຕຽງ ກໍຍັງບໍ່ພຽງພໍ ແຕ່ລະໂຮງໝໍຄົນເຈັບແມ່ນລົ້ນເຊັ່ນກັນ ສໍາລັບກໍລະນີຄົນເຈັບລົ້ນພະແນກກໍຈະນໍາໄປຝາກກັບພະແນກອື່ນໆທີ່ເປັນພະແນກເປີດ ແລະ ມີແພດໝໍຕິດຕາມຢ່າງໃກ້ຊິດໂດຍການກວດກາບົ່ງມະຕິ ພ້ອມທັງການປິ່ນປົວ. ດ້ວຍສະພາບໂຮງໝໍ ພວກເຮົາກໍາລັງມີການສ້ອມແປງສະຖານທີ່ຈຶ່ງຄັບແຄບ ແລະ ແນ່ນອນວ່າ ເມື່ອໂຮງໝໍມະໂຫສົດຕຶກໃໝ່ສໍາເລັດກໍຈະສາມາດຮັບມືກັບຄົນເຈັບໄດ້ສະດວກສະບາຍຂຶ້ນກວ່າເກົ່າ.

ດ້ວຍສະພາບປັດຈຸບັນທີ່ມີການລະບາດຂອງໄຂ້ຍຸງລາຍໃນຂອບເຂດທົ່ວປະເທດ ແລະ ປະເທດໃກ້ຄຽງໃນນາມເປັນທ່ານໝໍຢາກແນະນໍາໄລຍະທີ່ເປັນໄຂ້ບໍ່ວ່າເດັກນ້ອຍ ຫຼື ຜູ້ໃຫຍ່ໃຫ້ມາພົບແພດເພື່ອກວດ ແລະ ບົງມະຕິຊັດເຈນ ເພື່ອຈະໄດ້ຮັບການປິ່ນປົວທີ່ຖືກຕ້ອງ ແລະ ບໍ່ໃຫ້ໄປຊື້ຢາກິນເອງໂດຍບໍ່ມີໃບສັ່ງຈາກແພດ. ຄົນເຈັບອາການບໍ່ໜັກຈະບໍ່ໃຫ້ນອນໂຮງໝໍ ເນື່ອງຈາກໂຮງໝໍບໍ່ມີສະຖານທີ່ຮອງຮັບ ແຕ່ທີມແພດກໍໄດ້ແນະນໍາໃຫ້ຄົນເຈັບທຽວມາຕິດຕາມກວດເລືອດ ແລະ ແນະນໍາໃຫ້ປະຕິບັດຕາມແພດບອກ. ນອກຈາກນີ້, ພວກເຮົາກໍໄດ້ແນະນໍາຄົນເຈັບທີ່ເຂົ້າມາປິ່ນປົວພະຍາດໄຂ້ຍຸງລາຍຫຼັງຈາກອອກໂຮງໝໍໃນການປ້ອງກັນຕ້ອງອະນາໄມເຮືອນຊານ 3 ສະອາດ ແລະ ປະຕິບັດ   5 ປ.

ໃນນາມທີ່ພວກເຮົາເປັນໂຮງໝໍສູນກາງກໍໄດ້ປະກອບສ່ວນເປັນທີມງານທັງບັນດາອາຈານ ແລະ ແພດຜູ້ຊ່ຽວຊານ ເຊິ່ງເປັນທີມງານສະເພາະກິດໃນການອົບຮົມ, ຕິດຕາມ, ປິ່ນປົວ ແລະ ເບິ່ງແຍງຮັກສາຄົນເຈັບທີ່ເປັນໄຂ້ຍຸງລາຍ ໂດຍມີການແບ່ງທີມງານລົງໄປແຕ່ລະແຂວງທີ່ມີຄວາມສ່ຽງສູງ ເຊັ່ນ: ຈໍາປາສັກ, ສະຫວັນນະເຂດ, ສາລະວັນ ແລະ ແຂວງອື່ນໆ ເພື່ອຊ່ວຍບົ່ງມະຕິໃນການຄຸ້ມຄອງກໍລະນີພະຍາດໄຂ້ຍຸງລາຍໃຫ້ເໝາະສົມ ແລະ ເພື່ອຫຼຸດຜ່ອນອັດຕາການຕາຍຕາມທິດຂອງກະຊວງສາທາລະນະສຸກ. ສ່ວນຂັ້ນເມືອງພວກເຮົາໄດ້ມີການລົງໄປແນະນໍາໃຫ້ປະຊາຊົນໄດ້ຮູ້ວ່າກໍລະນີໃດສາມາດປິ່ນປົວຢູ່ຂັ້ນເມືອງ ຫຼື ສົ່ງໄປຕໍ່ບ່ອນທີ່ມີເງື່ອນໄຂ ແລະ ເປັນການປ້ອງກັນບໍ່ໃຫ້ຄົນເຈັບມີອາການຊັອກ ແລະ ໃຫ້ໄດ້ຮັບການແກ້ໄຂທີ່ຖ່ວງທັນເພື່ອປ້ອງກັນບໍ່ໃຫ້ເສຍຊີວິດ.

( ຂ່າວ: ທິບອຸສາ, ຮູບ: ສຸກສະຫວັນ )