ເດືອນກວ່າ ລາຄາຄຳຮູບປະພັນປັບຂຶ້ນ 4 ແສນກວ່າກີບຕໍ່ບາດ

71

ຖ້າຫາກທ່ານໃດໄດ້ຕິດຕາມລາຄາຄຳຮູບປະພັນເປັນປະຈຳ ຈະຮູ້ເລີຍວ່າລາຄາຄຳນັ້ນປັບຕົວສູງຂຶ້ນແບບກ້າວກະໂດດໃນໄລຍະເວລາບໍ່ເຖິງ 2 ເດືອນ ປັບຂຶ້ນ 4 ແສນກວ່າກີບຕໍ່ບາດ, ຂະນະທີ່ຜູ້ອຳນວຍການ ຮ້ານຄຳພູວົງ ຄາດລາຄາຄຳອາດຈະເພີ່ມຂຶ້ນອີກ.

ຈາກການລາຍງານລາຄາຄຳຮູບປະພັນ ປະຈຳວັນຂອງ ຮ້ານຄຳພູວົງ ໃນວັນທີ 1 ມິຖຸນາ 2019 ເຫັນວ່າ: ລາຄາຄຳຮັບຊື້ 1 ບາດ 5,7 ລ້ານກວ່າກີບ; ມາຮອດວັນທີ 19 ມິຖຸນາ ລາຄາປັບຂຶ້ນ 1 ບາດ 5.859.000 ກີບ ເຊິ່ງໄລຍະເວລາຫ່າງກັນພຽງ 18 ວັນ ລາຄາຄຳຂຶ້ນ 150.000 ກີບຕໍ່ 1 ບາດ ແລະ ມາວັນທີ 3 ກໍລະກົດ ປັບຂຶ້ນ 1 ບາດ 6.069.000 ກີບ ເພີ່ມຂຶ້ນ 210.000 ກີບຕໍ່ບາດ ທຽບໃສ່ລາຄາວັນທີ 19 ມິຖຸນາ ແລະ ຈົນມາຮອດປັດຈຸບັນວັນທີ 23 ກໍລະກົດ ລາຄາຄຳ 1 ບາດ 6.139.000 ກີບ ເພີ່ມຂຶ້ນ 70.000 ກີບຕໍ່ບາດ ທຽບໃສ່ລາຄາວັນທີ 19 ມິຖຸນາ ຜ່ານມາ ເຊິ່ງເຫັນວ່າລາຄາຄຳຮູບປະພັນນັ້ນປັບຕົວສູງຂຶ້ນແບບກ້າວກະໂດດໃນໄລຍະເວລາບໍ່ເຖິງ 2 ເດືອນ ຂຶ້ນເຖິງ 4.300.000 ກີບຕໍ່ບາດ.

ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການ ຮ້ານຄຳພູວົງ ໃຫ້ສຳພາດວ່າ: ປັດຈຸບັນລາຄາຄຳຖ້າທຽບໃສ່ເງິນກີບແລ້ວ ແມ່ນລາຄາຂ້ອນຂ້າງຈະຂຶ້ນສູງແຕ່ທີ່ຈິງແລ້ວສາເຫດທີ່ເຮັດໃຫ້ລາຄາຄຳຂຶ້ນມາຈາກຫຼາຍປັດໄຈ ແລະ ມີ 2 ປັດໄຈຫຼັກທີ່ເຮັດໃຫ້ເພີ່ມຂຶ້ນ ຄື: 1). ລາຄາຂອງຄຳທີ່ປັບຕົວສູງຂຶ້ນ ແລະ 2). ເລື່ອງຂອງອັດຕາແລກປ່ຽນທີ່ເພີ່ມຂຶ້ນ ຖ້າທຽບໃສ່ເງິນກີບກັບໂດລາສະຫະລັດ. ສະນັ້ນ, ເມື່ອເອົາ 2 ປັດໄຈນີ້ທຽບໃສ່ກັນແລ້ວ ກໍຈະເຮັດໃຫ້ລາຄາຄຳເພີ່ມຂຶ້ນຫຼາຍ ຖ້າທຽບໃສ່ເງິນກີບເພີ່ມຂຶ້ນກວ່າຫຼາຍໆປີຜ່ານມາ. ແຕ່ຢ່າງໃດກໍຕາມ, ລາຄາຄຳປັດຈຸບັນນີ້ ເມື່ອທຽບເປັນເງິນໂດລາບໍ່ແມ່ນຈຸດທີ່ສູງທີ່ສຸດ ລາຄາຢູ່ທີ່ 1.400 ໂດລາຕໍ່ອອນ ແຕ່ວ່າຄໍາເຄີຍຂຶ້ນສູງທີ່ສຸດ 1.800 – 1.900 ໂດລາຕໍ່ອອນ ໃນປີ 2012 ແລະ ຄາດວ່າລາຄາຄໍາ ຍັງຈະປັບຂຶ້ນອີກ ເພາະຕະຫຼາດຫຸ້ນທົ່ວໂລກຍັງຜັນຜວນ, ສົງຄາມການຄ້າລະຫວ່າງປະເທດມະຫາອຳນາດໃຫຍ່ຍັງບໍ່ຈົບ, ການເໜັງຕີງຂອງຄ່າເງິນຕ່າງໆ ແລະ ສິນຊັບທີ່ທຸກຄົນເຫັນວ່າໝັ້ນຄົງຫຼາຍທີ່ສຸດກໍຄືຄຳ.

ສຳລັບພຶດຕິກຳຂອງປະຊາຊົນຄົນລາວເຮົາການຊື້ຄຳ ໄລຍະນີ້ຈະເປັນການຂາຍຫຼາຍກວ່າຊື້ ເພາະປະຊາຊົນສ່ວນໃຫຍ່ຈະເຮັດການຜະລິດກະສິກຳ ເມື່ອຮອດລະດູເຂົ້າພັນສາປະຊາຊົນນິຍົມພາກັນເອົາໄປຂາຍ ເພື່ອເປັນຕົ້ນທຶນລົງໃສ່ການຜະລິດ ແລະ ພໍຮອດລະດູການເກັບກ່ຽວຂາຍຜົນລະປູກ ຄືໄລຍະອອກພັນສາກໍຈະນິຍົມຊື້ຄໍາເພື່ອສະສົມເປັນຊັບສິນ, ອອກງານສັງຄົມໄປຈົນຮອດປີໃໝ່ລາວ ເຊິ່ງເປັນໄລຍະທີ່ຈະໄດ້ຂາຍຄຳດີ. ແຕ່ຫຼັງຈາກນັ້ນ, ເຂົ້າສູ່ໄລຍະເຂົ້າພັນສາຕະຫຼາດຄຳກໍງຽບເຫງົາໄປລະດັບໜຶ່ງ.

ພະນັກງານບໍລິສັດເອກະຊົນທ່ານໜຶ່ງ ( ບໍ່ປະສົງອອກນາມ ) ກ່າວວ່າ: ໃນທັດສະນະສ່ວນຕົວວ່າ: ການປັບຕົວຂຶ້ນສູງຂອງລາຄາຄຳຮູບປະພັນນີ້ ມັນເປັນເລື່ອງທໍາມະດາ ເນື່ອງຈາກວ່າຜ່ານມາມັນກໍບໍ່ໄດ້ມີລາຄາຄົງທີ່ ຫຼື ຕາຍຕົວຢູ່ແລ້ວ, ມັນມີການຂຶ້ນ – ລົງເລັກໜ້ອຍຕະຫຼອດມາ ແຕ່ວ່າທີ່ເປັນໜ້າປະຫຼາດໃຈແມ່ນປັດຈຸບັນລາຄາຄໍາຖີບຕົວຂຶ້ນສູງເຖິງບາດລະ 6 ລ້ານກວ່າກີບ ເຊິ່ງຈາກທີ່ຕິດຕາມມາມັນບໍ່ເຄີຍຂຶ້ນສູງເຖິງຂະໜາດນີ້ມາກ່ອນ, ແຕ່ຖ້າເວົ້າເລື່ອງການຊື້ ສ່ວນຕົວຄິດວ່າໃນໄລຍະນີ້ມັນເປັນລາຄາທີ່ແພງເກີນໄປ, ອາດຈະລໍຖ້າເບິ່ງການເໜັງຕີງຂອງລາຄາຄຳອີກກ່ອນ, ອີກຢ່າງການຊື້ຄໍາມັນກໍແມ່ນການລົງທຶນ ຫຼື ການທ້ອນເງິນອີກວິທີໜຶ່ງ ຖ້າເຮົາຊື້ໃນເວລາທີ່ລາຄາຄໍາຂຶ້ນຫຼາຍ ເມື່ອເວລາຕ້ອງການຂາຍອອກ ລາຄາຄໍາກັບປັບຕົວລົງ ມັນກໍອາດເຮັດໃຫ້ຂາດທຶນໄດ້, ແຕ່ຖ້າໃນແງ່ຂອງການຊື້ເພື່ອເປັນເຄື່ອງປະດັບສ່ວນຕົວ ມັນກໍອາດຈະບໍ່ມີຜົນກະທົບຫຍັງຫຼາຍ ເພາະມັນຂຶ້ນກັບຄວາມມັກສ່ວນຕົວ ແລະ ຄວາມພໍໃຈໃນສິນຄ້າຂອງແຕ່ລະຄົນ. ຢ່າງໃດກໍດີ, ລາຄາຄໍາທີ່ຖີບຕົວຂຶ້ນສູງຂະໜາດນີ້ມັນຕ້ອງມີສຽງວິພາກວິຈານຈາກສັງຄົມ ແຕ່ວ່າມັນກໍຕ້ອງມີທີ່ໄປທີ່ມາ ຫຼື ສາເຫດທີ່ພາໃຫ້ເກີດແນ່ນອນ.

( ຂ່າວ: ສັນຕິ, ຮູບ: ສຸກສະຫວັນ )