ບໍລິສັດເບຍລາວ ແລະ ບໍລິສັດໂອໂຕ້ລາວ ອຸປະຖຳການຕ້ານສະກັດກັ້ນພະຍາດໄຂ້ຍຸງລາຍທົ່ວປະເທດ 650 ລ້ານກີບ

341

ໃນຕອນບ່າຍຂອງວັນທີ 26 ກໍລະກົດ ຢູ່ທີ່ຫ້ອງປະຊຸມຂອງກະຊວງ ສາທາລະນະສຸກ ໄດ້ມີພິທີມອບ ການອຸປະຖຳຕ້ານ ແລະ ສະກັດກັ້ນ ພະຍາດໄຂ້ຍຸງລາຍ ໃນກຽດເຂົ້າຮ່ວມໃນຄັ້ງນີ້ມີ

ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາ ລະນະສຸກ ທ່ານ ດຣ ເນົາ ບຸດຕາ ຫົວຫນ້າຫ້ອງການ ກະຊວງ ສາທາ ລະນະສຸກ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ທ່ານ ສູນທອນ ສີຣິສັກ ຮອງຜູ້ອຳນວຍການໃຫຍ່ ບໍລິສັດເບຍລາວ ຈຳກັດ ທ່ານ ວຽງເພັດ ພັນທະວົງ ຜູ້ອຳນວຍການຝ່າຍບໍລິຫານ ແລະ ກິດຈະກຳເພຶ່ອສັງຄົມ ພ້ອມດ້ວຍ ແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດດຽວທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ ກໍ່ໄດ້ກ່າວສະແດງຄວາມເປັນຫ່ວງເປັນໃຍ ຕໍ່ກັບກໍລະນີໄຂ້ຍຸງລາຍທີ່ກຳລັງລະບາດ ຢູ່ໃນສປປລາວ ແລະ ເຮັດໃຫ້ປະຊາຊົນລາວ ເສຍຊີວິດ ໄປແລ້ວເປັນຈຳນວນຫລາຍ ສະນັ້ນເພື່ອເປັນການປະກອບສ່ວນໃນການຕ້ານ ແລະ ສະກັດກັ້ນ ພະຍາດໄຂ້ຍຸງລາຍ ທາງບໍລິສັດ ເບຍລາວ ຈື່ງໄດ້ມອບ ອຸປະກອນ ພົ່ນຂ້າຍຸງລາຍ ໃຫ້ກັບກະຊວງ ສາທາລະນະສຸກ ມອບອຸປະກອນຮັບໃຊ້ພະແນກຊືມເຊື້ອເດັກນ້ອຍ ໂຮງຫມໍມະໂຫສົດ ປະກອບມີ ພັດລົມໃຫຍ່ ມຸ້ງ ຕຽງພັບສຸກເສີນ ແລະ ປັກສຽບໄຟ ມອບອຸປະກອນຮັບໃຊ້ ແລະ ປ້າຍຮັບໃຊ້ ໃຫ້ແກ່ພະແນກສາທາລະນະສຸກ ນະຄອນຫລວງ ຜະລິດເສື້ອ ແລະ ພີມໂປສເຕີ້ ເພື່ອເປັນການປຸງລະດົມໃຫ້ປະຊາຊົນປະຕິບັດຕາມຫລັກການ 5 ປ ຂອງກະຊວງສາທາລະນະສຸກ ໄດ້ວ່າງອອກ ເພື່ອລຸດຜ່ອນພະຍາດໄຂ້ເລືອດອອກ ລວມມູນຄ່າທັງຫມົດ 600 ລ້ານກີບ
ໃນພິທີດັ່ງກ່າວ ບໍລິສັດ ໂອໂຕ້ລາວ ກໍ່ເປັນອີກຫນຶ່ງພາກສ່ວນທີ່ເຫັນຄວາມສຳຄັນໃນການຕ້ານ ແລະ ສະກັດກັ້ນ ພະຍາດໄຂ້ຍຸງລາຍ ທາງບໍລິສັດ ກໍ່ໄດ້ມອບເງົນຈຳນວນ 50 ລ້ານກີບ ໃຫ້ກັບກະຊວງ ສາທາລະນະສຸກ ເພື່ອນຳໃຊ້ໃນການ ບໍລິຫານການຕ້ານພະຍາດດັ່ງກ່າວ ທີ່ກຳລັງລະບາດໃນປະຈຸບັນ

ໂອກາດດຽວກັນ ທ່ານລັດຖະມົນຕີ ກະຊວງ ສາທາລະນະສຸກ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ມາຍັງບໍລິສັດເບຍລາວ ແລະ ບໍລິສັດ ໂອໂຕ້ລາວ ທີ່ໃຫ້ການຊ່ວຍເຫລືອອຸປະກອນ ແລະ ເງີນຈຳນວນຫນື່ງ ເຂົ້າໃນການຕ້ານພະຍາດໄຂ້ຍຸງຫລາຍທີ່ກຳລັງລະບາດຢ່ໃນປະຈຸບັນ ແລະ ທ່ານຍັງຮຽກຮ້ອງມາຍັງທຸກຝ່າຍຈົ່ງພ້ອມກັນປຸກລະດົມ ປະຊາຊົນໃນສັງຄົມ ໄດ້ຮູ້ເຖີງຜົນຮ້າຍຂອງພະຍາດໄຂ້ຍຸງລາຍ ແລະ ຕ້ອງປະຕິບັດຢ່າງເອົາຈິງເອົາຈັງກ່ຽວກັບຫລັກການ 5 ປ ໃຫ້ທຸກຄົນປະຕິບັດ ແລະ ໃຫ້ຄວາມສຳຄັນເປັນຢ່າງຍິ່ງເພື່ອບໍ່ໃຫ້ ປະຊາຊົນໃນຂອບເຂດທົ່ວປະເທດຕິດເຊື້ອພະຍາດ