ມີຜູ້ຕົກເປັນເຫຍື່ອ ການຄ້າມະນຸດສະໄໝໃໝ່ 40 ລ້ານຄົນ

209

ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍບັນດາອົງການຈັດຕັ້ງພາກລັດ ແລະ ເອກະຊົນຕ່າງໆຮ່ວມກັນ ໂຮມຊຸມນຸມຍ່າງເພື່ອສຸຂະພາບ ລະນຶກວັນສາກົນຕ້ານການຄ້າມະນຸດລະດັບຊາດ ປະຈໍາປີ 2019 ( ຄັ້ງວັນທີ 30 ກໍລະກົດ ) ຂຶ້ນໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ພ້ອມພາກສ່ວນທີ່ກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ໂດຍຂະບວນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2019 ຈຸດເລີ່ມຕົ້ນຈາກສວນເຈົ້າຟ້າງຸ່ມ ຫາ ໄຟແດງບ້ານອຸບມຸງ.

 

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຜູ້ປະຈຳການຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ກ່າວວ່າ: ຕາມຂໍ້ມູນອົງການແຮງງານສາກົນປີ 2017 ໃຫ້ຮູ້ວ່າ ໃນປີ 2016 ທົ່ວໂລກມີຜູ້ຖືກເຄາະຮ້າຍໃນຮູບແບບຂ້າທາດສະໄໝໃໝ່ປະມານ 40 ລ້ານຄົນ, ໃນນັ້ນຖືກບັງຄັບໃຫ້ໃຊ້ແຮງງານປະມານ 25 ລ້ານຄົນ ແລະ ອີກ 15 ລ້ານຄົນຖືກບັງຄັບໃຫ້ແຕ່ງດອງ.


ສະເພາະ ສປປ ລາວ ຍັງເປັນປະເທດຕົ້ນທາງຂອງຂະບວນການຄ້າມະນຸດ, ເຊິ່ງສາເຫດເກີດຈາກຫຼາຍປັດໄຈເປັນຕົ້ນແມ່ນ: ບັນຫາຄວາມທຸກຢາກ, ລະດັບການສຶກສາ, ຄວາມຮູ້ດ້ານວິຊາຊີບ, ສີມືແຮງງານ ແລະ ສະພາບຄວາມແຕກເຕີນດ້ານການພັດທະນາ ໃນອະນຸພາກພື້ນ ບວກກັບການຂະຫຍາຍຕົວຢ່າງໄວວາຂອງພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກສາທາລະນະ, ເຕັກໂນໂລຢີ-ການສື່ສານ ທີ່ບໍ່ມີເຂດແດນ ແລະ ອື່ນໆ, ບັນຫາດັ່ງກ່າວເປັນສິ່ງກະຕຸກຊຸກຍູ້ເປັນປັດໄຈດຶງດູດ ເຮັດໃຫ້ມີການເຄື່ອນຍ້າຍພົນລະເມືອງຈາກຊົນນະບົດສູ່ຕົວເມືອງ ແລະ ຈາກ ສປປ ລາວ ໄປຫາປະເທດອື່ນ ເພື່ອສະແຫວງຫາຊີວິດການເປັນຢູ່ທີ່ດີກວ່າ; ປະເພດຂອງການຄ້າມະນຸດທີ່ພົ້ນເດັ່ນກວ່າໝູ່ ແມ່ນການຂູດຮີດທາງເພດ ແລະ ການຂູດແຮງງານ ດ້ວຍການຕວົະຍວົະຫຼອກລວງໃນຮູບການໄປທ່ອງທ່ຽວ, ຂ້າຂາຍ, ອອກແຮງງານ, ແຕ່ງງານກັບຄົນຕ່າງປະເທດ ໂດຍບໍ່ຜ່ານອົງການທີ່ກ່ຽວຂ້ອງ.

ຂະບວນຍ່າງ

ພົນໂທ. ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ