ລົດເມ ຄະນຶງນິດ ດາລາສາວໄທບິນທ່ຽວລາວແຟນຄັບຂໍຖ່າຍຮູບໜ້າຮັກສຸດໆ

207

ດາລາສາວໄທອີກຄົນທີ່ມັກມາທ່ຽວຊົມທໍາມະຊາດ ແລະ ຄວາມງາມວັດທະນະທໍາຮີດຄອງປະເພນີຂອງລາວ ສາວ ລົດເມ ຄະນຶງນິດ ດາລາ ນັກສະແດງ ແລະ ພິທີກອນທີ່ມີສື່ສຽງຈາກປະເທດໄທເພື່ອນບ້ານ ໄດ້ເດີນທາງມາທີ່ປະເທດລາວອີກຄັ້ງ ຫຼັງຈາກທີ່ທ້າຍປີກາຍ (2018) ໄດ້ມາທີ່ປະເທດລາວໃນງານ 50 ປີສາຍສໍາພັນລາວໄທ ນຸ່ງສິ້ນລາວໆເປັນຕາແພງ ພ້ອມບອກວ່າ “ຂໍເປັນສາວລາວໜຶ່ງມື້”

ແລະ ຫຼ້າສຸດ ສາວ ລົດເມ ກໍມາທ່ຽວທີ່ປະເທດລາວອີກໃນມື້ເຊົ້ານີ້ວັນທີ 26 ກໍລະກົດ ພ້ອມເຊັກອິນທີ່ສະຖານທ່ອງທ່ຽວ ມານາແມະ ຢ່າງສົດໃສສວຍງາມ, ຈາກພາບແລ້ວສາວລົດເມຄົງກໍາລັງບິນຕໍ່ໄປທີ່ນໍ້າກັດຢໍລະປາ ແຂວງອຸດົມໄຊ ແລະ ຄາດວ່າຈະໄປຫຼາຍໆສະຖານທີ່ຢ່າງແນ່ນອນລອງຕິດຕາມຕອນຕໍ່ໄປ !!!