ໃຜມັກເກັບແປງຖູແຂ້ວ ໄວ້ໃນຫ້ອງນ້ຳຕ້ອງຮີບອ່ານເລີຍ

63

ທ່ານຮູ້ຫຼືບໍ່ ແປງຖູແຂ້ວທີ່ເຮົາໃຊ້ເປັນປະຈໍາ ອາດເປັນແຫຼ່ງລວມຂອງເຊື້ອໂລກ ເຊື້ອແບັດທີເຣຍ ເຊິ່ງພາຍນອກເຮົາອາດເບິ່ງຄືສະອາດ ບໍ່ມີຫຍັງ ແຕ່ຄວາມຈິງແລ້ວ ແປງຖູແຂ້ວແມ່ນນີ້ແຫຼະ ແມ່ນບ່ອນສະສົມຂອງເຊື້ອພະຍາດ ເພາະເຮົາໃຊ້ແປງຖູແຂ້ວທໍາຄວາມສະອາດພາຍໃນຊ່ອງປາກ ເມື່ອເຮົາໃຊ້ແລ້ວເຮົາກໍເອົາໄວ້ໃນຫ້ອງນໍ້າ ແລະ ໃນຫ້ອງນໍ້າກໍເປັນແຫ່ງລວມຂອງເຊື້ອແບັດທີເລຍຕ່າງໆເຊັ່ນກັນ ດັ່ງນັ້ນມື້ນີ້ເຮົາຄວນຮູ້ຈັກວິທີຮັກສາແປງຖູແຂ້ວຂອງເຮົາກັນເລີຍ!

  1. ຢ່າໃຊ້ແປງຖູແຂ້ວຮ່ວມກັບຄົນອື່ນ ບໍ່ວ່າຈະເປັນຄົນຮັກ ຫຼື ຄົນໃນຄອບຄົວກໍຕາມ ເພາະການທີ່ເຮົາໄດ້ມີໂອກາດສໍາຜັດກັບນໍ້າລາຍ ເລືອດຂອງຄົນອື່ນ ເຊິ່ງມັນງ່າຍຕໍ່ການຕິດເຊື້ອຕ່າງໆໂດຍກົງ.
  2. ຫຼັງຖູແຂ້ວແລ້ວ ຄວນລ້າງຂົນແປງໃຫ້ສະອາດດ້ວຍນໍ້າກ໊ອກ ເພື່ອເອົາຢາຖູແຂ້ວທີ່ຄ້າງ ແລະ ສິ່ງທີ່ເປືອນຕ່າງໆ ທີ່ຄ້າງຢູ່ແປງຖູແຂ້ວອອກໃຫ້ໝົດ ແລ້ວວາງໄວ້ພາສະນະແນວຕັ້ງ ໂດຍເອົາແປງຕັ້ງຂຶ້ນ ໄວ້ບ່ອນທີ່ບໍ່ມີຄວາມຊຸ່ມ. ຫາກມີຫຼາຍແປງຖູແຂ້ວ ກໍບໍ່ຄວນເອົາຂົນແປງຫັນໜ້າເຂົ້າກັນ ຫຼື ບໍ່ໃຫ້ສໍາຜັດກັນ ຫາກເປັນໄປໄດ້ແມ່ນໃຫ້ແຍກກັນໄວ້ດີກວ່າ.

3 ບໍ່ຄວນເກັບແປງໄວ້ໃນກ່ອງທີ່ມີຟາປິດ ຫຼື ໃສ່ໄວ້ໃນພາຊະນະທີ່ອາດບໍ່ສາມາດໝຸນວຽນ ຫຼື ຖ່າຍເທໄດ້ ເພາະການວາງແປງໃຫ້ຖືກກັບອາກາດ ຂົນແປງກໍຈະແຫ້ງເຮັດໃຫ້ບໍ່ມີແບັດທີເຣຍສະສົມ.
4 ຢ່າວາງແປງສີຟັນໄວ້ໃກ້ກັບໂຖສ້ວມເກີນໄປ ເພາະເວລາທີ່ເຮົາກົດຊັກໂຄກ ຫຼື ລ້າງ ອາດຈະມີສິ່ງທີ່ເປິເປື້ອນກະເດັນ ໄປຕາມພື້ນຜິວຫ້ອງນໍ້າ ຫາກວາງໄວ້ໃກ້ກໍມີສິດທີ່ແປງຖູແຂ້ວຂອງເຮົາຈະຖືກສິ່ງນັ້ນ.
5 ຫຼັງຈາກທີ່ເຮົາເປັນຫວັດແລ້ວຄວນປ່ຽນແປງທັນທີ ເພາະເຊື້ອຫວັດອາດຍັງຕິດຢູ່ແປງຖູແຂ້ວທ່ານ.

6 ຄວນປ່ຽນແປງຖູແຂ້ວທຸກໆ 3 ເດືອນ ຫຼື ເມື່ອຂົນແປງເລີ່ມບານອອກຢ່າໃຊ້ຈົນແປງບານ ເພາະປະສິດທິພາບໃນການກໍາເຊື້ອແບັດທີເຣຍໃນຊ່ອງປາກຈະບໍ່ໄດ້ເຕັມທີ່ ອີກທັງເປັນແຫຼ່ງສະສົມຂອງເຊື້ອໂລກອີກດ້ວຍ.
ຮູ້ແບບນີ້ແລ້ວ ຢ່າລືມເຮັດຕາມຄໍາແນະນໍານີ້ເດີ້ ເພື່ອສຸຂະພາບແຂ້ວທີ່ສະອາດຂອງທ່ານເອງ.