ນະຄອນຫຼວງ ປະກາດຊັບຊ້ອນບຸກຄະລາກອນໃໝ່ 3 ຕຳແໜ່ງ

44

ໃນວາລະປິດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ລົງຢ່າງເປັນທາງການໃນຕອນແລງວັນທີ 26 ກໍລະກົດ 2019 ນີ້ ພາຍຫຼັງດຳເນີນມາເປັນເວລາ 3 ວັນ (24-26 ກໍລະກົດ 2019) ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາສະມາຊິກສະພາ, ບັນດາຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.

ในภาพอาจจะมี 2 คน, สถานที่ในร่ม

 

ໃນກອງປະຊຸມໄດ້ພິຈາລະນາຮັບຮອງເອົາຫຼາຍບັນຫາສຳຄັນ ເພື່ອສືບຕໍ່ແກ້ໄຂສິ່ງທີ່ຍັງຄົງຄ້າງ ໃຫ້ປະສົບຜົນສຳເລັດໃນຕໍ່ໜ້າ. ພ້ອມນັ້ນ, ທີ່ປະຊຸມຍັງໄດ້ລົງຄະແນນສຽງຮັບຮອງເອົາການແຕ່ງຕັ້ງ ແລະ ໂຍກຍ້າຍພະນັກງານ ຕາມໜັງສືສະເໜີຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 0564/ນວ ລົງວັນທີ 23 ກໍລະກົດ 2019 ດັ່ງນີ້:

 

ในภาพอาจจะมี 3 คน, ผู้คนกำลังยืน และข้อความ

 

1). ແຕ່ງຕັ້ງທ່ານ ຄຳປະດິດ ເຂັມມານິດ, ຫົວໜ້າພະແນກ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄປເປັນເຈົ້າເມືອງໄຊທານີຄົນໃໝ່;

 

ในภาพอาจจะมี 1 คน, ชุดสูท

 

2). ແຕ່ງຕັ້ງທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຫົວໜ້າພະແນກ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນຄົນໃໝ່;

 

ในภาพอาจจะมี 1 คน, กำลังยิ้ม, กำลังยืน และชุดสูท

 

3). ແຕ່ງຕັ້ງທ່ານ ບຸນຈັນ ແກ້ວສີທໍາມະ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນ ຫຼວງວຽງຈັນ ໄປເປັນ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນຄົນໃໝ່.

 

ในภาพอาจจะมี 1 คน, กำลังยืน และชุดสูท