ນະຄອນຫຼວງ ອອກໃບຕາດິນໄດ້ພຽງ 35 ພັນກວ່າຕອນ

48

6 ເດືອນຕົ້ນປີນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ສາມາດອອກໃບຕາດິນໄດ້ພຽງ 35 ພັນກວ່າຕອນ ແລະ ຍັງພົບບັນຫາໃບຕາດິນຊໍ້າຊ້ອນ 17 ເລື່ອງ.

ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ( ພຊສ ນວ ) ກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ຊຸດທີ 1 ຂອງນະຄອນຫຼວງວຽງຈັນ ໃນວັນທີ 25 ກໍລະກົດ  2019 ວ່າ: ຕົວເລກແຜນການ 5 ປີ ຄັ້ງທີ 8 ( 2016 – 2020 ) ວາງຄາດໝາຍອອກໃບຕາດິນໃຫ້ໄດ້ 1 ແສນຕອນ, ແຕ່ຜ່ານມາການຈັດຕັ້ງປະຕິບັດຕົວຈິງສາມາດສຳຫຼວດ, ວັດແທກມາຮອດປັດຈຸບັນ ໃນ 6 ເດືອນຕົ້ນປີ 2019 ພຊສ ນວ ສາມາດອອກໃບຕາດິນໄດ້ 35.562 ຕອນ ເທົ່າ 35% ຂອງແຜນການແລະ ສໍາເລັດການອອກໃບຕາດິນ ພ້ອມທັງສໍາເລັດມອບໃບຕາດິນໄດ້ແລ້ວ ຈຳນວນ 22.669 ຕອນ ແລະ ພົບບັນຫາໃບຕາດິນຊ້ຳຊ້ອນ 17 ເລື່ອງ ແລະ ເກີດຈາກ 8 ກໍລະນີ ຄື: 1). ກໍລະນີແຈ້ງຄວາມເທັດວ່າໃບຕາດິນເສຍ; 2). ໃບແຈ້ງເສຍພາສີທີ່ດິນ ແລະ ໃບຕາດິນຊໍ້າຊ້ອນກັນ; 3). ໃບແຜນທີ່ດິນ ແລະ ໃບຕາດິນ ຊໍ້າຊ້ອນກັນ; 4). ໃບແຜນທີ່ດິນ ຊໍ້າຊ້ອນກັນ; 5). ໃບແຈ້ງເສຍພາສີທີ່ດິນຊໍ້າຊ້ອນກັນ; 6). ໃບຕາດິນລັດ ແລະ ໃບຕາດິນບຸກຄົນ ຊໍ້າຊ້ອນກັນ; 7). ລູກລັກເອົາໃບຕາດິນອອກຊື່ພໍ່, ແມ່ ປ່ຽນເປັນຊື່ຕົນ ແລະ 8). ກໍລະນີທີ່ມີຂໍ້ຂັດແຍ່ງທີ່ດິນໄລຍະດໍາເນີນຄະດີຕາມຂະບວນຍຸຕິທໍາ. ນອກຈາກບັນຫາໃບຕາດິນຊ້ຳຊ້ອນແລ້ວ ຍັງເກີດມີບັນຫາຂໍ້ຂັດແຍ່ງທີ່ເກີດຂຶ້ນຈາກກໍລະນີທັບຊ້ອນເຂດແດນຈຳນວນບໍ່ໜ້ອຍກວ່າ 15 ຕອນ ແລະ ແກ້ໄຂໄດ້ 4 ກໍລະນີ.

ທ່ານໃຫ້ຮູ້ວ່າ: ສາເຫດທີ່ພາໃຫ້ມີໃບຕາດິນຊ້ຳຊ້ອນແມ່ນຍ້ອນການຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງພະນັກງານຮັບຜິດຊອບຍັງບໍ່ທັນໄດ້ດີ, ສວຍໃຊ້ສິດ, ໜ້າທີ່ ຫຼື ຕໍາແໜ່ງ ເພື່ອຊອກຫາຜົນປະໂຫຍດສ່ວນຕົວ ແລະ ກຸ່ມກ້ອນ ເປັນສາເຫດເຮັດໃຫ້ການຄຸ້ມຄອງທີ່ດິນເກີດປາກົດການຫຍໍ້ທໍ້ ເປັນຕົ້ນ: ສຳນວນຕອນດິນເສຍ, ບໍ່ປະຕິບັດຕາມຂັ້ນຕອນການອອກສຳເນົາໃບຕາດິນ, ມີເອກະສານຫຼາຍປະເພດທີ່ຍັງຢັ້ງຢືນກ່ຽວກັບສິດກັບນໍາໃຊ້ທີ່ດິນ, ພະນັກງານວິຊາການ ແລະ ພະນັກງານຂັ້ນບ້ານຈຳນວນໜຶ່ງຍັງຖືເບົາຕໍ່ການປະຕິບັດຂັ້ນຕອນການອອກໃບຕາດິນຢ່າງເຂັມງວດ, ມີພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງຂາດຄວາມຮັບຜິດຊອບ ຫຼື ມີເຈຕະນາລະເມີດກົດໝາຍ ສົມຮູ້ຮ່ວມຄິດກັບລູກໜີ້ ຫຼື ພະນັກງານທີ່ດິນດຳເນີນການສ້າງເອກະສານກ່ຽວກັບທີ່ດິນບໍ່ສອດຄ່ອງກັບກົດໝາຍເພື່ອອອກໃບຕາດິນ, ໃນເວລາຄ້ຳປະກັນການກູ້ຢືນເງິນນອກລະບົບໄດ້ມີການສ້າງເອກະສານຢັ້ງຢືນການມອບ – ໂອນໃບຕາດິນໃຫ້ເຈົ້າໜີ້   ( ການໂອນລອຍ ) ພ້ອມກັນເລີຍ ສ້າງພ້ອມກັບການເຊັນສັນຍາຄ້ຳປະກັນ ເຊິ່ງເປັນການລະເມີດກົດໝາຍ, ພະນັກງານພວກເຮົາຈຳນວນໜຶ່ງຍັງບໍ່ຍອມຮັບຂໍ້ບົກຜ່ອງພາໃຫ້ມີການປ່ອຍປະລະເລີຍແກ້ໄຂບັນຫາທີ່ເກີດຂຶ້ນ ເຊິ່ງຜົນກະທົບຂອງບັນຫາໃບຕາດິນຊ້ຳຊ້ອນ ແລະ ທັບຊ້ອນໄດ້ເຮັດໃຫ້ເກີດມີຂໍ້ຂັດແຍ່ງຢູ່ສັງຄົມ, ເຮັດໃຫ້ສັງຄົມສັບສົນບໍ່ມີຄວາມສະຫງົບ ທັງເປັນບັນຫາທ້າທາຍໃຫ້ແກ່ພັກ – ລັດເຮົາໃນການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍ.

ສະນັ້ນ, ມາດຕະການແກ້ໄຂໃນຕໍ່ໜ້າຈະເພີ່ມທະວີການສຶກສາອົບຮົມການເມືອງ ນຳພາແນວຄິດ ໄປຄຽງຄູ່ກັບການຕິດຕາມກວດກາການປະຕິບັດໜ້າທີ່ຂອງພະນັກງານໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງເຂັ້ມງວດ, ເອົາໃຈໃສ່ປັບປຸງກົນໄກການບໍລິການກ່ຽວກັບວຽກງານທີ່ດິນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ຍົກລະດັບປັບປຸງກົນໄກການບໍລິການປະຕູດຽວວຽກງານທີ່ດິນໃຫ້ເຂັ້ມແຂງ ແລະ ທັນສະໄໝ, ເອົາໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ກ່ຽວກັບທີ່ດິນທີ່ເກີດຂຶ້ນ, ປະຕິບັດວິໄນຕໍ່ພະນັກງານທີ່ກະທຳຜິດຕໍ່ລະບຽບກົດໝາຍຢ່າງເດັດຂາດ, ດຳເນີນມາດຕະການເດັດຂາດຕາມກົດໝາຍຕໍ່ຜູ້ທີ່ລະເມີດ ແລະ ມີເຈຕະນາອອກໃບຕາດິນຊ້ຳຊ້ອນ ໂດຍສະເພາະດຳເນີນຄະດີອາຍາໃນສະຖານການປອມແປງເອກະສານ ແລະ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆກ່ຽວກັບທີ່ດິນໂດຍຈະໃຊ້ເວລາ ເນື່ອງຈາກການແກ້ໄຂບັນຫາເລື່ອງທີ່ດິນນີ້ຊ້ຳເຮື້ອມາຫຼາຍປີ ແລະ ເປັນເລື່ອງລະອຽດອ່ອນກ່ຽວຂ້ອງກັບຫຼາຍພາກສ່ວນ.

[ ຂ່າວ: ສັນຕິ; ຮູບ: ສຸກສະຫວັນ ]