ນະຄອນຫຼວງປາຣີສ ສະພາບອາກາດຮ້ອນຫຼາຍທີ່ສຸດ ໃນຮອບ 72 ປີ

0
136

ອຸນຫະພູມໃນນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນພະຫັດ ຜ່ານມາ ສູງເຖິງ 42,6 ອົງສາ ສູງທີ່ສຸດເປັນປະຫວັດການ ນັບຕັ້ງແຕ່ປີ 1947.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນສຸກ ທີ 26 ກໍລະກົດ  ວ່າ ສໍານັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງຝຣັ່ງ (ເມເຕໂອຟຣັອງຊ໌) ວັດແທກອຸນຫະພູມໃນນະຄອນຫຼວງປາຣີສໄດ້ 42,6 ອົງສາ ເມື່ອວັນພະຫັດ ທີ່ທໍາລາຍສະຖິຕິ 40,4 ອົງສາ ເມື່ອເດືອນກໍລະກົດ 1947 ສົ່ງຜົນໃຫ້ ເມເຕໂຟຣັອງຊ໌ ອອກປະກາດເຕືອນໄພອັນຕະລາຍຈາກຄື້ນຄວາມຮ້ອນສູງ ໃນລະດັບ “ສີແດງ” ເຊິ່ງເປັນຂັ້ນສູງສຸດ.

ในภาพอาจจะมี หนึ่งคนขึ้นไป, มหาสมุทร, ท้องฟ้า, รองเท้า, ภูเขา, สถานที่กลางแจ้ง, น้ำ และธรรมชาติ

ในภาพอาจจะมี หนึ่งคนขึ้นไป, รองเท้า, สถานที่กลางแจ้ง และน้ำ

ຂະນະທີ່ ສະຖານະການໃນອີກຫຼາຍປະເດັນຂອງເອີຣົບ ທີ່ຜະເຊີນກັບອຸນຫະພູມຮ້ອນແຮງ ເປັນປະຫວັດການເຊັ່ນກັນ ໂດຍໃນວັນດຽວກັນ ສໍານັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງເຢຍລະມັນທີ່ເມືອງຣອຍລິງເງັນ ທາງພາກເໜືອຂອງປະເທດໄດ້ສູງເຖິງ 42,6 ອົງສາ ທໍາລາຍສະຖິຕິ 40,4 ອົງສາ ເຊິ່ງວັດແທກໄດ້ພຽງ 24 ຊົ່ວໂມງ ກ່ອນໜ້ານັ້ນ ທີ່ເມືອງໄກເລນເຄຍເຊນ ເຊິ່ງຢູ່ທາງພາກຕາເວັນຕົກ ແລະ ມີຊາຍແດນໃກ້ກັບປະເທດເບລຢຽມ ທີ່ວັດແທກອຸນຫະພູມ ໄດ້ສູງສຸດ 40,4 ອົງສາ ທີ່ເມືອງໄບເທມ ທາງພາກຕາເວັນຕົກຂອງປະເທດຖືເປັນສະຖິຕິສູງສຸດ ໃນຮອບ 168 ປີ ນັບຕັ້ງແຕ່ປີ 1833.

ในภาพอาจจะมี หนึ่งคนขึ้นไป, ฝูงชน, ต้นไม้, ท้องฟ้า, สถานที่กลางแจ้ง และธรรมชาติ

ในภาพอาจจะมี หนึ่งคนขึ้นไป, ต้นไม้, ต้นพืช, สถานที่กลางแจ้ง, น้ำ และธรรมชาติ

ດ້ານສະພາບອາກາດໃນນະຄອນຫຼວງລອນດອນ ສະຫະຣາຊະອານາຈັກ ກໍ່ຮ້ອນຫຼາຍບໍ່ຕ່າງກັນ ໂດຍສໍານັກງານອຸຕຸນິຍົມວິທະຍາແຫ່ງຊາດ ວັດແທກອຸນຫະພູມສູງສຸດປະຈໍາວັນພະຫັດໄດ້ 36,9 ອົງສາ ທີ່ສະໜາມບິນນານາຊາດຮິດໂທຣ ແຕ່ອຸນຫະພູມສະເລ່ຍທົ່ວປະເທດສູງ 38,1 ອົງສາ ໃກ້ທໍາລາຍະຖິຕິ 38,5 ອົງສາ ເມື່ອເດືອນສິງຫາ 2003.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, มหาสมุทร, ภูเขา, ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ

ในภาพอาจจะมี 1 คน, กำลังยืน และสถานที่กลางแจ้ง

LEAVE A REPLY

Please enter your comment!
Please enter your name here