ພາກລັດຄຸມເຂັ້ມໃຫ້ການລົງທຶນປູກກ້ວຍ ຫັນເຂົ້າສູ່ລະບົບປະຕູດຽວ

75

ສະພາບການລົງທຶນປູກກ້ວຍຂອງຜູ້ປະກອບການຕ່າງປະເທດ ບໍ່ປະຕິບັດລະບຽບຕາມຫຼັກການລົງທຶນ ເຮັດໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຖືກສັງຄົມໂຈມຕີ ຫຼ້າສຸດນະຄອນຫຼວງຈຶ່ງມີມາດຕະການສຸມໃສ່ຄຸ້ມຄອງການລົງທຶນປູກກ້ວຍໃຫ້ເຂົ້າສູ່ລະບົບປະຕູດຽວ ເພື່ອຫັນເຂົ້າລະບຽບກົດໝາຍ.

ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນຂຶ້ນຜ່ານບົດລາຍງານກ່ຽວກັບການຄຸ້ມຄອງ ແລະ ອະນຸຍາດໃຫ້ນັກລົງທຶນຕ່າງປະເທດລົງທຶນປູກກ້ວຍຢູ່ນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໃຫ້ຮູ້ວ່າ: ສິ່ງທີ່ເປັນບັນຫາສ້າງຄວາມຫຍຸ້ງຍາກໃຫ້ແກ່ການລົງທຶນປູກກ້ວຍ ແມ່ນການລົງທຶນຂອງຜູ້ປະກອບການຕ່າງປະເທດ ສ່ວນຫຼາຍບໍ່ປະຕິບັດລະບຽບໃນການລົງທຶນ ເປັນຕົ້ນ: ການເຊົ່າດິນ, ສໍາປະທານດິນ, ການຂໍອະນຸຍາດລົງທຶນ ແລະ ການຂໍຢັ້ງຢືນດ້ານສິ່ງແວດລ້ອມ. ຍິ່ງໄປກວ່ານັ້ນ ແມ່ນລົງມືເຮັດກ່ອນຈຶ່ງຂໍອະນຸຍາດພາຍຫຼັງ ຈຶ່ງເກີດມີການປູກກ້ວຍຢູ່ຕາມເຂດຫວງຫ້າມ ເປັນຕົ້ນແມ່ນຍອດແມ່ນໍ້າ, ໃກ້ແຄມນໍ້າ, ນໍາໃຊ້ສານເຄມີທີ່ເປັນອັນຕະລາຍ ໂດຍບໍ່ມີການຄວບຄຸມການນໍາໃຊ້, ເນື້ອທີ່ດິນບາງຈຸດເປັນເຂດຄ້ອຍຊັນມີຄວາມສ່ຽງຕໍ່ການເຊາະເຈື່ອນ, ການເຊາະໄຫຼຂອງສານເຄມີຈາກສວນກ້ວຍລົງສູ່ແຫຼ່ງນໍ້າທໍາມະຊາດ ເຮັດໃຫ້ເປັນອັນຕະລາຍຕໍ່ຄົນ ແລະ ສັດ, ບໍ່ມີການປະຕິບັດຕາມມາດຕະການກະສິກໍາສະອາດ GAP ໂດຍການນໍາໃຊ້ສານເຄມີທີ່ຍົກເລີກນໍາໃຊ້ໃນ ສປປ ລາວ ແລະ ບໍ່ໄດ້ຂຶ້ນທະບຽນຖືກຕ້ອງ ເຊິ່ງສິ່ງເຫຼົ່ານີ້ແມ່ນຂັດຕໍ່ນະໂຍບາຍທີ່ພັກ – ລັດວາງອອກ. ນອກຈາກນີິ້, ການປະສານງານລະຫວ່າງພາກລັດ ແລະ ບໍລິສັດ ຍັງມີຂໍ້ຈໍາກັດດ້ານພາສາ, ອີກຢ່າງໜຶ່ງແມ່ນລັດບໍ່ສາມາດຄຸ້ມຄອງປັດໄຈການຜະລິດທີ່ນໍາໃຊ້ໃນສວນກ້ວຍໄດ້ທັງໝົດ ເນື່ອງຈາກວ່າຍັງມີການລັກລອບນໍາເຂົ້າແບບຜິດກົດໝາຍ.

ຕໍ່ກັບບັນຫາດັ່ງກ່າວທາງພະແນກກະສິກຳ ແລະ ປ່າໄມ້ ນວ ກໍຈະສືບຕໍ່ບັງຄັບໃຊ້ມາດຕະຖານກະສິກຳທີ່ດີ ( GAP ) ເຂົ້າໃນການຜະລິດໃຫ້ທົ່ວເຖິງ, ເອົາໃຈໃສ່ປັບປຸງການພົວພັນປະສານງານກັບບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ເປັນລະບົບ ທຸກບໍລິສັດຕ້ອງມີວິຊາການຄົນລາວ ຫຼື ຄົນຕ່າງປະເທດທີ່ໃຊ້ພາສາລາວ. ພ້ອມດຽວກັນນັ້ນ, ກໍຈະສືບຕໍ່ຄຸ້ມຄອງການລົງທຶນການປູກກ້ວຍໃຫ້ເຂົ້າສູ່ລະບົບປະຕູດຽວ ໂດຍຜ່ານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນນະຄອນຫຼວງວຽງຈັນ ແລະ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຂອງນະຄອນຫຼວງວຽງຈັນ ເຊິ່ງຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ 2019 ຢູ່ນະຄອນຫຼວງວຽງຈັນ ມີພຽງ 3 ບໍລິສັດທີ່ສະເໜີຂໍອະນຸຍາດລົງທຶນປູກກ້ວຍຜ່ານຫ້ອງການບໍລິການການລົງທຶນປະຕູດຽວ ທ່ານ ຫຼ້າສາຍ ນວນທາສິງ ກ່າວ.

ທ່ານ ຫຼ້າສາຍ ກ່າວຕື່ມວ່າ: ປັດຈຸບັນກ້ວຍຫອມ ກາຍເປັນພືດສົ່ງອອກອັນດັບ 1 ຂອງນະຄອນຫຼວງວຽງຈັນ ເຊິ່ງປີຜ່ານມາຕົວເລກການສົ່ງອອກກ້ວຍທົ່ວປະເທດ ມີຈໍານວນ 825.074 ໂຕນ ມູນຄ່າ 209.479.130 ໂດລາສະຫະລັດ. ສະເພາະນະຄອນຫຼວງວຽງຈັນ ສົ່ງອອກກ້ວຍຈໍານວນ 13.400 ໂຕນ ມູນຄ່າ 6.232.558 ໂດລາສະຫະລັດ, ປັດຈຸບັນ ນວ ມີນັກລົງທຶນປູກກ້ວຍທັງໝົດ 8 ບໍລິສັດ. ໃນນັ້ນ, ເປັນນັກລົງທຶນຈາກຈີນ 7 ບໍລິສັດ ແລະ ນັກລົງທຶນພາຍໃນ 1 ບໍລິສັດ ປູກກ້ວຍຢູ່ 3 ເມືອງ ຄື: ເມືອງສັງທອງ, ເມືອງນາຊາຍທອງ ແລະ ເມືອງປາກງື່ມ ລວມເນື້ອທີ່ທັງໝົດ 1.121 ເຮັກຕາ. ໃນນັ້ນ, ເປັນເນື້ອທີ່ເກົ່າ ແລະ ໃຫ້ຜົນຜະລິດແລ້ວ 523 ເຮັກຕາ; ມີເນື້ອທີ່ຂະຫຍາຍ ແລະ ບຸກເບີກໃໝ່ 598 ເຮັກຕາ ເຊິ່ງໄດ້ຮັບອະນຸຍາດໃຫ້ປູກພຽງ 6 ບໍລິສັດເທົ່ານັ້ນ ສ່ວນອີກ 2 ບໍລິສັດຍັງຢູ່ໃນຂັ້ນຕອນການຄົ້ນຄວ້າພິຈາລະນາ.

ເຖິງຢ່າງໃດກໍຕາມ, ການລົງທຶນປູກກ້ວຍໃນລາວແມ່ນສາມາດເຮັດໄດ້ ແຕ່ຕ້ອງຢູ່ໃນພື້ນຖານຂອງການຜະລິດກະສິກໍາສະອາດ ( GAP ) ແລະ ຕ້ອງປະຕິບັດຕາມກົດລະບຽບການລົງທຶນທີ່ພັກ – ລັດວາງອອກເພື່ອປ້ອງກັນບໍ່ໃຫ້ມີບັນຫາຕາມມາ.

[ ຂ່າວ: ເອຢິບ; ຮູບ: ສຸກສະຫວັນ ]