ລາວ-ຫວຽດນາມຈັດສຳມະນາສາກົນ ເພື່ອພ້ອມກັນກ້າວຜ່ານຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງສື່ດັ້ງເດີມໃນຍຸກສື່ດີຈີຕອລ

62

ສະມາຄົມນັກຂ່າວສປປລາວ ແລະ ສະມາຄົມນັກຂ່າວສສ.ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາສາກົນ ພາຍໃຕ້ຫົວຂໍ້ ສື່ມວນຊົນລາວ-ຫວຽດນາມໃນສັງກາດສື່ດີຈີຕອລ ຂຶ້ນໃນວັນທີ 26 ກໍລະກົດ 2019 ທີ່ເກືອລໍ ແຂວງເຫງະອານ ສ.ສ ຫວຽດນາມ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ທັງເປັນປະທານສະມາຄົມນັກຂ່າວແຫ່ງສປປລາວ, ທ່ານ ຖ້ວນຮີ ຫົວໜ້າບັນນາທິການໜັງສືພິມປະຊາຊົນຫວຽດນາມ ທັງເປັນປະທານສະມາຄົມນັກຂ່າວແຫ່ງສສຫວຽດນາມ ເຊິ່ງມີສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ ຈາກລາວ-ຫວຽດນາມເຂົ້າຮ່ວມ.


ໃນກອງປະຊຸມ ໄດ້ມີການນຳສະເໜີບົດຄວາມເຫັນໃນຫຼາຍຫົວຂໍ້ທີ່ເປັນປະໂຫຍດ ເພື່ອພ້ອມກັນກ້າວຜ່ານຂໍ້ຫຍຸ້ງຍາກແລະສິ່ງທ້າທ້າທາຍຂອງສື່ດັ້ງເດີມໃນສັງກາດສື່ດີຈີຕອລ ເຊິ່ງມັນຮຽກຮ້ອງແລະເລັ່ງທວງໃຫ້ສື່ມວນຊົນຈະຕ້ອງໄດ້ປັບຕົວແລະປັບປຸງໃຫ້ຫຼາຍຂຶ້ນເພື່ອຄວາມຄົງຕົວ ແລະ ຍືນຍົງ.

ທ່ານ ຫງວຽນເຖກີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ກ່າວວ່າ: ທ່າອ່ຽງເປັນດີຈີຕອລ ແມ່ນບໍ່ອາດຕ່າວປິ້ນໄດ້ໃນວິວັດທະນາການພັດທະນາໂລກປັດຈຸບັນ , ສື່ມວນຊົນແບບເກົ່າ ລວມມີວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ… ແມ່ນຂົງເຂດໄດ້ຮັບຜົນກະທົບເລິກເຊິ່ງທີ່ສຸດ, ອາດເວົ້າໄດ້ວ່າ ພວກເຮົາພວມຢືນຢູ່ຕໍ່ໜ້າຈຸດເວລາທີ່ສຳຄັນແຫ່ງປະຫວັດສາດອາຊີບນັກຂ່າວ. ຖ້າບໍ່ຮັບຮູ້ຢ່າງຖືກຕ້ອງ, ວາງວິທີປ່ຽນແປງ, ຮັບມືຢ່າງແທດເໝາະນັ້ນ ເຮົາອາດຈະຖືກຖອຍຫຼັງ ອາດຈະຖືກປະລາໄຊຢ່າງງາຍດາຍ ເຖິງວ່າໃນອະດີດຕະການແມ່ນສະຫງ່າລາສີທີ່ສຸດກໍຕາມ.

ທ່ານກ່າວຕື່ມວ່າ: ໃນສັງກາດສື່ດີຈີຕອລ ທີ່ພວມຂະຫຍາຍຕົວແຮງໃນປັດຈຸບັນ ສື່ສິ່ງພິມ, ສື່ກະຈາຍສຽງ, ໂທລະພາບ ຈຳເປັນຕ້ອງປ່ຽນແປງ ຖ້າຫາກຢາກສືບຕໍ່ຄົງຕົວ. ການປ່ຽນແປງນີ້ລວມທັງການປ່ຽນແປງວິທີຄຸ້ມຄອງ, ໝູນໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງວຽກງານບັນນາທິການ, ລົງທຶນດ້ານພື້ນຖານເຕັກໂນໂລຊີ. ນັກຂ່າວຕ້ອງຢູ່ໃນທ່າກຽມພ້ອມເຄື່ອນໄຫວວິຊາຊີບ ຕະຫຼອດເວລາ, ຂໍ້ມູນຂ່າວສານຕ້ອງມີຄວາມໃໝ່ອ່ຽມ, ຊັດເຈນ.

ທ່ານໂພສີ ແກ້ວມະນີວົງ ຜູ້ອຳນວຍການສະຖານີວິທະຍຸແຫ່ງຊາດລາວ ກ່າວວ່າ: ທິດທາງປັບປຸງວິທະຍຸກະຈາຍສຽງແຫ່ງຊາດໃນຍຸກດີຈີຕອລນີ້ ແມ່ນຈະສຸມໃສ່ການປັບປຸງເນື້ອໃນຂ່າວແລະລາຍການຕ່າງໆໃຫ້ອຸດົມສົມບູນທາງດ້ານເນື້ອໃນ, ຂໍ້ມູນຂ່າວສານມີເນື້ອຫາສາລະທີ່ດີ ໜ້າເຊື່ອຖືໄດ້, ມີຄວາມວ່ອງໄວ ເປັນທີ່ດຶງດູດຜູ້ບໍລິໂພກ; ບໍາລຸງສ້າງພະນັກງານເພື່ອໃຫ້ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສື່ໃນຍຸກໃໝ່; ກະຈາຍຂໍ້ມູນຂ່າວສານທີ່ຜະລິດອອກໄປໃນຫຼາຍຊ່ອງທາງໂດຍສະເພາະແມ່ນສື່ດີຈີຕອລ.
ທ່ານ ບຸນເຈົ້າ ພິຈິດ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ກ່າວວ່າ: ເພື່ອການຄົງຕົວ ແລະ ຍືນຍົງໂທລະພາບຈຳເປັນຕ້ອງໄດ້ພັດທະນາດ້ານເນື້ອໃນໃຫ້ມີຄວາມວ່ອງໄວ ທັນເຫດການ, ຍົກສູງດ້ານ ເຕັກນິກໃຫ້ຫຼາຍຂຶ້ນ.

ຂະນະທີ່ທ່ານຫງວຽນ ແທ່ງເລີ້ຍ ຫົວໜ້າບັນນາທິການໃຫຍ່ວາລະສານຜູ້ເຮັດໜັງສືພິມ, ສະມາ ຄົມນັກຂ່າວຫວຽດນາມ ໄດ້ກ່າວໃນຫົວຂໍ້ ໄພຂ່າວປອມ ແລະ ຄຸນຄ່າຫຼັກແຫຼ່ງຂອງສື່ມວນຊົນໃນສັງກາດ ສື່ດີຈີຕອລວ່າ: ໃນສິ່ງແວດລ້ອມການສື່ສານປັດຈຸບັນ ມີອົງການສື່ມວນຊົນບໍ່ໜ້ອຍແລ່ນຕາມປະໂຫຍດ ມັກໄດ້ວິວ (view) ຫຼາຍເທົ່ານັ້ນ, ພາໃຫ້ເກີດການປັ້ນເລື່ອງ, ຕື່ມເນື້ອໃນ, ບິດບ້ຽວຄຳຕອບຂອງເປົ້າໝາຍສຳພາດ ເພື່ອດຶງດູດຄວາມສົນໃຈຂອງຜູ້ອ່ານຜູ້ຊົມ ອັນໄດ້ເຮັດໃຫ້ອົງກອນເສຍຄວາມໄວ້ວາງໃຈຈາກມະຫາຊົນ.

ເມື່ອຄົ້ນຄວ້າກ່ຽວກັບເນື້ອໃນ ແລະ ຂໍ້ມູນທາງເຄື່ອຂ່າຍສັງຄົມເວົ້າລວມ, ເວົ້າສະເພາະວົງການສື່ ເຫັນໃຫ້ວ່າ: ຂໍ້ມູນໃນໜັງສືພິມ ໂດຍສະເພາະແມ່ນໜັງສືພິມອອນລາຍປັດຈຸບັນແມ່ນປີກຍ່ອຍ, ລຳພັງໃຈ, ຂາດຄວາມຊັດເຈນ, ບໍ່ຄັດເລືອກ, ບາງເທື່ອມີແນວຄິດອັດຕະວິໄສ, ເຮັດໃຫ້ຜິດກັບເນື້ອໃນ ແລະ ທາດແທ້ ຂອງເຫດການ… ໜຶ່ງໃນບັນດາສາເຫດທີ່ສຳຄັນ ແມ່ນຄວາມຮັບຮູ້ຂອງຜູ້ຂຽນ. ນອກຈາກນີ້ ບໍ່ພຽງແຕ່ພົວພັນເຖິງກະໂຕນັກ ຂ່າວ, ນັບທັງສຳນັກຂ່າວກໍຖືກຄວາມ ກົດດັນຄືການຈຳໜ່າຍ, ຈຳນວນວິວ ຫຼື ແຫຼ່ງລາຍຮັບຈາກການໂຄສະນາ. ສະນັ້ນຫາກນັກຂ່າວເຮັດວຽກບໍ່ເຄັ່ງຄັດ, ບໍ່ຕິດແທດກັບຄວາມເປັນ, ການບັນນາທິການບໍ່ດີ…ນັ້ນແມ່ນເງື່ອນໄຂທີ່ເຮັດໃຫ້ຫຼາຍຂ່າວ “ປອມ” ປົນເປກັບຂ່າວແທ້.

ໃນບົດຄຳເຫັນ ຂອງທ່ານ ເຈິ່ນ ບາຢຸງ ຫົວໜ້າຂະແໜງວິຊາການ, ສະມາຄົມນັກຂ່າວຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າ: ໃນຍຸກດີຈີຕອລ ໄດ້ກາຍເປັນຄວາມທ້າທາຍບ່ອນຢືນຂອງນັກຂ່າວ ມັນຈິ່ງຮຽກຮ້ອງໃຫ້ນັກຂ່າວ ແລະ ສຳນັກຂ່າວປ່ຽນແປງວິທີການເຮັດຂ່າວ ເພື່ອຄົງຕົວ ແລະ ພັດທະນາ. ຜູ້ເຮັດໜັງສືພິມ ຕ້ອງເຄື່ອນໄຫວຫຼາຍຮູບແບບ, ຕ້ອງມີທັກສະການຂຽນ, ບັນທຶກກ່າຍ, ບັນນາທິການ, ກຳກັບ, ພົວພັນກັບຜູ້ຊົມ, ຜູ້ອ່ານ.
ໃນຄວາມທ້າທາຍຍັງມີໂອກາດ ຖ້າຫາກຮູ້ວິທີການວິໄຈ, ຄັດເລືອກ ແລະ ໝູນໃຊ້, ຄວາມທ້າທາຍຂອງທ່າອ່ຽງນຳໃຊ້ເຕັກໂນໂລຊີ ກໍແມ່ນໂອກາດກ້າວກະໂດດ ໃຫ້ແກ່ນັກຂ່າວ ກໍຄືອົງການສື່ຕ່າງໆ.